ທຄຕລ ຈັບມື ສກຊ ລົງນາມວ່າດ້ວຍການຊຳລະສະສາງຜ່ານລະບົບທະນາຄານ

136

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ໄດ້ລົງນາມຮ່ວມມືກັບ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກໂຊກໄຊ ຈໍາກັດ   ( ສກຊ ) ວ່າດ້ວຍການບໍລິການຊຳລະສະສາງຄ່າບໍລິການຕ່າງໆຜ່ານ ທຄຕລ ( BILL PAYMENT ), ຈຸດປະສົງກໍເພື່ອເພີ່ມຊ່ອງທາງການໃຫ້ບໍລິການລູກຄ້າຂອງ ສກຊ ຜ່ານຫຼາຍຊ່ອງທາງ ເຊິ່ງ ທຄຕລ ຈະໃຫ້ການບໍລິການຮັບຊໍາລະຄ່າບໍລິການ ແລະ ຮອງຮັບການຊໍາລະສະສາງຂອງລູກຄ້າຂອງ ສກຊ ຜ່ານເຄົາເຕີບໍລິການທົ່ວລະບົບທະນາຄານ, ຜ່ານມືຖື Smartphone ( BCEL One ) ແລະ ຜ່ານ BCEL i-Bank.

ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການໃຫຍ່ ທຄຕລ ກ່າວວ່າ: ການບໍລິການຊໍາລະຄ່າສາທາລະນຸປະໂພກ ຜ່ານລະບົບທະນາຄານ ຫຼື Bill Payment ໄດ້ເລີ່ມໃຫ້ບໍລິການທໍາອິດໃນປີ 2009 ແລະ ເປັນບໍລິການທີ່ໄດ້ມີການຊົມໃຊ້ຫຼາຍ. ມາຮອດປັດຈຸບັນ ທຄຕລ ໄດ້ໃຫ້ບໍລິການຊໍາລະຄ່າສາທາລະນຸປະໂພກຮ່ວມກັບ 43 ພາກສ່ວນ. ໃນນັ້ນ, ປະກອບມີ: ການຊໍາລະຄ່າໄຟຟ້າ, ຄ່ານໍ້າປະປາ, ຄ່າໂທລະສັບ, ຄ່າພາສີ – ອາກອນ, ຄ່າເຊົ່າສາຍເຄເບິ້ນ, ຄ່າບັດນໍ້າມັນເຊື້ອໄຟ, ຄ່າບັດຂ້າມຂົວມິດຕະພາບ ລາວ – ໄທ ແຫ່ງທີ 1 ແລະ ຊໍາລະຄ່າງວດເຊົ່າສິນເຊື່ອ.

ສໍາລັບການບໍລິການ Bill Payment ພວກເຮົາໄດ້ພັດທະນາໃຫ້ສາມາດຊຳລະຜ່ານຫຼາຍຊ່ອງທາງ ຄື: ຜ່ານ ATM, BCEL One, i-Bank ແລະ ຜ່ານປ່ອງບໍລິການ ທຄຕລ ເຊິ່ງມາຮອດທ້າຍເດືອນກໍລະກົດ 2019 ທຄຕລ ມີ ATM 403 ຕູ້, ມີຜູ້ລົງທະບຽນນໍາໃຊ້ BCEL One ຈໍານວນ 289.398 Users; ລົງທະບຽນນໍາໃຊ້ i-Bank ຈໍານວນ 12.148 Users ກວມເອົາຕົວເລກຜູ້ນຳໃຊ້ລະບົບຊຳລະແບບເອເລັກໂຕຣນິກຫຼາຍທີ່ສຸດໃນລະບົບທະນາຄານພາຍໃນປະເທດ ພວກເຮົາເຊື່ອໝັ້ນວ່າ: ຖ້າຂະຫຍາຍການຊຳລະແບບເອເລັກໂຕຣນິກນີ້ອອກໄປໃຫ້ກວ້າງຂວາງເທົ່າໃດ? ກໍຈະເປັນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ລູກຄ້າຂອງທະນາຄານຊົມໃຊ້ການບໍລິການຫຼາຍຂຶ້ນ.

ໂອກາດນີ້, ທ່ານ ໂຊກໄຊ ສົມໃຈນຶກ ປະທານ ກຸ່ມບໍລິສັດ ໂຊກໄຊ ແລະ ທັງເປັນປະທານສະພາບໍລິຫານ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ໂຊກໄຊ ຈໍາກັດ ກໍໄດ້ສະແດງ ຄວາມຂອບໃຈມາຍັງ ທຄຕລ ທີ່ເຮັດໃຫ້ການບໍລິການຂອງສະຖາບັນການເງິນມີຄວາມສະດວກສະບາຍຍິ່ງຂຶ້ນ ດ້ວຍການນໍາໃຊ້ຜະລິດຕະພັນທີ່ທັນສະໄໝໃນການຊຳລະສະສາງຕ່າງໆຂອງລູກຄ້າ.

ພິທີເຊັນສັນຍາດັ່ງກ່າວ ຈັດຂຶ້ນໃນວັນທີ 4 ກັນຍາ 2019 ທີ່ສໍານັກງານໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເຊິ່ງຕາງໜ້າລົງນາມໃນຄັ້ງນີ້ ໂດຍ ທ່ານ     ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການໃຫຍ່ ທຄຕລ ແລະ ທ່ານ ໂຊກໄຊ ສົມໃຈນຶກ ປະທານ ກຸ່ມບໍລິສັດ ໂຊກໄຊ ແລະ ທັງເປັນປະທານສະພາບໍລິຫານ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ໂຊກໄຊ ຈໍາກັດ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ໂດຍຄະນະຜູ້ບໍລິຫານທັງສອງຝ່າຍ, ຄະນະພະແນກ, ຄະນະສູນ ແລະ ສາຂາຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

[ ຂ່າວ – ຮູບ: ສົມສະຫວິນ ]