ບໍລິສັດ ກຣິດຕະພົງ ກຣຸບ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

178

ໃນຕອນແລງຂອງວັນທີ 11 ກັນຍາ 2019 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ( ຫສນຍ ) ທ່ານ ເພັດ ພົມພິພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຈາກ ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ຈຳນວນ 100 ລ້ານກີບ, ກ່າວມອບໂດຍ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໃຫຍ່ ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ເຊິ່ງມີພະນັກງານທີ່ກ່ຽວຂ້ອງຂອງ ຫສນຍ ແລະ ບໍລິສັດດັ່ງກ່າວເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເພັດ ພົມພິພັກ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະກໍຄືບໍລິສັດ ທີ່ໄດ້ນຳເອົາເງິນມາມອບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້. ເງິນຊ່ວຍເຫຼືອດັ່ງກ່າວແມ່ນຈະໄດ້ນຳໄປມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກແກ່ຜູ້ປະສົບໄພນໍ້າຖ້ວມໃນປີນີ້.

ການຊ່ວຍເຫຼືອຂອງ ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ຈະປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍຄືຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະສົບໄພນໍ້າຖ້ວມຢູ່ທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດ ສາມາດຜ່ານພົ້ນໄປໄດ້ດ້ວຍດີ.

( ຂ່າວ – ຮູບ: ຫສນຍ )