ສືບຕໍ່ສ້າງນັກຊ່ຽວຊານບັນຊີລາວກາຍເປັນມືອາຊີບ

106

ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຫຼື LCPAA ໄດ້ຈັດຝຶກອົບຮົມນັກຊ່ຽວຊານບັນຊີລາວ ຊຸດທີ XV ຂຶ້ນໂດຍອີງໃສ່ຫຼັກສູດນັກຊ່ຽວຊານບັນຊີ ACCA ເພື່ອເປັນພື້ນຖານໃນການສ້າງຫຼັກສູດອົບຮົມນັກຊ່ຽວຊານບັນຊີລາວ ເພື່ອຍົກລະດັບໄປສູ່ນັກຊ່ຽວຊານບັນຊີໃນລະດັບອາຊຽນ.

ທ່ານ ນາງ ພິລານີ ພິດສະໄໝ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ເພື່ອເປັນການປະຕິບັດສັນຍາຮັບຮູ້ເຊິ່ງກັນ ແລະ ກັນດ້ານການບໍລິການບັນຊີ ໃນ 10 ປະເທດອາຊຽນ ເພື່ອເຮັດໃຫ້ນັກຊ່ຽວຊານບັນຊີສາມາດໄປປະກອບອາຊີບໃນປະເທດໃດໜຶ່ງໄດ້ຕາມຂອບຂອງການເປັນສະມາຊິກປະຊາຄົມເສດຖະກິດອາຊຽນ ແຕ່ຕ້ອງປະຕິບັດລະບຽບຂອງປະເທດເຈົ້າພາບ ແລະ ຫຼັກສູດຕ້ອງສອດຄ່ອງກັບມາດຕະຖານສາກົນດ້ານການສຶກສາ ເຊິ່ງຊຸດຝຶກອົບຮົມຄັ້ງນີ້ແມ່ນມີອາຈານສອນທີ່ມີປະສົບການດ້ານວິຊາຊີບບັນຊີ ແລະ ກວດສອບ ທີ່ມາຈາກພາກທຸລະກິດ ແລະ ອື່ນໆ.

ຊ່ຽວຊານບັນຊີ ແລະ ນັກກວດສອບແມ່ນສິ່ງທີ່ຈຳເປັນທີ່ນັກລົງທຶນຕ້ອງການທີ່ຈະຊ່ວຍໃຫ້ຄຳປຶກສາທາງດ້ານການເງິນ ແລະ ຂໍ້ມູນຕ່າງໆ ພ້ອມທັງການວິໄຈທີ່ໜ້າເຊື່ອຖືກໍຄືຜູ້ທີ່ມີຈັນຍາບັນທີ່ປະຕິບັດໜ້າທີ່ວິຊາສະເພາະແບບມືອາຊີບສາມາດໃຫ້ຄຳປຶກສາດ້ານຍຸດທະສາດ ແລະ ການເຄື່ອນໄຫວວຽກງານຂອງນັກທຸລະກິດ ເຊິ່ງຜູ້ທີ່ຈະສາມາດຕອບບັນຫາດັ່ງກ່າວໄດ້ແມ່ນນັກຊ່ຽວຊານບັນຊີ.

ຊຸດຝຶກອົບຮົມຄັ້ງນີ້ມີ 13 ວິຊາ ແບ່ງອອກເປັນ 2 ລະດັບ ຄືລະດັບພື້ນຖານ 9 ວິຊາ ແລະ ລະດັບວິຊາຊີບ 4 ວິຊາ ໂດຍກຳນົດເອົາວັນເສົາ ແລະ ອາທິດ ຈັດອົບຮົມຈະໃຊ້ເວລາທັງໝົດ 3 ປີ ສ່ວນສະຖານທີ່ຈັດຝຶກອົບຮົມແມ່ນຢູ່ວິທະຍາໄລ ບຸດວິເສດ ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ພິທີເປີດຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ກັນຍາຜ່ານມາ ທີ່ວິທະຍາໄລ ບຸດວິເສດ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ພິລານີ ພິດສະໄໝ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ທ່ານ ສອນໄຊ ສີລາເພັດ ຮອງປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ມີບັນດາຄູ – ອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

( ຂ່າວ: ສຸລິນ, ຮູບ: ສຸລິໂຍ )