ລາຍງານສະພາບນໍ້າຢູ່ນະຄອນປາກເຊ ແຂວງຈຳປາສັກ ( 5 ກັນຍາ 2019) ລະດັບນໍ້າຍັງສືບຕໍ່ເພີ່ມຂຶ້ນ

106

ອີງຕາມການລາຍງານຂອງນັກຂ່າວທ້ອງຖິ່ນປະຈຳແຂວງຈຳປາສັກໃຫ້ຮູ້ວ່າ: ລະດັບນໍ້າຂອງຢູ່ນະຄອນປາກເຊ ໃນເວລາ6:00ໂມງວັນທີ 5 ກັນຍາ 2019 ວັດແທກໄດ້13,68ແມັດ(ເຂດອັນຕະລາຍ12ແມັດ) ເຊິ່ງເຫັນວ່າລະດັບນໍ້າເພີ່ມຂຶ້ນຈາກລະດັບ​ 13,​20​ ແມັດ ເມື່ອເວລາ 10:00ໂມງຂອງວັນທີ 4 ກັນຍາ 2019 ຫລື ເພີ່ມຂຶ້ນເກືອບ50ຊັງຕີແມັດ ພາຍໃນເວລາ18ຊົ່ວໂມງ.

ແຕ່ຫາກສົມທຽບແຕ່ເວລາ19:00ໂມງຂອງວັນທີ 4 ກັນຍາ ເຖິງ 6:00ໂມງຂອງວັນທີ 5 ກັນຍາ (11ຊົ່ວໂມງ)ເພີ່ມຂຶ້ນ11ຊັງຕີແມັດ.

ລາຍງານສະພາບນໍ້າຖ້ວມຢູ່ແຂວງຈຳປາສັກ ຈາກພະແນກແຮງງານ​ ແລະ​ ສະຫວັດດີການສັງຄົມ ມາຮອດວັນທີ 4/9/2019 ມີລາຍລະອຽດດັ່ງນີ້



ສ່ວນນໍ້າຂອງໄດ້ລົ້ນຝັ່ງເຂົ້າຖ້ວມເທສະບານນະຄອນປາກເຊ ແຕ່ວານນີ້ແລ້ວ