ເມືອງຄອບ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ອີກ 2,23 ຕື້ກີບ

159

ເດືອນຜ່ານມາ ເມືອງຄອບ ແຂວງໄຊຍະບູລີ ສາມາດເກັບລາຍຮັບໄດ້ 5,89 ຕື້ກວ່າກີບ ເທົ່າກັບ 67,74% ຂອງແຜນການປີ, ສ່ວນໄລຍະເວລາທີ່ເຫຼືອຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ອີກ 2,23 ຕື້ກວ່າກີບ.

ທ່ານ ສູນທອນ ວົງໄພໂລດ ຫົວໜ້າຫ້ອງການ – ການເງິນ ເມືອງຄອບ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ອີກ 3 ເດືອນທ້າຍປີ 2019 ເມືອງຄອບ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ອີກ 2,23 ຕື້ກວ່າກີບ. ໃນນັ້ນ, ລວມຍອດລາຍຮັບພາຍໃນໃຫ້ໄດ້ 525,61 ລ້ານກວ່າກີບ, ສ່ວຍສາອາກອນ 510,61 ລ້ານກວ່າກີບ, ຊັບສິນ 15 ລ້ານກີບ, ລາຍຮັບດຸນດ່ຽງຈາກແຂວງ 1,7 ຕື້ ກວ່າກີບ. ພ້ອມດຽວກັນ, ກໍຈະສູ້ຊົນເບີກຈ່າຍເງິນເດືອນ, ເງິນບໍລິຫານ, ເງິນດັດສົມ ແລະ ອື່ນໆ ໃຫ້ສໍາເລັດຕາມຕົວເລກອະນຸມັດໃນສົກງົບປະມານ 2019 ແລະ ເພື່ອສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ນັ້ນ ທາງຫ້ອງການ – ການເງິນແມ່ນຈະສືບຕໍ່ເອົາການສຶກສາອົບຮົມວຽກງານແນວຄິດໃຫ້ພະນັກງານລັດຖະກອນເປັນຫຼັກ ເພື່ອໃຫ້ມີແນວຄິດຫຼັກໝັ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງ  ພັກ – ລັດ, ມີຄຸນທາດການເມືອງໜັກແໜ້ນ ແລະ ມີຄວາມໂປ່ງໃສຕໍ່ໜ້າທີ່ວຽກງານ.

ທ່ານ ສູນທອນ ວົງໄພໂລດ ຍັງໃຫ້ຮູ້ຕື່ມອີກວ່າ: ໄລຍະ 9 ເດືອນຜ່ານມາ ແມ່ນໄດ້ສຸມໃສ່ລົງຈັດເກັບລາຍຮັບຢູ່ຂັ້ນບ້ານໃນທົ່ວເມືອງໄດ້ສໍາເລັດ, ຄຸ້ມຄອງສິນຄ້າກະສິກໍາສົ່ງອອກພາຍໃນແຂວງ ແລະ ຕ່າງປະເທດ, ຄຸ້ມຄອງເກັບຄ່າຊັບພະຍາກອນ ໂດຍສະເພາະແມ່ນການຂຸດຄົ້ນຫີນຜາເພື່ອສົ່ງອອກ, ຄ່າຈົດທະບຽນເອກະສານ, ຄ່າເຊົ່າອາຄານ, ຊຸກຍູ້ກວດກາໄລ່ລຽງລາຍຮັບບໍລິຫານວິຊາການຂອງບັນດາຫ້ອງການທີ່ມີລາຍຮັບ, ຜ່ານການຈັດຕັ້ງປະຕິບັດ 9 ເດືອນ ສາມາດຈັດເກັບລາຍຮັບໄດ້ທັງໝົດ 5,89 ຕື້ກວ່າກີບ ເທົ່າກັບ 67,74% ຂອງແຜນການປີ. ໃນນີ້, ລວມຍອດລາຍຮັບພາຍໃນ 2,18 ຕື້ກວ່າກີບ ເທົ່າກັບ 66,52%, ລາຍຮັບສ່ວຍສາອາກອນ 1,86 ຕື້ກວ່າກີບ ເທົ່າກັບ 62,41%, ລາຍຮັບຊັບສິນ 322,44 ລ້ານກວ່າກີບ ເທົ່າກັບ 107,48% ແລະ ລາຍຮັບດຸນດ່ຽງຈາກແຂວງ 3,70 ຕື້ກວ່າກີບ ເທົ່າກັບ 68,49% ແລະ ໄດ້ສຸມໃສ່ແກ້ໄຂເງິນເດືອນເປັນບຸລິມະສິດທີໜຶ່ງ, ເງິນບໍລິຫານ, ເງິນນໍ້າມັນ ແລະ ເງິນອື່ນໆ ແມ່ນຖືກຕ້ອງຕາມລະບຽບກົດໝາຍງົບປະມານ.

( ໂດຍ: ອຸ່ນເຮືອນ ໂພທິລັກ )