ສູນກາງຊາວໜຸ່ມກຳນົດ 3 ໄລຍະເຂົົ້າຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ, ທີມທຳອິດອອກເດີນທາງລົງໃຕ້ແລ້ວແຕ່ວັນທີ 7 ກັນຍາ

186

ໃນຕອນເຊົ້າຂອງວັນທີ 6 ກັນຍາ 2019 ຄະນະຕ້ານໄພພິບັດຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມອັນຮີບດ່ວນຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງ ສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຈຸດປະສົງເພື່ອປຶກສາຫາລື, ວາງແຜນ ລົງຊ່ວຍອຸທົກລະໄພຢູ່ ພາກກາງ ແລະ ພາກໃຕ້ .

ກອງປະຊຸມໄດ້ວາງແຜນແບ່ງອອກເປັນ 3ໄລຍະ ເຊິ່ງໄລຍະທຳອິດແມ່ນຈັດຫາເອົາເຄື່ອງອຸປະໂພກ, ບໍລິໂພກ ແລະ ອຸປະກອນທີ່ຈຳເປັນເຊັ່ນເຮືອລົງຊ່ວຍໂດຍດ່ວນ ແລະ ນຳພາໂດຍ ທ່ານອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ.

ໄລຍະທີ2 ພາຍຫລັງຄະນະນຳລົງໄປເບິ່ງຄວາມເປັນຈິງສິ່ງທີ່ຕ້ອງການຂອງປະຊາຊົນທີ່ຖືກໄພພິບັດ ຈິ່ງຈັດເອົາທີມອາສາສະໝັກ, ພ້ອມດ້ວຍວັດຖຸ, ສະບຽງອາຫານ ແລະສິ່ງບັນເທົາທຸກ ໃນເບື້ອງຕົ້ນ. ຈາກນັ້ນ ໄລຍະທີ3ຟື້ນຟູ ແມ່ນຈັດທີມອາສາຊາວໜຸ່ມຕະລຸມບອນເພື່ອລົງຟື້ນຟູພື້ນທີ່,ເຮືອນຊານບ້ານຊອງຊ່ວຍປະຊາຊົນ,ພ້ອມຟື້ນຟູຈິດໃຈ, ນຳພາເຮັດກິດຈະກຳ.

ພ້ອມດຽວກັນນີ້ຄະນະເລຂາທິການຍັງໄດ້ມອບແບ່ງຄວາມຮັບຜິດຊອບ ເພື່ອເຮັດໃຫ້ຜູ້ປະຈຳການໄດ້ສືບຕໍ່ປຸກລະດົມທຶນຮອນການປະກອບສ່ວນພ້ອມທັງນັດປະຊຸມ, ຊາວໜຸ່ມກະຊວງອ້ອມຂ້າງເພື່ອປຸກລະດົມຂະບວນການ ພ້ອມທັງອອກແຈ້ງການໃຫ້ຊາວໜຸ່ມຕະລຸມເພື່ອອາສາສະໜັກເຂົ້າໃນການຊ່ວຍເຫລືອໃຫ້ບັນລຸໃນລະດັບດີພໍສົມຄວນ.

ໃນວັນດຽວກັນຍັງໄດ້ໃຊ້ກຳລັງຕົວແທນຊາວໜຸ່ມປຸກລະດົມທຶນການປະກອບສ່ວນຈາກພາກສ່ວນຕ່າງໆເພື່ອນຳລົງໄປຊ່ວຍເຫລືອໃນເບື້ອງຕົ້ນໄດ້ທັງເງິນສົດ ແລະ ເຄື່ອງອຸປະໂພກ, ບໍລິໂພກ ເຊິ່ງໃນນີ້ມີເຂົ້າສານຈຳນວນ 6ໂຕນ , ອາຫານແຫ້ງ ແລະ ນໍ້າຈຳນວນໜຶ່ງ ແລະ ຍັງມີອຸປະກອນທີ່ຈຳເປັນເຊັ່ນເຮືອ 8ລຳ,ເສື້ອຊູຊີບຈຳນວນໜຶ່ງ ຕົກເປັນເງິນຈຳນວນ 108ລ້ານກີບທີ່ຈະນຳເອົາໄປຊ່ວຍ 6 ແຂວງທີ່ຖືກໄພພິບັດໃນຄັ້ງນີ້.
ມາໃນ7 ກັນຍາ 2019ທີມງານ ຊາວໜຸ່ມຕະລຸມບອນຮ່ວມໃຈ ຊ່ວຍປະຊາຊົນຜູ້ປະສົບໄພນໍ້າຖ້ວມ ກໍໄດ້ອອກເດີນທາງ

ພ້ອມນີ້ຄະນະຮັບຜິດຊອບຍັງຈະສືບຕໍ່ຂົນຂວຍເພື່ອເຕົ້າໂຮມກຳລັງແຮງກາຍ,ໃຈ,ວັດຖຸ,ຊັບສິນ, ເງິນຄຳເພື່ອໄປສຸມໃສ່ໄພພິບັດໃນຄັ້ງນີ້ຢ່າງເປັນຂະບວນ.
ພ້ອມດຽວກັນນີ້ຍັງໄດ້ມີກິດຈະກຳເຕະບານມິດຕະພາບລະຫວ່າງທີມ Misster international lao ແລະ ທີມ lao all star ເພື່ອລະດົມທຶນໄປຊ່ວຍຜູ້ຖືກອຸທົກກະໄພ 4 ແຂວງພາກໃຕ້ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 8ກັນຍາ 2019ນີ້ ທີ່ສະໜາມກິລາເຈົ້າອານຸວົງ ເລີມແຕ່16:00ໂມງເປັນຕົ້ນໄປ.

ດັ່ງນັ້ນທາງຄະນະນຳໃນກາງຊາວໜຸ່ມປະຊາຊົນປະຕິວັດລາວຈິ່ງຍໍເຊີນຊວນທຸກພາກສ່ວນໄປຊົມ,ເຊຍເພື່ອເປັນກຳລັງໃຈ ແລະ ປະກອບສວນເຂົ້າໃນກິດຈະກຳຄັ້ງນີ້ເພື່ອຈະໄດ້ນຳໄປຊ່ວຍເຫລືອໃຫ້ກັບປະຊາຊົນຜູ້ທີ່ຖືກໄພພິບັດ