ທຳໃຈ!! ພາກກາງຍັງຈະມີຝົນຕື່ມອີກ, ສ່ວນລະດັບນໍ້າຂອງຫຼຸດລົງຕໍ່ເນື່ອງ

167

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດປະຈໍາວັນທີ 11 ກັນຍາ 2019ວ່າ: ຮ່ອງຄວາມກົດດັນຕໍ່າໄດ້ພາດຜ່ານຢູ່ແຂວງພາກເໜືອດ້ານຕາເວັນອອກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ ຍັງຈະມີຝົນຕົກ, ຟ້າຮ້ອງ ຟ້າເຫຼຶ້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນແຂວງພາກກາງ.

 

ในภาพอาจจะมี รถยนต์, ท้องฟ้า และสถานที่กลางแจ้ง

 

ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນຕື່ມອີກ. ອຸນຫະພູມໃນລະຫວ່າງ 18-27 ອົງສາ.

 

 

ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດບາງທ້ອງຖິ່ນແຂວງ ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 22-32 ອົງສາ.

 

 

ພາກກາງ: ອາກາດຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ. ອຸນຫະພູມໃນລະຫວ່າງ 25-33 ອົງສາ. ສະເພາະແຂວງໄຊສົມບູນ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 19-27 ອົງສາ. ສ່ວນນະຄອນຫຼວງວຽງຈັນຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດໃນຕອນບ່າຍ ຫາ ກາງຄືນ. ອຸນຫະພູມໃນລະຫວ່າງ 27-33 ອົງສາ.

 

 

ພາກໃຕ້: ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນຕື່ມອີກ. ອຸນຫະພູມໃນລະຫວ່າງ 23-30 ອົງສາ. ສໍາລັບເຂດພູພຽງບໍລິເວນ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງໃນລະຫວ່າງ 14-25 ອົງສາ.

 

 

ພ້ອມດຽວກັນ ລະດັບນໍ້າ ຂອງ ຢູ່ແຂວງ ຈຳປາສັກ, ໃນເວລາ 7 ໂມງ ຂອງວັນທີ 11 ກັນຍາ 2019 ແທກໄດ້ 11,50 ແມັດ ຍັງກາຍເຂດລະວັງໄພ (ເຂດລະວັງໄພ: 11 ແມັດ) ແລະ ທ່າອ່ຽງລະດັບນໍ້າຂອງຍັງຈະສືບຕໍ່ຫຼຸດລົງຢູ່ຕື່ມອີກແຕ່ຍັງຢູ່ໃນລະດັບລະວັງໄພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.