ການຄ້າກວດກາຕໍ່ເນື່ອງ ສະກັດກັ້ນບັນຫາການສວຍໂອກາດ

86

ເພື່ອເປັນການປົກປ້ອງຜູ້ບໍລິໂພກ ບໍ່ໃຫ້ຖືກເອົາປຽບຈາກແມ່ຄ້າຊາວຂາຍ ໂດຍສະເພາະໃນຍາມບ້ານເມືອງພົບຄວາມຫຍຸ້ງຍາກແບບນີ້, ສະນັ້ນ, ລັດຖະບານ ກໍ່ຄືກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ມີການອອກແຈ້ງເຕືອນໃຫ້ເຈົ້າໜ້າທີ່ການຄ້າ ໃນແຕ່ລະທ້ອງຖິ່ນເອົາໃຈໃສ່ກວດເຂັ້ມການຊື້-ຂາຍສິນຄ້າ ຂອງບັນດາຊາວຄ້າຂາຍ, ຫ້າມສວຍໂອກາດຂຶ້ນສິນຄ້າໂດຍລຳພັງຢ່າງເດັດຂາດ ຖ້າພົບເຫັນໃຫ້ກ່າວເຕືອນ ແລະ ປັບໃໝໃສ່ໂທດຕາມລະບຽບການ.

ນັບແຕ່ມີການແຈ້ງການ ເຈົ້າໜ້າທີ່ຢູ່ໃນແຕ່ລະທ້ອງຖິ່ນໄດ້ເອົາໃຈໃສ່ລົງກວດກາ, ຕິດຕາມ ການຊື້-ຂາຍສິນຄ້າຂອງບັນດາພໍ່ຄ້າຊາວຂາຍຢູ່ເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດເປັນຕົ້ນແມ່ນແຂວງ ຈຳປາສັກ ແລະ  ມາໃນວັນທີ 10 ກັນຍາ 2019 ນີ້ ຢູ່ແຂວງສະຫວັນນະເຂດ ເຈົ້າໜ້າທີ່ກໍ່ໄດ້ລົງກວດກາການຊື້-ຂາຍສິນຄ້າຢູ່ຕະຫຼາດສະຫວັນໄຊ ນະຄອນໄກສອນ ພົມວິຫານເຊັ່ນດຽວກັນ.

ສ່ວນນະຄອນຫຼວງວຽງຈັນ ກ່ອນໜ້ານີ້ ກໍ່ໄດ້ມີການລົງກວດກາສິນຄ້າຢູ່ຕະຫຼາດ ລາວອົດຊີ ເຊິ່ງເປັນຕະຫຼາດຂາຍຍົກ-ຂາຍຍ່ອຍລາຍໃຫຍ່ຂອງນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ກໍ່ໄດ້ລົງຕິດຕາມກວດກາ ທັງນີ້, ກໍ່ເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ຄວາມເປັນທຳໃນສັງຄົມ.

ສຳລັບການຄິດຕາມກວດກາລາຄາສິນຄ້າ ຢູ່ຕະຫຼາດ ລາວອົດຊີພົບວ່າ ປັດຈຸບັນຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ຜູ້ປະກອບການຫ້າງຮ້ານອາຫານ ແລະ ແມ່ຄ້າມື2 ກໍ່ຍັງມີຄືເກົ່າ,​ ແຕ່ຍັງມີເຄື່ອງບາງປະເພດແມ່ນຂາດຕະຫຼາດ ຫຼື ສະໜອງໜ້ອຍລົງ (ຍ້ອນນໍ້າຖ້ວມ ແລະ ຝົນຕົກ)​ ແລະ ສິນຄ້າບາງປະເພດນຳເຂົ້າຍາກ ແລະ ອັດຕາແລກປ່ຽນກໍ່ເພີ່ມສູງຂຶ້ນ ບັນຫາດັ່ງກ່າວຈຶ່ງເປັນອີກຈຸດໜຶ່ງທີ່ເຮັດໃຫ້ລາຄາເໜັງຕີງໄດ້ເຊັ່ນກັນ.