ທ່ານ ທອງລຸນ ສີສຸລິດ ພົບປະກັບ ທ່ານ ມູນ ແຈ ອິນ ປຶກສາຫາລືການຮ່ວມມືດ້ານເຕັກໂນໂລຊີ

94

ໃນຕອນບ່າຍຂອງວັນທີ 5 ກັນຍາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະສອງຝ່າຍກັບ ທ່ານ ມູນ ແຈ ອິນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ພ້ອມດ້ວຍຄະນະ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.

ສອງຝ່າຍໄດ້ມີການປຶກສາຫາລືໂດຍໄດ້ລົງເລິກໃນຂະແໜງການຮ່ວມມືສອງຝ່າຍຮອບດ້ານໃນໄລຍະ 2 ທົດສະວັດ ທີ່ຜ່ານມາ ແລະ ສືບຕໍ່ປຶກສາຫາລືກ່ຽວກັບການຮ່ວມມືໃນຕໍ່ໜ້າ ເປັນຕົ້ນບັນດາໂຄງການຮ່ວມມືເພື່ອການພັດທະນາ: ການຮ່ວມມືທາງດ້ານການພັດທະນາຊົນນະບົດ, ການແພດ, ເຕັກໂນໂລຊີ, ພະລັງງານ, ການກໍ່ສ້າງພື້ນຖານໂຄງລ່າງ, ສືບຕໍ່ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ, ການບໍລິຫານນໍ້າ ແລະ ອື່ນໆ.

ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ, ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ການໄປ – ມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ລາວ – ສ.ເກົາຫຼີ ໃຫ້ຫຼາຍຂຶ້ນ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດເຫັນຕໍ່ບັນຫາໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.