ຊົມເຊີຍຢ່າງສຸດໃຈ!! ອ້າຍນ້ອງກອງທັບເປັນທັງຮົ້ວຂອງຊາດ ແລະ ກຳລັງແຮງຂອງສັງຄົມ

97

ເນື່ອງຈາກອິດທິພົນຂອງລົມພາຍຸໜູນເຂດຮ້ອນໂພດູ ແລະ ລົມພາຍຸ ກາຈິກີ ທີ່ໄດ້ພັດຜ່ານບັນດາແຂວງພາກກາງ ແລະ ພາກໃຕ້ ເຮັດໃຫ້ມີຝົນຕົກໜັກ ແລະ ເກີດນໍ້າຖ້ວມຢູ່ 6 ແຂວງ ເຊັ່ນ: ແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ອັດຕະປື ແລະ ແຂວງເຊກອງ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 37 ເມືອງ, 788 ບ້ານ.

 

ในภาพอาจจะมี ท้องฟ้า, สถานที่กลางแจ้ง, ธรรมชาติ และอาหาร

 

ເຫດໄພພິບັດດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນຢູ່ ສະຫວັນນະເຂດ ແລະ ຈໍາປາສັກ, ສູນຫາຍອີກ 2 ຄົນ ຢູ່ແຂວງຈໍາປາສັກ. ປະຊາຊົນຖືກຍົກຍ້າຍ 3.400 ກວ່າຄອບຄົວ, ສ້າງຄວາມເສຍຫາຍຕໍ່ບ້ານເຮືອນຂອງປະຊາຊົນ, ເນື້ອທີ່ນາ 130.569 ກວ່າເຮັກຕາ, ຊົນລະປະທານ 26 ແຫ່ງ, ຂົວ 6 ແຫ່ງ, ໂຮງຮຽນ 45 ແຫ່ງ, ສຸກສາລາ 2 ແຫ່ງ ແລະ ອື່ນໆ.

ในภาพอาจจะมี 2 คน, ผู้คนกำลังยืน, สถานที่กลางแจ้ง และธรรมชาติ

ຕໍ່ກັບສະພາບການດັ່ງກ່າວກະຊວງປ້ອງກັນປະເທດ ໄດ້ມອບໃຫ້ກົມໃຫຍ່ເສນາທິການກອງ ທັບ ເປັນເຈົ້າການຊີ້ນຳບັນດາກົມກອງຢູ່ແຕ່ລະທ້ອງຖິ່ນຈັດຕັ້ງກຳລັງ ແລະ ນຳໃຊ້ພາຫະນະອຸປະກອນຂອງບັນດາກົມກອງເຂົ້າໄປກອບກູ້ໄພຊ່ວຍເຫຼືອ ຍົກຍ້າຍປະຊາຊົນອອກຈາກບ່ອນນໍ້າຖ້ວມໄປຢູ່ບ່ອນທີ່ປອດໄພຢ່າງຮີບດ່ວນ ແລະ ຊ່ວຍເຫຼືອປະຊາຊົນດ້ວຍຄວາມອົດທົນ ແລະ ຂະຫຍັນຂັນແຂງ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ฝูงชน, สถานที่กลางแจ้ง และธรรมชาติ

ໃນນັ້ນ ກອງພົນທີ 4, ນຳໃຊ້ກຳລັງຈຳນວນ 9 ສະຫາຍ ໃຊ້ເຮືອທ້ອງແບນ 5 ລໍາ, ລົດຂົນສົ່ງ 5 ຄັນ ໄປຊ່ວຍແຂວງສາລະວັນ. ປັດຈຸບັນກອງພົນດັ່ງກ່າວຍັງໄດ້ກະກຽມກໍາ ລັງລໍຖ້າຢູ່ກອງພັນໃຫຍ່ 401 ຈໍານວນ 300 ສະຫາຍ ແລະ ກະກຽມ 200 ສະຫາຍ ຢູ່ບັນດາກອງພັນນ້ອຍ, ດ້ານພາຫະນະມີລົດເຮືອເປເຕແອັດ 2 ຄັນ, ເຮືອທ້ອງແບນ 1 ລໍາ.

