ສະມາດແມ໊ດ ເປີດຮັບນັກແຂ່ງຂັນຊີງແຊັມວຽງຈັນ ຄັ້ງທີ 5

43

ສູນຄະນິດຄິດໄວ ສະມາດແມ໊ດ ໄດ້ເປີດຮັບສະໝັກເດັກນັກຮຽນໃນເກນອາຍຸ 5 – 15 ປີ ໃນຂອບເຂດທົ່ວປະເທດຜູ້ມີຄວາມສົນໃຈເຂົ້າແຂ່ງຂັນຊີງແຊັມວຽງຈັນ ຄັ້ງທີ 5 ເຊິ່ງຈະຈັດຂຶ້ນໃນວັນທີ 22 ກັນຍາທີ່ຈະມາເຖິງນີ້ ຜູ້ຊະນະເລີດນອກຈາກຈະໄດ້ຫຼຽນຄຳແລ້ວ ຍັງຈະໄດ້ທຶນການສຶກສາຕື່ມອີກ.

ທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອຳນວຍການສູນຄະນິດຄິດໄວ ສະມາດແມ໊ດ ໄດ້ໃຫ້ສຳພາດວ່າ: ການແຂ່ງຂັນຄະນິດຄິດໄວ ຄັ້ງທີ 5 ນີ້ແມ່ນຈະມີ     ທັງໝົດ 4 ລະດັບແຕກຕ່າງກັນ ຄື: ຮຸ່ນອາຍຸ 5 – 7 ປີ, ຮຸ່ນ 7 – 9 ປີ, ຮຸ່ນ 9 – 11 ປີ ແລະ ຮຸ່ນ 11- 15 ປີ ເຊິ່ງການແຂ່ງຂັນໃນຮຸ່ນອາຍຸ 5 – 7 ປີແມ່ນຈະໃຊ້ເວລາຫຼາຍກວ່າຮຸ່ນອື່ນໆໃນຈຳນວນ 100 ຂໍ້ທຳອິດ ເຊັ່ນ: ຮຸ່ນ 5 – 7 ປີ ຈະໃຊ້ເວລາ 15 ນາທີ ແຕ່ຮຸ່ນອື່ນໆແມ່ນ 10 ນາທີເທົ່ານັ້ນ.

ການແຂ່ງຂັນຊີງແຊັມວຽງຈັນ ຄັ້ງທີ 5 ນີ້ ແມ່ນເພື່ອສົ່ງເສີມ ແລະ ກະຕຸ້ນໃຫ້ເດັກນັກຮຽນລາວມີຄວາມສົນໃຈ ແລະ ເຫັນເຖິງຄວາມສຳຄັນຂອງຄະນິດສາດ ທັງເປັນການຝຶກສະໝອງຂອງເດັກນັກຮຽນໃຫ້ມີການພັດທະນາຂຶ້ນ ແລະ ຮັກການຮຽນຄະນິດສາດຫຼາຍຂຶ້ນ. ພ້ອມກັນນັ້ນ, ແມ່ນເພື່ອເປັນເວທີໃຫ້ໄດ້ສະແດງຄວາມສາມາດທາງຄະນິດສາດ ແລະ ໄດ້ແລກປ່ຽນທັກສະຄະນິດສາດ, ໃຫ້ນັກຮຽນແຕ່ລະຄົນໄດ້ປະເຊີນໜ້າກັບຄວາມກົດດັນ, ຝຶກການເຮັດວຽກທີ່ມີຄວາມກົດດັນສູງ ນັ້ນຄື: ລະບຽບ ແລະ ເວລາໃນການແຂ່ງຂັນ ແລະ ຝຶກໄປເລື້ອຍໆຈົນສາມາດຄວບຄຸມຕົນເອງ ແລະ ຫຼຸດຄວາມຕື່ນເຕັ້ນກົດດັນ ຫຼື ອາດເວົ້າໄດ້ວ່າ ໃຫ້ເດັກນັກຮຽນມີສະມາທິດີຂຶ້ນ ແລະ ເດັກນັກຮຽນຈະມີຄວາມເຊື່ອໝັ້ນຫຼາຍຂຶ້ນ ໃຫ້ກາຍເປັນຄົນທີ່ມີສັກກະຍະພາບທຽບເທົ່າກັບສາກົນ ເພື່ອເປັນກຳລັງສຳຄັນໃນການພັດທະນາປະເທດຊາດໃນອະນາຄົດ.

