ກໍາລັງຂາຂອງທ່ານ ກໍຊ່ວຍເຫຼືອຜູ້ປະສົບໄພໄດ້ ຮ່ວມແລ່ນລະດົມທຶນ

48

ອີກໜຶ່ງຊ່ອງທາງໃນການປະກອບຊ່ວຍຜູ້ປະສົບໄພນໍ້າຖ້ວມ ທາງ ເພຈ Run together (ເພື່ອລະດົມທຶນຊ່ວຍໄພພິບັດ) ຈະຈັດແລ່ນລະດົມທຶນ ແບບຮີບດ່ວນອີກຄັ້ງ ໃນວັນເສົາ ທີ 07 ກັນຍາ 2019.

 

ໂດຍມີລາຍລະອຽດດັ່ງນີ້: ຂໍເຊີນນັກແລ່ນ ອອກແລ່ນ ແລະ ບໍລິຈາກ ເງິນເພື່ອຊ່ວຍອຸທົກຂະໄພ ສາລະວັນ ແລະ ປາກເຊນຳກັນ.
1. ແລ່ນອອກກຳລັງກາຍຮັບບໍລິຈາກ ເພື່ອຊ່ວຍ ນ້ຳມັນແກ່ ເຮືອ ແລະ ລົດຂອງໜ່ວຍກູ້ຊີບຢູ່ສາລະວັນ + ປາກເຊ + ເຊກອງ + ອັດຕະປື ມອບທຶນ ຫຼື ຈັດຊື້ ອາຫານດິບ ໃຫ້ໂຮງທານຢູ່ແຂວງຕ່າງໆ ແລະ ຄວາມຮຽກຮ້ອງອື່ນໆ ຕາມເຫັນຄວນ.

 

  1. ແລ່ນທີ່ທາດຫຼວງ 6 ຮອບສະໜາມ ວັນເສົາທີ 7 ກັນຍາ 2019 ລວມໂຕ 16:00ໂມງ ເລີ່ມແລ່ນ 17:00 ໂມງ ສະຫມັກແລ່ນໂດຍການບໍລິຈາກເງິນສົດ ໃສ່ກ່ອງຮັບ (ຮັບຜິດຊອບຮວບຮວມ ແລະ ສົ່ງມອບ ໂດຍເພຈ run together)

 

  1. ໃຫ້ກຽມນ້ຳດື່ມມາເອງ ພ້ອມຮັບ ປະກັນຮັກສາຄວາມສະອາດໃນເດີ່ນ ຫຼັງແລ່ນຈົບ
  2. ແລ່ນຈົບ ຖ່າຍຮູບລວມ 5 ຂໍເຊີນກຸ່ມແລ່ນ ເຂົ້າຮ່ວມ Lkcoaching/ rockrunnerclub/ເຕົ່າແລ່ນ/ trilaos/werun/ສະມາຄົມແລ່ນເພື່ອສຸຂະພາບທາດຫຼວງ/CEO runner

 

  1. ຊິມີການ Live ສົດ ແລະ ນັບເງິນໃຫ້ເຫັນເພື່ອຄວາມ ໂປ່ງໃສ
  2. ງານຄັ້ງນິ້ຈັດເອງຕາມພາວະຮີບດ່ວນແລະຄວາມ ຮຽກຮ້ອງຈາກນັກແລ່ນຫຼາຍຄົນບໍ່ມີການ ຂຶ້ນປ້າຍ sponsor ຫຼື ໂຄສະນາ ແຕ່ກໍ່ຫັວງວ່າ ທ່ານຈະສະລະເວລາມາຮ່ວມນຳເຮົາ ເດີ້ Runner ຂອບໃຈ.