ທ່ານເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ ຂະບວນການສ້ອມແປງເສັ້ນທາງ ເລກ 9B ຫຼັງຈາກເປເພຈາກຝົນຕົກແຮງ

95

ໃນລະຫວ່າງວັນທີ 30-31 ສິງຫາ 2019 ພະຍຸລະດູຮ້ອນ ໂພດູນ (PODUL) ພັດຖະຫຼົ່ມເຂົ້າລາວ ໂດຍສະເພາະແຂວງສະຫວັນນະເຂດ ກໍ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ເຊິ່ງໄດ້ເກີດມີຝົນຕົກຢ່າງຕໍ່ເນື່ອງ ເປັນເວລາດົນນານ ເຮັດໃຫ້ມີນ້ຳຖ້ວມຫຼາຍພື້ນທີ່ ຂອງແຂວງສະຫວັນນະເຂດ, ໂດຍສະເພາະ ຢູ່ນະຄອນໄກສອນ ພົມວິຫານ ກໍ່ໄດ້ພົບວິກິດເຊັ່ນດຽວກັນກັນ ເປັນຕົ້ນ: ຕົ້ນໄມ້ແຄມທາງຫັກໂຄ່ນ (ຕາມເສັ້ນທາງເລກ 9 ແຕ່ບໍລິເວນກິໂລແມັດທີ 3 ຫາກິໂລແມັດ 13 ມີຕົ້ນໄມ້ຫັກທັງໝົດເກືອບ 30 ຕົ້ນ), ນ້ຳຖ້ວມຂັງເປັນບໍລິເວນກວ້າງ, ເຮັດໃຫ້ປະຊາຊົນຈຳນວນໜຶ່ງຂາດທີ່ຢູ່ອາໃສ, ສັດລ້ຽງໄດ້ຮັບຜົນກະທົບ, ເນື້ອທີ່ນາໄດ້ຮັບຄວາມເສຍຫາຍ, ເສັ້ນທາງຄົມມະນາຄົມຖືກຕັດຂາດ.

ໃນວັນທີ 31 ສິງຫາ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງ, ທ່ານ ບຸນຍູ້ ທຳມະວົງ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມດ້ວຍການນຳຂອງແຂວງຈຳນວນໜຶ່ງ ແລະການນຳຂອງນະຄອນໄກສອນ ພົມວິຫານ ໄດ້ລົງຕິດຕິດຕາມ-ຊຸກຍູ້ ຂະບວນການສ້ອມແປງເສັ້ນທາງ ເລກ 9B, ກິໂລແມັດທີ 5 (ບ້ານນາເຊັງຫາໂຮງຮຽນກົດໝາຍ) ໄດ້ຖືກນ້ຳເຊາະຢ່າງຮຸນແຮງ, ເນື່ອງຈາກນ້ຳລົ້ນໄຫຼຜ່ານທາງ ເຮັດໃຫ້ທາງຍ່ານດັ່ງກ່າວຖືກກັດເຊາະ, ທາງອຳນາດການປົກຄອງແຂວງ ກໍ່ຄືນະຄອນໄກສອນະ ພົມວິຫານ ຈຶ່ງໄດ້ລະດົມກຳລັງທຸກພາກສ່ວນ ເພື່ອສ້ອມແປງເສັ້ນທາງແຫ່ງນີ້, ໂດຍການເອົາກະສອບຊາຍ ຢາຍລຽນໃສ່ບ່ອນທີ່ນ້ຳກັດເຊາະ ເພື່ອບໍ່ໃຫ້ເສັ້ນທາງນີ້ຂາດ. ໂດຍໄດ້ນຳໃຊ້ກະສອບຊາຍ ຈຳນວນເກືອບ 10.000 ກະສອບ ແລະໃຊ້ແຮງງານ 500 ກວ່າຄົນ, ຮ່ວມແຮງ ຮ່ວມໃຈ ເຮັດໃຫ້ງານຄັ້ງນີ້ລຸລ່ວງໄປດ້ວຍຜົນສຳເລັດ.

ໂອກາດນີ້ ທ່ານ ບຸນຍູ້ ທຳມະວົງ ໄດ້ຕາງໜ້າໃຫ້ອຳນາດການປົກຄອງ ນະຄອນໄກສອນ ພົມວິຫານ ຂໍຂອບໃຈມາຍັງອຳນາດການປົກຄອງແຂວງ ກໍ່ຄືບັນດາພະແນກການ, ກົມກອງ, ຫົວໜ່ວຍທຸລະກິດ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນັກຮຽນ-ນັກສຶກສາ, ພໍ່ແມ່ປະຊາຊົນ ທີ່ມີນຳໃຈເສຍສະຫຼະ ແລະໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ໃນນັ້ນປະກອບມີ: ມະຫາວິທະຍາໄລສະຫວັນນະເຂດ (ມ.ຂ), ວິທະຍາໄລໄຊສົມບັດ, ວິທະຍາໄລກົດໝາຍພາກໃຕ້, ໂຮງຮຽນນາຍຮ້ອຍ ຕຳຫຼວດ ຫຼັກ 11, ຊາວໜຸ່ມກອງບັນຊາການ ປກສ ແຂວງ, ທະຫານແຂວງ, ປກສ ນະຄອນ, ທະຫານນະຄອນ ທີ່ໄດ້ນຳແຮງງານມາປະກອບສ່ວນໃນຄັ້ງນີ້.

ແລະຂໍຂອບໃນນຳພາກສ່ວນຕ່າງໆ ທີ່ໄດ້ປະກອບສ່ວນເປັນວັດຖຸ ເຊັ່ນ: ພະແນກອຸດສາຫະກຳ-ການຄ້າແຂວງ ປະກອບສ່ວນກະສອບ 3.000 ໜ່ວຍ, ເຊືອກຟາງ 20 ກໍ້, ພະແນກໂຍທາທິການ ແລະຂົນສົ່ງແຂວງ ປະກອບ ກະສອບ 3.000 ໜ່ວຍ, ຊາຍ 4 ລົດ, ອາຫານທ່ຽງ 50 ກ່ອງ, ພະແນກແຮງງານ, ສະຫວັດດີການ-ສັງຄົມ ປະກອບ ກະສອບ 2.000 ໜ່ວຍ, ບໍລິສັດ ໝູຄຳ ກໍ່ສ້າງ ປະກອບສ່ວນ ກະສອບ 500 ໜ່ວຍ, ດິນຊາຍ 9 ລົດ, ເຊືອກຟາງ ແລະຊວ້ານ, ບໍລິສັດ ລາວມີໄຊ ປະກອບສ່ວນ ດິນຊາຍ 5 ລົດ, ນອກຈາກນັ້ນ ຍັງມີຫຼາຍພາກສ່ວນ ທີ່ໄດ້ປະກອບສ່ວນນ້ຳດື່ມ ແລະເຄື່ອງດື່ມ ແລະອື່ນໆຕື່ມອີກ.

ແຫລ່ງທີ່ມາ: ສະຫວັນພັດທະນາ