ສູນຄະນິດຄິດໄວ ສະມາດແມ໊ດ ໄດ້ເປີດຮັບສະໝັກກາງເດືອນສິງຫາເປັນຕົ້ນມາ ຈົນເຖິງວັນທີ 20 ກັນຍາ 2019 ໂດຍນັກຮຽນແຕ່ລະຄົນທີ່ສົນໃຈມາແຂ່ງຂັນໃນຄັ້ງນີ້ ສາມາດເອົາບັດ ຫຼື ໃບຢັ້ງຢືນອາຍຸມາແຈ້ງທາງສູນໃຫຍ່ ແລະ ສູນຕ່າງໆໄດ້ ແລະ ເສຍຄ່າລົງທະບຽນ 20 ພັນກີບຕໍ່ຄົນ. ຜ່ານການເປີດຮັບສະໝັກມາ 2 ອາທິດ ເຫັນວ່າປັດຈຸບັນມີຜູ້ສະໝັກແລ້ວ 100 ກວ່າຄົນ ແລະ ຄາດວ່າໃນປີນີ້ຈະມີ ປະມານ 300 ກວ່າຄົນ.

ສຳລັບການແຂ່ງຂັນຊີງແຊັມວຽງຈັນ ຄັ້ງທີ 5 ແມ່ນຈະຈັດຂຶ້ນໃນວັນທີ 22 ກັນຍາ 2019 ທີ່ສູນການຄ້າ ລາວ – ໄອເຕັກມໍ ຊັ້ນ 4 ເວລາ 7:30 – 13:00 ໂມງ ເຊິ່ງນ້ອງນັກຮຽນທີ່ເຂົ້າຮ່ວມແຂ່ງຂັນແຕ່ລະຄົນແມ່ນຈະໄດ້ຮັບຫຼຽນຄຳທຸກຄົນ, ສ່ວນຜູ້ທີ່ໄດ້ລາງວັນທີ 1 – 3 ນອກຈາກໄດ້ຫຼຽນຄຳແລ້ວ ຍັງຈະໄດ້ທຶນການສຶກສາຮຽນໂດຍບໍ່ເສຍຄ່າທີ່ສູນຄະນິດຄິດໄວ ສະມາດແມ໊ດ ເຊັ່ນ: ລາງວັນທີ 1 ໄດ້ທຶນຮຽນ ໂດຍບໍ່ເສຍຄ່າ 6 ເດືອນ, ລາງວັນທີ 2 ເປັນ 4 ເດືອນ ແລະ ລາງວັນທີ 3 ຮຽນໂດຍບໍ່ເສຍຄ່າ 2 ເດືອນ.

ທ່ານ ສຸລະໄຊ ຈົງຈິດໄພສານ ຍັງເວົ້າອີກວ່າ: ສຳລັບການແຂ່ງຂັນໃນປີນີ້ ນອກຈາກນັກຮຽນໃນຂອບເຂດນະຄອນຫຼວງວຽງຈັນແລ້ວ ຄາດວ່າຈະມີ 3 ແຂວງເຂົ້າຮ່ວມອີກ ເປັນຕົ້ນແມ່ນ: ແຂວງອຸດົມໄຊ, ຫຼວງພະບາງ ແລະ ບໍລິຄຳໄຊ. ນອກນັ້ນ, ທ່ານຍັງຝາກເຖິງພໍ່ແມ່ຜູ້ປົກຄອງທີ່ມີຄວາມສົນໃຈຢາກໃຫ້ລູກມາເຂົ້າຮ່ວມແຂ່ງຂັນຊີງແຊັມວຽງຈັນ ຄັ້ງທີ 5 ກໍສາມາດມາລົງທະບຽນໄດ້ທີ່ສູນໃຫຍ່ ບ້ານໂນນສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ຕາມສູນຕ່າງໆໄດ້ໃນຊົ່ວໂມງລັດຖະການ.

[ ຂ່າວ: ກາວຊົ່ງ; ຮູບ: ວິລະສັກ ]