ຮ່ວມຊ່ວຍເຫຼືອພີ່ນ້ອງຊາວສາລະວັນ ທີ່ຫ້ອງວ່າການແຂວງ

58

ເພື່ອເປັນການບັນເທົາທຸກໃນເບື້ອງຕົ້ນແກ່ຜູ້ປະສົບໄພນໍ້າຖ້ວມ ພາຍໃນແຂວງສາລະວັນ, ຫ້ອງວ່າການປົກຄອງແຂວງ ໄດ້ມີການຕັ້ງຈຸດຮັບເຄື່ອງຊ່ວຍເຫຼືອຈາກບັນດາພາກສ່ວນຕ່າງໆທັງພາກລັດ, ເອກະຊົນ, ນິຕິບຸກຄົນ ແລະ ບັນດາຫົວໜ່ວຍທຸລະກິດ ຫ້າງຮ້ານຕ່າງໆ ທີ່ປະສົງຢາກຊ່ວຍເຫຼືອພີ່ນ້ອງຊາວແຂວງສາລະວັນ ທີ່ປະສົບໄພນໍ້າຖ້ວມໃນຄັ້ງນີ້.

ດັ່ງນັ້ນ, ເຈົ້າເມືອງສາລະວັນ ແຈ້ງການ ເລກທີ  22 /ຈມ.ສວ ລົງວັນທີ 6 ກັນຍາ 2019 ເຖິງ ພະແນກການ ກົມກອງ ອົງການທຽບເທົ່າຂັ້ນແຂວງ, ຫ້ອງການ, ກົມກອງ, ອົງການທຽບເທົ່າອ້ອມຂ້າງເມືອງ, ບັນດາຫວໜ່ວຍທຸລະກິດປະກອບການ ບໍລິສັດ, ລັດວິສາຫະກິດ, ຫົວໜ່ວຍທຸລະກິດຫ້າງຮ້ານ, ການຈັດຕັ້ງພັກ-ລັດ, ນິຕິບຸກຄົນພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງເພື່ອຮັບຊາບ ແລະ ຕ້ອງການທີ່ຈະຊ່ວຍເຫຼືອ, ເລື່ອງ: ການຊ່ວຍເຫຼືອໃຫ້ປະຊາຊົນຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພທຳມະຊາດທີ່່ເມືອງສາລະວັນ, ແຂວງສາລະວັນ

ໃນແຈ້ງການລະບຸວ່າ: ເຈົ້າເມືອງ ສາລະວັນ ຂໍແຈ້ງມາຍັງທ່ານຊາບວ່າ: ໃນຄັ້ງວັນທີ 1-5 ກັນຍາ 2019 ເກີດມີຝົນຕົກເຮັດໃຫ້ນໍ້າຖ້ວມຢ່າງໜັກໜ່ວງເປັນບໍລິເວນກວ້າງ ຈຳນວນ 93 ບ້ານ ຂອງເມືງ ສາລະວັນ, ແຂວງ ສາລະວັນ ເຊິ່ງບໍ່ເຄີຍມີມາແຕ່ກ່ອນ, ຊີວິດ ແລະ ຊັບສິນຂອງປະຊາຊົນຖືກເສຍຫາຍເປັນຈຳນວນຫຼວງຫຼາຍ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາພະແນກການ, ກົມກອງ ອົງການທຽບເທົ່າຂັ້ນແຂວງ ຫ້ອງການ ກົມກອງ, ອົງການທຽບເທົ່າອ້ອມຂ້າງເມືອງ, ບັນດາຫວໜ່ວຍທຸລະກິດປະກອບການ ບໍລິສັດ, ລັດວິສາຫະກິດ, ຫົວໜ່ວຍທຸລະກິດຫ້າງຮ້ານ, ການຈັດຕັ້ງພັກ-ລັດ, ນິຕິບຸກຄົນພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງ ເພື່ອຮັບຊາບ ແລະ ຕ້ອງການຈະຊ່ວຍເຫຼືອເປັນວັດຖຸ ເງິນສົດ ເຊິ່ງບ່ອນຕ້ອນຮັບການຊ່ວຍເຫຼືອແມ່ນ ຫ້ອງວ່າການເມືອງ ສາລະວັນ ສາມາດຕິດຕໍ່ພົວພັນເບີຖທ: 020 5555 6737, 034 212 076 ແລະ 020 2228 4447.