ລະດັບນໍ້າທີ່ເມືອງຈຳພອນ – ສອງຄອນ ເລີ່ມຫຼຸດລົງແດ່ ແຕ່ຍັງວິກິດເພາະນໍ້າຖ້ວມສູງເປັນບໍລິເວນກວ້າງ

59

ລະດັບນ້ຳທີ່ເມືອງຈຳພອນ ແລະ ສອງຄອນ ແຂວງສະຫວັນນະເຂດ ໃນວັນທີ 10 ກັນຍາ ຫຼຸດລົງປະມານ 15 ຊັງຕີແມັດ ແຕ່ລະດັບນ້ຳຍັງສູງຢູ່.ຂະນະທີ່ອຸຕຸຄາດວັນທີ 9 ຫາ 11 ກັນຍາ ທົ່ວທຸກພາກຈະມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ.

ທ່ານ ບົວລາ ບຸນຍະເດດ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຈຳພອນ ໃຫ້ສຳພາດວ່າ: ສະພາບນ້ຳຖ້ວມພາຍໃນເມືອງ ໂດຍສະເພາະຢູ່ບ້ານແກ້ງກອກ ເວລາປະມານ 14:00 ໂມງ ຂອງວັນທີ 10 ກັນຍາ ລະດັບນ້ຳໄດ້ຫຼຸດລົງ ປະມານ 15 ຊັງຕີແມັດແລ້ວແຕ່ເປັນການຫຼຸດລົງແບບຄ່ອຍໆເນື່ອງຈາກສະພາບນໍ້າຖ້ວມເປັນລັກສະນະຖ້ວມຍື່ງ ແລະ ຍັງຄາດການບໍ່ໄດ້ວ່າລະດັບນ້ຳຈະຫຼຸດລົງສູ່ພາວະປົກກະຕິໄດ້ມື້ໃດ, ຂະນະທີ່ຝົນແມ່ນຢຸດຕົກ 3 – 4 ວັນແລ້ວ.

ໂດຍທົ່ວເມືອງມີນ້ຳຖ້ວມ ທັງໝົດ 63 ບ້ານ, ຖ້ວມໜັກ 26 ບ້ານ ແລະ ໄດ້ຍົກຍ້າຍປະຊາຊົນ 16 ບ້ານ ເຊິ່ງມີຈຸດພັກເຊົາຊົ່ວຄາວ 3 ຈຸດ ຄື: ຈຸດບ້ານດົງຄຳໝື່ນ, ເດີ່ນຍົນເກົ່າ ( ບ້ານແກ້ງກອກທົ່ງ ) ແລະ ບ້ານດົງໜອງຂຸນ ເຊິ່ງເປັນຈຸດທີ່ສູງ ແລະ ປະຊາຊົນສ່ວນໃຫຍ່ແມ່ນໄດ້ຍ້າຍໄປຢູ່ນຳຍາດຕິພີ່ນ້ອງ, ຄົນຮູ້ຈັກ.
ສະນັ້ນ, ເພື່ອສືບຕໍ່ໃນການໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ຄະນະກຳມະການຕ້ານໄພພິບັດຂໍສະເໜີ ແລະ ມີຄວາມຕ້ອງການເຄື່ອງອຸປະໂພກ – ບໍລິໂພກນ້ຳດື່ມ, ໝີ່ແຫ້ງ, ປາກະປ໋ອງ, ນ້ຳມັນແອັດຊັງໃສ່ເຮືອ ເພື່ອນໍາເຄື່ອງໄປສົ່ງໃຫ້ປະຊາຊົນ ແລະ ກະສອບເພື່ອໃສ່ດິນໄປສ້ອມແປງທາງແກ້ໄຂສຸກເສີນ, ຄູກັນນ້ຳ ແລະ ລະບົບຊົນລະປະທານ.

