ຄົງເຊໂດນຍັງໜັກ!! ເກືອບ 70 ບ້ານບໍ່ມີບ່ອນຢູ່, ຕອນນີ້ຕ້ອງການນໍ້າດື່ມ-ອາຫານ

108

ສະຖານະການນໍ້າຖ້ວມຢູ່ພາກໃຕ້ ຍັງໜ້າເປັນຫ່ວງໂດຍສະເພາະແມ່ນ 2 ແຂວງເຂົ້າຂັນວິກິດ ໃນນັ້ນ, ເມືອງ ເຊໂດນ ແຂວງ ສະລະວັນ ເປັນໜຶ່ງເຂດທີ່ໄດ້ຮັບຜົນກະທົບຢ່າງໜັກ, ປະຊາຊົນເກືອບ 70 ບ້ານຖືກນໍ້າຖ້ວມ, ເນື້ອທີ່ນາ 15 ພັນກວ່າເຮັກຕາຖືກເສຍຫາຍ, ປັດຈຸບັນຍັງຕ້ອງການການຊ່ວຍເຫຼືອທີ່ຈຳເປັນເປັນຕົ້ນແມ່ນ ເຄື່ອງອຸປະໂພກ-ບໍລິໂພກ, ນໍ້າດື່ມ ແລະ ເຂົ້າສານ. ດ້ານການນຳເມືອງໄດ້ ທະຍອຍຍົກຍ້າຍປະຊາຊົນໄປຢູ່ເຂດທີ່ປອດໄພແດ່ແລ້ວ.

ในภาพอาจจะมี บ้าน, ต้นไม้, ท้องฟ้า, ต้นพืช และสถานที่กลางแจ้ง

 

ในภาพอาจจะมี ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ

ອີງຕາມບົດລາຍງານຂອງຫ້ອງວ່າການປົກຄອງເມືອງຄົງເຊໂດນໃຫ້ຮູ້ວ່າ: ຈຳນວນບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນທົ່ວເມືອງຮອດວັນທີ 4 ກັນຍາ ມີທັງໝົດ 68 ບ້ານໃນທົ່ວເມືອງເພີ່ມຂຶ້ນຈາກວັນທີ 2 ທີ່ຜ່ານມາ ຈໍານວນ 5 ບ້ານ, ຈຳນວນທີ່ຖືກຜົນກະທົບເພີ່ມຂຶ້ນຈາກ 4.670 ຄອບຄົວ ມາເປັນ 8.387 ຄອບຄົວ, ເນື້ອທີ່ນາຖືກຖ້ວມເພີ່ມຂຶ້ນຈາກ 6.328 ເຮັກຕາ ເປັນ 15.119 ເຮັກຕາ, ໜອງປາຖືກຖ້ວມ 418 ໜອງ, ເພີ່ມເປັນ 623 ໜອງ, ມີໂຄງການຊົນລະປະທານຖືກຖ້ວມ 33 ແຫ່ງ, ເສັ້ນທາງຖືກນ້ຳຖ້ວມ 16 ເສັ້ນ, ນໍ້າຖ້ວມໂຮງໝໍເມືອງ 1 ແຫ່ງ, ສຸກສະລາ 3 ແຫ່ງ, ໂຮງຮຽນຖືກຖ້ວມ 42 ແຫ່ງ.

 

ในภาพอาจจะมี 1 คน, ต้นไม้, ท้องฟ้า, ต้นพืช, เด็ก และสถานที่กลางแจ้ง

 

ในภาพอาจจะมี หนึ่งคนขึ้นไป, เรือ, ตาราง, ท้องฟ้า, รองเท้า, เด็ก, รถยนต์, สถานที่กลางแจ้ง และน้ำ

ສ່ວນລະດັບນໍ້າແມ່ນຍັງມີການເພີ່ມສູງຂຶ້ນໂດຍສະເພາະແມ່ນວັນທີ 3 ລະດັບນໍ້າແທກໄດ້ 13, 20 ແມັດ, ມາຮອດປັດຈຸບັນ ວັນທີ 4 ກັນຍາ ແທກໄດ້ 14,49 ແມັດ. ການເພີ່ມຂຶ້ນຂອງລະດັບນໍ້າສົ່ງຜົນກະທົບຫຼາຍສຸດຕໍ່ເຮືອນຊານຂອງປະຊາຊົນ, ເນື້ອທີ່ທຳການຜະລິດ ລວມເຖິງລະບົບໂຄງລ່າງພື້ນຖານດ້ານຕ່າງເປັນຕົ້ນແມ່ນລະບົບໄຟຟ້າ, ເສັ້ນທາງຄົມມະນາຄົມ ແລະ ອື່ນໆ.

 

 

ນອກນັ້ນ, ຍັງມີສັດລ້ຽງປະເພດ ງົວ, ຄວາຍ, ແບ້, ໝູ ແລະ ສັດປີກຕາຍຈຳນວນໜຶ່ງ ເຊິ່ງຜົນເສຍຫາຍແມ່ນຍັງບໍ່ສາມາດປະເມີນໄດ້ ແລະ ປັດຈຸບັນຍັງມີຄວາມຕ້ອງການໃນການຊ່ວຍເຫຼືອທີ່ຈຳເປັນຢ່າງຮີບດ່ວນເປັນຕົ້ນແມ່ນອຸປະໂພກ -ບໍລິໂພກ, ນໍ້າດື່ມ ແລະ ເຂົ້າສານ. ສຳລັບການຍົກຍ້າຍປະຊາຊົນໄປຢູ່ເຂດທີ່ປອດໄພ.