ນາຍົກລົງຢ້ຽມຢາມປະຊາຊົນ ທີ່ປະສົບໄພນໍ້າຖ້ວມຢູ່ສະຫວັນນະເຂດ-ສາລະວັນ

224

ເພື່ອເປັນຂວັນ ແລະ ກຳລັງແກ່ຜູ້ປະສົບນໍ້າຖ້ວມຢູ່ບັນດາແຂວງພາກໃຕ້ຂອງ ສປປ ລາວ ຫຼັງໄດ້ຮັບອິດທິພົນຈາກພາຍຸໝູນເຂດຮ້ອນພັດຜ່ານ. ຫຼັງຈາກທີ່ທ່ານຮອງນາຍົກລົງແຂວງຈຳປາສັກໃນວັນທີ 6 ກັນຍາ, ມາໃນວັນທີ 7 ຂອງເດືອນດຽວກັນ ທ່ານນາຍົກ ໄດ້ລົງເຄື່ອນໄຫວຢ້ຽມຢາມ ພ້ອມມອບເງິນຊ່ວຍເຫຼືອບັນເທົາທຸກໃຫ້ແກ່ເມືອງທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ດ້ວຍ.

ໃນວັນທີ 7 ກັນຍາ 2019 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ແຂວງ ສະຫວັນນະເຂດ ໂດຍໄດ້ລົງຕິດຕາມຢ້ຽມຢາມຖາມຂ່າວປະຊາຊົນຢູ່ ບ້ານແກ້ງກອກ ເມືອງຈຳພອນ, ເມືອງ ສອງຄອນ ແລະ ເມືອງ ຊົນບູລີ ແຂວງສະຫວັນນະເຂດ ພ້ອມມອບເງິນຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນເມືອງລະ 100 ລ້ານກີບ

ໃນວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງຄົງເຊໂດນ ແຂວງສາລະວັນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ນຳເອົາເງິນ ຈຳນວນ 400 ລ້ານກີບ ມອບໃຫ້ແຂວງສາລະວັນ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຊັ່ນດຽວກັນ.

 

ທີ່ມາ, ຂປລ