ສ່ວນທີ່ເມືອງສອງຄອນ ທ່ານ ພຸດທະວົງ ພົມມະຈັກ ຮອງເຈົ້າເມືອງສອງຄອນ ແຂວງສະຫວັນນະເຂດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ກ່າວໃນວັນທີ 10 ກັນຍາວ່າ: ເມືອງສອງຄອນ ໄດ້ຖືກນ້ຳຖ້ວມທັງໝົດ 36 ບ້ານໃນນັ້ນ, ໜັກກວ່າໝູ່ແມ່ນ 11 ບ້ານ ເຊິ່ງຖືກຕັດຂາດ, ປະຊາຊົນຫຼາຍກວ່າ 1.600 ຄອບຄົວ ໄດ້ຍົກຍ້າຍໄປຢູບ່ອນປອດໄພແລ້ວ ຍັງເຫຼືອພຽງແຕ່ເຄື່ອງຂອງ ແລະ ສັດລ້ຽງຂອງປະຊາຊົນຈຳນວນໜຶ່ງເທົ່ານັ້ນ ທີ່ຈະໄດ້ສືບຕໍ່ຍົກຍ້າຍຫາກເຂົາເຈົ້າຮ້ອງຂໍຄວາມຊ່ວຍເຫຼືອ.
ທ່ານກ່າວອີກວ່າ: ທ້າຍເດືອນສິງຫາຜ່ານມາ, ນ້ຳໄດ້ຍື່ງຂຶ້ນສູງໄຫຼເຂົ້າເຮືອນປະຊາຊົນຈຳນວນໜຶ່ງ. ຫຼັງຈາກນັ້ນ, ນ້ຳໄດ້ບົກແຫ້ງລົງ ແຕ່ພໍມາຮອດວັນທີ 4 – 5 ກັນຍາເປັນຕົ້ນມາ, ນ້ຳໄດ້ຂຶ້ນຢ່າງໄວວາ, ເຮັດໃຫ້ປະຊາຊົນເກັບມ້ຽນເຄື່ອງຂອງ ແລະ ສັດລ້ຽງບໍ່ທັນ ຈຶ່ງເຮັດໃຫ້ພາຫະນະ, ເຄື່ອງຂອງ ແລະ ສັດລ້ຽງຈຳນວນໜຶ່ງຖືກນ້ຳຖ້ວມ. ສຳລັບປະຊາຊົນໄດ້ຍົກຍ້າຍໄປຢູ່ບ່ອນປອດໄພ ເຊິ່ງທາງເມືອງໄດ້ຈັດເປັນ 11 ສູນ ເພື່ອຮອງຮັບຜູ້ປະສົບໄພ, ບາງບ້ານຍົກຍ້າຍໄປຢູ່ປ່າເຂດບ້ານດົງສະຫວ່າງ ເຊິ່ງເປັນເຂດທີ່ສູງ ເຖິງວ່າຈະມີສູນພັກເຊົາຊົ່ວຄາວ ແຕ່ປະຊາຊົນສ່ວນຫຼາຍຍ້າຍໄປຢູ່ນຳຍາດຕິພີ່ນ້ອງ, ເພື່ອນມິດສະຫາຍ.

ສຳລັບການຊ່ວຍເຫຼືອຈາກສັງຄົມ ໄດ້ມີບຸກຄົນ, ບໍລິສັດຫ້າງຮ້ານ ແລະ ອົງການຈັດຕັ້ງນຳເຄື່ອງມາຊ່ວຍເຫຼືອມາມອບໃຫ້ຜູ້ປະສົບໄພຢ່າງຕໍ່ເນື່ອງ ແຕ່ກໍຍັງບໍ່ພຽງພໍກັບຄວາມຕ້ອງການ ເນື່ອງຈາກວ່າຜູ້ປະສົບໄພມີຈຳນວນຫຼວງຫຼາຍ.
ທ່ານ ພັນໂທ ຄຳສາ ຮຽມຈຳປາພັນ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງສອງຄອນ ກ່າວວ່າ: ທະຫານເມືອງສອງຄອນ ໄດ້ຮ່ວມກັບກອງພັນທະຫານຮາບທີ 5 ແຂວງສະຫວັນນະເຂດ ໄດ້ມາຕັ້ງສູນບັນຊາຢູ່ພາກສະໜາມ ໂດຍໄດ້ເລີ່ມຍົກຍ້າຍປະຊາຊົນນັບແຕ່ຕົ້ນເດືອນກັນຍາເປັນຕົ້ນມາ, ມາຮອດວັນທີ 4 – 5 ກັນຍາ ນ້ຳໄດ້ສູງຂຶ້ນໄວ ເຮັດໃຫ້ກຳລັງທະຫານຕ້ອງເລັ່ງຍົກຍ້າຍປະຊາຊົນອອກຈາກເຂດທີ່ມີຄວາມສ່ຽງໄປຢູ່ບ່ອນປອດໄພ.