ในภาพอาจจะมี 2 คน, คนที่ยิ้ม, ผู้คนกำลังยืน, ต้นไม้, กางเกง และสถานที่กลางแจ้ง

ກອງພົນທີ 5, ນຳໃຊ້ກຳລັງ ຈຳນວນ 400 ສະຫາຍ, ເຮືອ 6 ລໍາ, ລົດຂົນສົ່ງ 4 ຄັນ ໄປຊ່ວຍແຂວງຈຳປາສັກ ແລະ ແຂວງສາລະວັນ, ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ນຳໃຊ້ກຳລັງຂອງບັນດາກອງພັນນ້ອຍ ແລະ ກອງບັນຊາການທະຫານເມືອງແຕ່ລະເມືອງ ຈຳນວນ 704 ສະຫາຍ ພ້ອມລົດຂົນສົ່ງ ຈຳນວນ 6 ຄັນ ເຮືອ 4 ລໍາ ໄປຊ່ວຍປະຊາຊົນໃນ 6 ເມືອງ ທີ່ຖືກນໍ້າຖ້ວມ.

ກອງບັນຊາການທະຫານແຂວງສະຫວັນນະເຂດ, ໄດ້ນຳໃຊ້ກຳລັງຂອງບັນດາກອງພັນນ້ອຍ ແລະ ກອງບັນຊາການທະຫານເມືອງບັນດາເມືອງ ຈຳນວນ 400 ສະຫາຍ, ພ້ອມລົດຂົນສົ່ງ ຈຳນວນ 12 ຄັນ, ໄປຊ່ວຍປະຊາຊົນໃນ 10 ເມືອງ ທີ່ຖືກນໍ້າຖ້ວມ, ກອງບັນຊາການທະຫານແຂວງສາລະວັນ, ນຳໃຊ້ກຳລັງຂອງບັນດາກອງພັນນ້ອຍ ແລະ ກອງບັນຊາການບັນດາເມືອງ ຈຳນວນ 350 ສະຫາຍ ພ້ອມລົດຂົນສົ່ງ ຈຳນວນ 6 ຄັນ, ສົມທົບກັບກອງພົນ ທີ 5 ແລະ ກອງພົນທີ 4 ໄປຊ່ວຍປະຊາຊົນໃນ 3 ເມືອງ ທີ່ຖືກນໍ້າຖ້ວມ.

ກອງບັນຊາການທະຫານແຂວງຈຳປາສັກ, ນຳໃຊ້ກຳລັງຂອງບັນດາກອງພັນນ້ອຍ ແລະ ກອງບັນຊາການທະຫານເມືອງ ບັນດາເມືອງ ຈຳນວນ 350 ສະຫາຍ ພ້ອມລົດຂົນສົ່ງ ຈໍານວນ 8 ຄັນ ສົມທົບກັບກອງພົນທີ 5 ແລະ ໂຮງຮຽນນາຍສິບເລກ 2 ວຽງໄຊ ໄປຊ່ວຍປະຊາຊົນໃນ 10 ເມືອງທີ່ຖືກນໍ້າຖ້ວມ.

ກອງບັນຊາການທະຫານແຂວງເຊກອງ, ນຳໃຊ້ກຳລັງຂອງບັນດາກອງພັນນ້ອຍ ແລະ ກອງບັນຊາການທະຫານເມືອງແຕ່ລະເມືອງ ຈຳນວນ 250 ສະຫາຍ ພ້ອມລົດຂົນສົ່ງ ຈໍານວນ 6 ຄັນ, ໄປຊ່ວຍປະຊາຊົນໃນ 4 ເມືອງ ທີ່ຖືກນໍ້າຖ້ວມ ແລະ ກອງບັນຊາການທະຫານແຂວງອັດຕະປື, ນຳໃຊ້ກຳລັງຂອງບັນດາກອງພັນນ້ອຍ ແລະ ກອງບັນຊາການທະຫານເມືອງບັນດາເມືອງ ຈຳນວນ 150 ສະຫາຍ ພ້ອມລົດຂົນສົ່ງ ຈຳນວນ 4 ຄັນ ໄປຊ່ວຍປະຊາຊົນ ໃນ 5 ເມືອງທີ່ຖືກນໍ້າຖ້ວມ.

ນັບແຕ່ວັນທີ 29 ສິງຫາ ຫາ ວັນທີ 4 ກັນຍາ 2019 ບັນດາອ້າຍນ້ອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ລົງຊ່ວຍປະຊາຊົນໃນ 6 ແຂວງ ຈໍານວນ 2.200 ກວ່າສະຫາຍ. ນອກນີ້ຍັງໄດ້ກຽມພ້ອມນຳໃຊ້ກຳລັງ ແລະ ພາຫະນະຈຳນວນ 5.000 ສະຫາຍ, ເຮືອທຸກຊະນິດ 40 ລຳ, ລົດຂົນສົ່ງ 50 ຄັນ, ຍົນ ຂຶ້ນຊື່ Mi 17 ຈຳນວນ 3 ລຳ, ຍົນ MA-600 ຈຳນວນ 1 ລຳ.

 

ທີ່ມາ: Lao people’s Army News