ສະພາບນໍ້າຖ້ວມ ທີ່ເມືອງຊະນະສົມບູນ( 4 ກັນຍາ 2019 )

87

4 ກັນຍາ 2019 ຕາມການລາຍງານຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງໃຫ້ຮູ້ວ່າ:ສະພາບນ້ຳຖ້ວມທົ່ວເມືອງຊະນະສົມບູນ ແຂວງຈຳປາສັກ ຍັງສືບຕໍ່ເພີ່ມທະວີຄວາມຮຸນແຮງ.ຍ້ອນມີຝົນຕົກລິນບໍ່ຢຸດສະສົມຕິດຕໍ່ກັນຢ່າງຕໍ່ເນື່ອງຈຶ່ງເຮັດໃຫ້ແຫຼ່ງນ້ຳຕ່າງໆ ມີປະລິມານເພີ່ມຂຶ້ນຢ່າງໄວວາ ແລະ ໄຫຼອັ່ງລົ້ນແຕກແກ່ງເຂົ້າຖ້ວມເຮືອນຊານ,ບ້ານຊ່ອງ,ໄຮນາ,ຮົ້ວສ່ວນຂອງພໍ່ແມ່ປະຊາຊົນ ໂດຍສະເພາະບາງກຸ່ມ-ບ້ານ ທີ່ອາໄສຢູ່ລຽບຕາມແຄມແມ່ນ້ຳຂອງ ແລະ ແມ່ນ້ຳເຊໂດນ.

ເມືອງຊະນະສົມບູນ ແມ່ນໄດ້ຮັບຜົນກະທົບຈາກນ້ຳຖ້ວມແລ້ວຈຳນວນ 23 ບ້ານໃນນີ້ 13 ບ້ານ ລວມ 3.251 ຄອບຄົວ ຄື:ບ້ານ ແກ້ງໄມ້ເຮ້ຍ,ບ້ານນາພູຄຳ,ບ້ານນາຂາມ,ບ້ານຄີລີ,ບ້ານແຊລະບຳ,ບ້ານດອນແຊ,ບ້ານໂສໂລໃຫຍ່,ບ້ານໂສໂລນ້ອຍ,ບ້ານເດື່ອ,ບ້ານງົວແດງ,ບ້ານປາກຊອນ,ບ້ານງີວ,ບ້ານໂຢງ ຕ່າງກໍ່ໄດ້ເຄື່ອຫຍ້າຍ,ຄອບຄົວ,ວັດຖຸ,ສິ່ງຂອງ,ສັດລ້ຽງປະເພດຕ່າງໆຂຶ້ນ ໄປຢູ່ທີ່ສະຖານທີ່ປອດໄພ.

ນອກຈາກນັ້ນກະແສນ້ຳທີ່ໄຫຼ່ມາຈາກແມ່ນໍ້າເຊໂດນ ຍັງໄດ້ແຕກແກ່ງໄຫຼເຂົ້າຖ້ວມເຮືອນຂອງພໍ່ແມ່ປະຊາຊົນ ແລະ ອັງຖ້ວມເສັ້ນທາງຫຼວງເລກທີ 13 ໃຕ້ບໍລິເວນເຂດບ້ານ ສີວິໄລ ມີຄວາມຍາວເຖີງ 700-800 ແມັດ ແລະ ມີລະດັບນ້ຳໄຫຼແຮງສູງເຖິງ 1 ແມັດ ສົ່ງຜົນເຮັດໃຫ້ບໍ່ສາມາດສັນຈອນໄປມາໄດ້.

ປັດຈຸບັນທາງອົງການຈັດຕັ້ງພັກ-ລັດ ຂອງແຂວງ ແລະ ເມືອງ ແລະ ອ້າຍ-ນ້ອງກຳລັງ ປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ພວມກຳລັງຂຸ້ນຂຽວອຳນວຍຄວາມສະດວກດ້ານຕ່າງໆໃຫ້ກັບພໍ່ແມ່ປະຊາຊົນ.

ໂດຍ: ທ. ແຫລມ ສິນໄຊ ຖວທ ເມືອງຊະນະສົມບູນ, Media Laos