ໃຜທີ່ສວຍໂອກາຂຶ້ນລາຄາສິນຄ້າ ປັບຕົວໃໝ່ໄດ້, ຂາຍເກີນລາຄາຖືກປັບໃໝແທ້

199

ລັດຖະບານ ແຈ້ງໃຫ້ກວດກາເຂັ້ມງວດລາຄາສິນຄ້າໄລຍະນ້ຳຖ້ວມນີ້ ຫ້າມບໍ່ໃຫ້ສວຍໂອກາດ ຫາກກວດພົບຈະປັບໃໝຕາມສົມຄວນ, ທັ້ງນີ້ກໍ່ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ໂດຍສະເພາະຜູ້ທີ່ກຳລັງຕົກທຸກໄດ້ຍາກ. ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 474/ນຍ ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ອີງຕາມຂໍ້ຕົກລົງ ເລກທີ 71/ນຍ ລົງວັນທີ 6 ຕຸລາ 2017 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ.

ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 1151/ອຄ.ກຄພນ ລົງວັນທີ 6 ກັນຍາ 2019 ເຖິງທ່ານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນຫຼວງວຽງຈັນ ໃຫ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫຼາດຢູ່ພາຍໃນແຂວງຂອງຕົນ ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈໃນຊ່ວງໄລຍະນໍ້າຖ້ວມ. ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ບໍ່ໃຫ້ມີການຂຶ້ນລາຄາຕາມລຳພັງໃຈ ແລະ ປະຕິບັດມາດຕະການຄຸ້ມຄອງລາຄາຢ່າງເຂັ້ມງວດ. ພ້ອມນັ້ນ. ກໍ່ຕ້ອງໄດ້ເອົາໃຈຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າຕົ້ນຕໍໃນທ້ອງຕະຫຼາດຢ່າງເປັນປົກກະຕິ ໂດຍສະເພາະແມ່ນສິນຄ້າ ທີ່ມີຜົນກະທົບໄວຕໍ່ການເປັນຢູ່ຂອງປະຊາຊົນ.

ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າສະບຽງອາຫານ ປະເພດເຂົ້າກິນ, ປະເພດ (ໝູ. ງົວ, ຄວາຍ, ໄກ່, ປາ) ແລະ ພືດຜັກຕ່າງໆ ຢູ່ພາຍໃນແຂວງຂອງຕົນໃຫ້ໄປຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງດັດສົມຂອງລັດ ໃນແຕ່ລະໄລຍະບົນພື້ນຖານດຳລັດ 474/ນຍ ແລະ ລະບຽບການກ່ຽວຂ້ອງ. ພ້ອມນັ້ນ, ຕ້ອງຄິດໄລ່ໂຄງປະກອບລາຄາໃນແຕ່ລະຂອດຢ່າງຊັດເຈນ (ນັບແຕ່ຂອດຕົ້ນທຶນການຜະລິດ, ຂອດຂາຍົກ ແລະ ຂາຍຍ່ອຍ) ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າໂດຍສະເພາະແມ່ນ:

ສິນຄ້າປະເພດເຂົ້າກິນ: ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງເບິ່ງແຍງ ນັບແຕ່ຂອດເກັບຊື້ຈາກຊາວນາ (ຜູ້ຜະລິດ), ຂອດໂຮງສີ, ຂອດຂາຍົກ ແລະ ຂາຍຍ່ອຍຕາມທ້ອງຕະຫຼາດ ແລະ ສ່ວນ ສິນຄ້າປະເພດຊີ້ນ: ແມ່ນເອົາໃຈໃສ່ຄຸ້ມຄອງນັບແຕ່ຂອດລ້ຽງ (ລາຄາໝູເປັນຟາມ) ຂອດນາຍຮ້ອຍ (ຂາຍຍົກ) ແລະ ຂອດລູດຂຽງ (ຂາຍຍ່ອຍ). ສ່ວນປະເພດພືດຜັກ ແລະ ສະບຽງອາຫານຕ່າງໆ ແມ່ນເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມຂອດການເກັບຊື້ຈາກຊາວກະສິກອນ ແລະ ຂອດຂາຍຍ່ອຍ.

ໃຫ້ແຕ່ງຕັ້ງພະນັກງານໝູນວຽນກັນ ລົງສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ຄະນະຄຸ້ມຄອງຈັດສັນຕະຫຼາດ ເພື່ອຕິດຕາມ, ກວດກາ, ຄຸ້ມຄອງຢ່າງເປັນປະຈຳ ໂດຍສະເພາະຕະຫຼາດຫຼັກ. ໃນກໍລະນີຫາກພົບເຫັນວ່າມີການລະເມີດ ຫຼື ຝ່າຝືນ ແມ່ນໃຫ້ໃຊ້ມາດຕະການຕາມໝວດທີ 6 ທີ່ໄດ້ກໍານົດໃນດໍາລັດ 474/ນຍ ລົງວັນທີ 18 ພະຈິກ 2010 ແລະ ລະບຽບການການອື່ນໆ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ປະສານສົມທົບກັບຜູ້ຜະລິດ, ຜູ້ນຳເຂົ້າ ແລະ ຜູ້ຈຳໜ່າຍເພື່ອແຈ້ງລາຄາຕົ້ນທຶນຜະລິດ, ລາຄານໍາເຂົ້າ, ລາຄາຂາຍຍົກ ແລະ ຂາຍຍ່ອຍ ເພື່ອເປັນບ່ອນອີງໃນການຕິດຕາມ-ກວດກາ ແຕ່ລະໄລຍະ ຫຼີກລ້ຽງການປັບຂຶ້ນລາຄາສິນຄ້າຕາມລຳພັງໃຈ ທີ່ບໍ່ສົມເຫດສົມຜົນຂອງຜູ້ປະກອບການ ໂດຍສະເພາະໃນຊ່ວງໄລຍະນໍ້າຖ້ວມ; ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອດຸ່ນດ່ຽງ ການຕອບສະໜອງ ແລະ ຄວາມຕ້ອງການ (ສິນຄ້າປະເພດເຂົ້າກິນ) ໂດຍສະເພາະແຂວງ ທີ່ຖືກຜົນກະທົບຈາກໄພນໍ້າຸຖ້ວມ.

ເປັນເຈົ້າການເຜີຍແຜ່ ແລະ ຊີ້ນຳຜູ້ປະກອບການໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍ ກໍຄືລະບຽບການທີ່ລັດວາງອອກໃນແຕ່ລະໄລຍະ, ພ້ອມທັງຊຖກຍູ້ໃຫ້ບັນດາຜູ້ປະກອບການສະໜອງສິນຄ້າປະເພດສະບຽງອາຫານ ທີ່ຈຳເປັນດ່ັງກ່າວໃຫ້ພຽງພໍກັບຄວາມຕ້ອງການໃນແຕ່ລະໄລຍະ ແລະ ລາຍງານຜົນການຈັດຕັ້ງປະຕິບັດໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ (ກົມການຄ້າພາຍໃນ) ເພື່ອເປັນຂໍ້ມູນລາຍງານໃຫ້ຂັ້ນເທິງ.