ແພດໝໍເອົາໃຈໃສ່ຕິດຕາມສຸຂະພາບຜູ້ປະສົບໄພກວ່າ 600 ຄົນ ຢູ່ຄົງເຊໂດນ

45

ພະນັກງານແພດທະຫານ ໂຮງໝໍບໍລິເວນ 109 ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວປິ່ນປົວພະຍາດ, ສຸຂະພາບໃຫ້ແກ່ພໍ່ແມ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມຢູ່ເມືອງຄົງເຊໂດນ ແຂວງ ສາລະວັນ ໄດ້ວ່ອງໄວ ແລະ ມີປະສິດທິພາບ. ຮອດຂະນະນີ້ມີ ຜູ້ປະສົບໄພຫຼາຍກວ່າ 600 ຄົນ ໄດ້ຮັບການເບິ່ງແຍງປິ່ນປົວສຸຂະພາບແລ້ວ.

 

 

ພັນໂທ ສຸພານິມິດ ອິນທະຜົນ ຫົວໜ້າຮັບຜິດຊອບ ທີມງານແພດຈາກໂຮງໝໍບໍລິເວນ 109 ປະຈໍາຢູ່ສູນພັກສຸກເສີນສໍານັກງານປົກຄອງ ເມືອງຄົງເຊໂດນ ແຂວງສາລະວັນ ກ່າວວ່າ: ໂດຍປະຕິບັດຕາມຄໍາສັ່ງ ຈາກກົມເສນາຮັກກົມໃຫຍ່ພະລາທິການກອງທັບ ໃຫ້ຮີບຮ້ອນລົງ ໃຫ້ການບໍລິການປິ່ນປົວດ້ານສຸຂະພາບໃຫ້ແກ່ພໍ່ແມ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມຢ່າງໜັກໜ່ວງຢູ່ສູນພັກສຸກເສີນ ຕາມແຕ່ລະຈຸດ ຂອງເມືອງຄົງເຊໂດນ ແຂວງສາລະວັນ ເຊິ່ງໄດ້ເຮັດໃຫ້ຊັບສິນຖືກເສຍຫາຍ, ຊີວິດການເປັນຢູ່ພົບຄວາມຫຍຸ້ງຍາກລໍາບາກ ແລະ ປະເຊີນກັບພະຍາດລະບາດຕ່າງໆທີ່ອາດຈະເກີດຂຶ້ນ.

 

 

ດັ່ງນັ້ນ, ເພື່ອຮັບປະກັນດ້ານສຸຂະພາບໃຫ້ພໍ່ແມ່ປະຊົນ ຄະນະພັກ-ຄະນະບັນຊາໂຮງໝໍ ບໍລິເວນ 109 ຈຶ່ງໄດ້ຈັດຕັ້ງກໍາລັງແພດໝໍລົງບໍລິການປິ່ນປົວສຸຂະພາບໃຫ້ແກ່ພໍ່ແມ່ປະຊາຊົນ ຢູ່ຕາມສູນພັກສຸກເສີນແຕ່ລະຈຸດຢ່າງຮີບດ່ວນ ໂດຍໄດ້ປິ່ນປົວ, ແຈກຢາຍຢາປ້ອງກັນພະຍາດ ພ້ອມທັງໃຫ້ຄໍາແນະນໍາ ການກິນການຢູ່ຖືກກັບຫຼັກອະນາໄມ ແລະ ທຳຄວາມສະອາດສະຖານທີ່ສູນພັກສຸກເສີນຕາມແຕ່ລະຈຸດ ໃຫ້ປາສະຈາກເຊື້ອພະຍາດຕ່າງໆອີກດ້ວຍ.

 

 

ພັນໂທ ສຸພານິມິດ ອິນທະຜົນ ກ່າວຕື່ມວ່າ: ສະເພາະ ຢູ່ສູນພັກສຸກເສີນສໍານັກງານປົກຄອງເມືອງ ຄົງເຊໂດນມີປະຊາຊົນຈໍານວນ 3.000 ກວ່າຄົນ ຮັບຜົນກະທົບທາງດ້ານຈິດໃຈ ແລະ ສຸຂະພາບ. ຕໍ່ສະພາບການ ດັ່ງກ່າວນັ້ນ, ກໍາລັງອ້າຍນ້ອງແພດໝໍຈໍານວນ 23 ສະຫາຍ ທີ່ປະຈໍາການຢູ່ຈຸດດັ່ງກ່າວຕະຫຼອດ 24 ຊົ່ວໂມງ ໄດ້ສຸມທຸກເຫື່ອແຮງເລັ່ງໃສ່ການປິ່ນປົວປະຊາຊົນຜູ້ທີ່ໄດ້ຮັບເຊື້ອພະຍາດຕ່າງໆເປັນຕົ້ນ: ພະຍາດຕີນເປື່ອຍ, ຖອກທ້ອງ, ໄຂ້ຫວັດ ແລະ ອື່ນໆອີກ ໄດ້ຈໍານວນ 600 ກວ່າຄົນ, ແຈກຢາຍຢາປິ່ວປົວສຸຂະພາບ ແລະ ຢາບໍາລຸງຮ່າງກາຍ ເຮັດໃຫ້ສຸຂະພາບແຂງແຮງຂຶ້ນຕາມລໍາດັບ.

 

 

ມາຮອດປັດຈຸບັນຜູ້ປະສົບໄພດັ່ງກ່າວໄດ້ຍົກຍ້າຍກັບຄືນສູ່ພູມລໍາເນົາຕົນເອງທັງໝົດແລ້ວ ດ້ວຍຄວາມປອດໄພ. ເຖິງຢ່າງໃດກໍ່ຕາມພະນັກງານແພດໝໍພວກເຮົາ ຍັງຈະສືບຕໍ່ເຄື່ອນໄຫວໃຫ້ບໍລິການປິ່ນປົວພໍ່ແມ່ປະຊາຊົນຕາມ ແຕ່ລະຈຸດເຂດບ້ານຕື່ມອີກ.