ລາຍງານ​ລະດັບ​ນໍ້າຂອງ ນະຄອນປາກເຊ ເຊົ້າມື້ນີ້ ​ແທກໄດ້​ 13,60 ແມັດ ເຫັນວ່ານໍ້າເລີ່ມຫຼຸດລົງເລັກໜ້ອຍ

117

ນັກຂ່າວແຂວງຈຳປາສັກລາຍງານວ່າ: ​ລະດັບ​ຂອງຢູ່ນະຄອນປາກເຊ​ ແຂວງຈຳປາສັກເວລາ​ 6 ໂມງ​ ຂອງວັນທີ​ 6/9/2019​ ແທກໄດ້​ 13,60 ແມັດ​ ຖ້າທຽບໃສ່ລະດັບນ້ຳວັດແທກເວລາ6:00ໂມງ ວັນທີ 5 ກັນຍາ 2019 ຢູ່ທີ່13,68ແມັດ ແມ່ນຫຼຸດລົງ​ 8 ຊັງຕີແມັດ,​ ແຕ່ຍັງຢູ່ໃນລະດັບທີ່ອັນຕະລາຍຢູ່.

ຂະນະທີ່ລັດຖະບານ ໄດ້ຈັດກອງປະຊຸມດ່ວນ ເມື່ອວັນທີ 5ກັນຍາ 2019 ເພື່ອປຶກສາຫາລືການແກ້ໄຂໄພພິບັດນໍ້າຖ້ວມຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຈຳນວນໜຶ່ງ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ລົງເລິກປຶກສາຫາລືມາດຕະການແກ້ໄຂສຸກເສີນ ໂດຍສະເພາະການຊ່ວຍເຫຼືອປະຊາຊົນທີ່ຍັງຕິດຄ້າງຢູ່ບ່ອນນ້ຳຖ້ວມ ແລະ ຄວາມຮັບຜິດຊອບຂອງແຕ່ລະຂະແໜງການກ່ຽວຂ້ອງ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ຈັດສົ່ງເຮືອ, ເຄື່ອງອຸປະໂພກ – ບໍລິໂພກ ແລະ ງົບປະມານຈຳນວນໜຶ່ງໃຫ້ແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ ພ້ອມທັງໄດ້ຊີ້ນຳໃຫ້ບັນດາກະຊວງຮີບຮ້ອນຈັດຕັ້ງປະຕິບັດ ດັ່ງນີ້: ໃຫ້ກະຊວງປ້ອງກັນປະເທດສືບຕໍ່ຊີ້ນຳ, ຈັດຕັ້ງກຳລັງທະຫານ, ພາຫະນະ, ໜ່ວຍແພດສຸກເສີນເຂົ້າຊ່ວຍເຫຼືອປະຊາຊົນທີ່ກຳລັງປະສົບໄພນໍ້າຖ້ວມໃຫ້ທັນການ ແລະ ທົ່ວເຖິງ;

ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວາງແຜນແກ້ໄຂ ແລະ ຊ່ວຍເຫຼືອໃຫ້ດີ ແລະ ແທດຕົວຈິງ ໂດຍມີການຈັດຕັ້ງແບ່ງວຽກກັນລະອຽດຈະແຈ້ງ; ໃຫ້ກະຊວງປ້ອງກັນຄວາມສະຫງົບ ເອົາໃຈໃສ່ຕໍ່ວຽກງານປ້ອງກັນ ຄວາມສະຫງົບໃຫ້ດີ ໂດຍສະເພາະການປົກປັກຮັກສາວັດຖຸສິ່ງຂອງຂອງປະຊາຊົນໃນພາວະເກີດໄພພິບັດສຸກເສີນຄືປັດຈຸບັນ ເພື່ອບໍ່ໃຫ້ມີການສວຍໂອກາດຂອງຄົນບໍ່ດີ; ໃຫ້ກະຊວງການເງິນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັນຈັດສັນງົບປະມານເພື່ອແກ້ໄຂໄພພິບັດຄັ້ງນີ້ໃຫ້ໄດ້ຮັບຜົນເປັນຢ່າງດີ;

ພາບນໍ້າຖ້ວມນະຄອນປາກເຊຖ່າຍເມື່ອເວລາ 17:45ໂມງ ວັນທີ 5 ກັນຍາ 2019 ໂດຍBounkham Xaypasath

ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເອົາໃຈໃສ່ເກັບກຳຂໍ້ມູນ ແລະ ເລັ່ງແກ້ໄຂບັນຫາເສັ້ນທາງ, ຂົວ ແລະ ອື່ນໆ ທີ່ເປ່ເພເສຍຫາຍ ແລະ ບາງເສັ້ນທາງທີ່ຖືກຕັດຂາດໃຫ້ສາມາດສັນຈອນໄປ – ມາໄດ້. ພ້ອມກັນນັ້ນ, ກໍໃຫ້ຊ່ວຍເຫຼືອແກ່ຜູ້ໂດຍສານທີ່ຍັງຄ້າງຢູ່ຕາມເຂດນ້ຳຖ້ວມໃຫ້ສາມາດໄປຮອດຈຸດໝາຍປາຍທາງ; ໃຫ້ກະຊວງສາທາລະນະສຸກ ສົມທົບກັບກະຊວງປ້ອງກັນປະເທດ ຈັດຕັ້ງພະນັກງານແພດ – ໝໍ, ອຸປະກອນການແພດທີ່ຈຳເປັນ, ຢາປ້ອງກັນ ແລະ ປິ່ນປົວພະຍາດໄປຊ່ວຍເຫຼືອປະຊາຊົນຕາມຈຸດເຕົ້າໂຮມຕ່າງໆຂອງແຂວງທີ່ໄດ້ຮັບຜົນກະທົບ;
ພາບນໍ້າຖ້ວມນະຄອນປາກເຊ ຖ່າຍເມື່ອວັນທີ5ກັນຍາເວລາ 17:45ໂມງ ໂດຍBounkham Xaypasath

ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກຂ່າວແຈ້ງເຕືອນ, ແນະນຳ ແລະ ໃຫ້ຂໍ້ມູນຕ່າງໆ ແກ່ປະຊາຊົນຢ່າງເປັນປະຈຳ ແລະ ທັນການ. ພ້ອມກັນນັ້ນ, ກໍຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາການອອກຂ່າວທີ່ບໍ່ມີມູນຄວາມຈິງ, ໃສ່ຮ້າຍປ້າຍສີ ແລະ ອື່ນໆຂອງສື່ສັງຄົມອອນລາຍຈຳນວນໜຶ່ງຢ່າງທັນການ;
ພາບນໍ້າຖ້ວມນະຄອນປາກເຊ ຖ່າຍເວລາ 17:45 ໂມງ ວັນທີ5ກັນຍາ 2019 ໂດຍ:Bounkham Xaypasath

ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດ ແລະ ອອກຂ່າວໃຫ້ສັງຄົມຮັບຊາບຜ່ານສື່ຕ່າງໆ ( ໂທລະພາບ, ວິທະຍຸ, ສື່ອອນລາຍ ແລະ ໜັງສືພິມ ) ຢ່າງທັນການ ແລະ ເປັນປົກກະຕິ ເພື່ອໃຫ້ປະຊາຊົນມີສະຕິ ແລະ ກຽມພ້ອມຮັບມື.