ຊາວໜຸ່ມແຂວງຫຼວງນ້ຳທາ ມອບເຄື່ອງໃຫ້ 5 ບ້ານ ເປົ້າໝາຍເມືອງວຽງພູຄາ

52

ທ້າຍເດືອນສິງຫາ 2019 ນີ້ ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງນໍ້າທາ ໄດ້ນໍາເອົາອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມມາມອບໃຫ້ຫ້ອງການຊາວໜຸ່ມເມືອງວຽງພູຄາ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນ, ຊາວໜຸ່ມ – ເຍົາວະຊົນຜູ້ທີ່ທຸກຍາກຂາດເຂີນ ແລະ ຜູ້ດ້ອຍໂອກາດ ຢູ່ 5 ບ້ານ ເປົ້າໝາຍຢູ່ເມືອງວຽງພູຄາ.

ທ່ານ ວິໄລເພັດ ລຽນສະຫວັດ ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງວຽງພູຄາ ໄດ້ຜ່ານບົດລາຍງານບ້ານເປົ້າໝາຍທີ່ຈະລົງມອບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນໃຫ້ປະຊາຊົນ, ຊາວໜຸ່ມ – ເຍົາວະຊົນຂອງບ້ານທີ່ທຸກຍາກຂາດເຂີນ ແລະ ດ້ອຍໂອກາດ ຢູ່ 5 ບ້ານ ຄື: ບ້ານພູເລັດ, ບ້ານນໍ້າເສືອ ກຸ່ມບ້ານນໍ້າຟ້າ, ບ້ານນໍ້າມາງ ກຸ່ມບ້ານທ້ຽວ, ບ້ານນໍ້າຕະແລງ ກຸ່ມບ້ານທົ່ງລາດ ແລະ ບ້ານພູລັນໃຕ້ ກຸ່ມບ້ານນໍ້າແພ, ອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມທີ່ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງນໍ້າທາ ມາມອບຄັ້ງນີ້ ມີ: ປຶ້ມຂຽນ ຈຳນວນ 740 ຫົວ, ບິກ 608 ກ້ານ, ບັນທັດ 296 ອັນ, ສໍດຳ 608 ກ້ານ ແລະ ເຄື່ອງນຸ່ງຫົ່ມ 20 ຖົງ ລວມມູນຄ່າທັງໝົດ 11 ລ້ານກີບ ເຊິ່ງໄດ້ມອບໃຫ້ຊາວໜຸ່ມ – ເຍົາວະຊົນຜູ້ທີ່ທຸກຍາກ ແລະ ດ້ອຍໂອກາດ 5 ບ້ານເປົ້າໝາຍ ມີຈຳນວນ 148 ຄົນ ຍິງ 77 ຄົນ, ກ່າວມອບເຄື່ອງດັ່ງກ່າວໂດຍ ທ່ານ ວົງມະນີ ເພື່ອປະຊາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ກ່າວຮັບໂດຍ ທ່ານ ບຸນຊົງ ວາໄຊຍີ ຮອງເລຂາພັກເມືອງ – ຮອງເຈົ້າເມືອງວຽງພູຄາ ແລ້ວມອບຕໍ່ໃຫ້ຫ້ອງການຊາວໜຸ່ມເມືອງ ເພື່ອໄປມອບໃຫ້ຊາວໜຸ່ມ – ເຍົາວະຊົນ 5 ບ້ານເປົ້າໝາຍ ໃຫ້ຖືກຕ້ອງຕາມເປົ້າໝາຍ.

ໂອກາດດັ່ງກ່າວ, ທ່ານ ບຸນຊົງ ວາໄຊຍີ  ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະບໍລິຫານງານຊາວໜຸ່ມແຂວງ ທີ່ໄດ້ເອົາເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນມາມອບໃຫ້ຊາວໜຸ່ມ – ເຍົາວະຊົນຜູ້ທີ່ທຸກຍາກ ແລະ ດ້ອຍໂອກາດ 5 ບ້ານເປົ້າໝາຍ ເພື່ອເປັນການກະຕຸກຊຸກຍູ້ພັດທະນາຊາວໜຸ່ມ – ເຍົາວະຊົນທີ່ຢູ່ຫ່າງໄກສອກຫຼີກ ໄດ້ມີອຸປະກອນການຮຽນທີ່ສະດວກ ແລະ ມີເຄື່ອງນຸ່ງຫົ່ມເຮັດໃຫ້ມີສຸຂະພາບແຂງແຮງດີຂຶ້ນ.

[ ຂ່າວ : ສົມພອນ ]