ກອງຄຸ້ມຄອງພາສີ I ປະກາດຫາເຈົ້າຂອງລົດທີ່ຖືກເຈົ້າໜ້າທີ່ພາສີຢຶດລົດ ຮີບຮ້ອນມາພົວພັນແກ້ໄຂຄະດີ

101

ກອງຄຸ້ມຄອງພາສີ I (ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ)ໄດ້ປະກາດແຈ້ງການ ເລກທີ 0247/ກຄ.ພສI, ລົງວັນທີ 21 ສິງຫາ 2019 ເຖິງບັນດາເຈົ້າຂອງພາຫະນະທີ່ຖືກຢຶດໄວ້ຢູ່ກອງຄຸ້ມຄອງພາສີ I ໃຫ້ເຂົ້າມາພົວພັນແກ້ໄຂຄະດີກັບຂະແໜງຕ້ານສະກັດກັ້ນການລັກລອບໜີພາສີ ແລະ ກວດຄືນການແຈ້ງ (ກອງຄຸ້ມຄອງພາສີ I) ສໍານັກງານຕັ້ງຢູ່ສາມແຍກນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ພາຍໃນກຳນົດເວລາ 21 ວັນທາງລັດຖະການນັບແຕ່ມື້ໄດ້ປະກາດແຈ້ງການເປັນຕົ້ນໄປ, ຖ້າຫາກກາຍກຳນົດເວລາດັ່ງກ່າວພາຫະນະຈະຕົກເປັນຂອງລັດ ແລະ ຖືກດຳ ເນີນຕາມລະບຽບກົດໝາຍ.

ໂດຍອີງກົດໝາຍວ່າດ້ວຍພາສີ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011, ອີງຕາມ ຂໍ້ຕົກລົງກະຊວງການເງິນ ສະບັບເລກທີ 2826/ກງ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ ແລະ ອີງໃສ່ ບົດບັນທຶກຢຶດສິນຄ້າ ສະບັບເລກທີ 144/19.07.2019; 183/08.08.2019; 181/07.08.2019; 181/07.08.2019; 181/07.08.2019; 002/16.12.2018; 008/15.03.2019; 011/17.04.2019; 014/02.05.2019; 009/03.04.2019; 026/02.07.2019; 202/17.08.2019 ແລະ 203/19.08.2019.

ກອງຄຸ້ມຄອງພາສີ I ໄດ້ອອກປະກາດແຈ້ງການມາຍັງບັນດາເຈົ້າຂອງພາຫະນະທີ່ຖືກເຈົ້າໜ້າທີ່ພາສີຢຶດພາຫະນະດັ່ງກ່າວໄວ້ຢູ່ກອງຄຸ້ມຄອງພາສີ I ໃຫ້ເຂົ້າມາພົວພັນກັບຂະແໜງຕ້ານສະກັດກັ້ນການລັກລອບໜີພາສີ ແລະ ກວດ ຄືນການແຈ້ງ, ພາຍໃນກຳນົດເວລາ 21 ວັນທາງລັດຖະການນັບແຕ່ມື້ໄດ້ປະກາດແຈ້ງການເປັນຕົ້ນໄປ, ຖ້າຫາກກາຍກຳນົດເວລາດັ່ງກ່າວພາຫະນະຈະຕົກເປັນຂອງລັດ ແລະ ຖືກດຳເນີນຕາມລະບຽບກົດໝາຍ.

ຊຶ່ງລາຍລະອຽດດັ່ງນີ້: ທ້າວ ສອນເພັດ ດວງພົມມາ ທີ່ຢູ່ແຂວງຫຼວງນໍ້າທາ ປະເພດລົດເກັງ ຍີ່ຫໍ້ TRUMPCHI ສີຂາວ, ທ້າວ ລິມິງ ທີ່ຢູ່ສປ ຈີນ ປະເພດລົດຈິບ ຍີ່ຫໍ້ BENZ ສີດຳ, ທ້າວ ເດິຊຽງ ລຸ ທີ່ຢູ່ສປ ຈີນ ປະເພດລົດຈິບ 3 ຄັນ ຍີ່ຫໍ້ FAW ສີຂາວ, ທ້າວ ລິຍີຄວນ ທີ່ຢູ່ສປ ຈີນ ປະເພດລົດຕັກຕີນຢາງນ້ອຍ, ທ້າວ ຢຽນຕຸງຊຽງ ທີ່ຢູ່ແຂວງບໍ່ແກ້ວ ປະເພດລົດຈິບ ຍີ່ຫໍ້ TOYOTA ສີດຳ, ທ້າວ ອິນທີ ລໍຫວັນໄຊ ແຂວງຫຼວງນໍ້າທາ ປະເພດລົດເກັງ ຍີ່ຫໍ້ BENTLEY ສີດຳ, ທ້າວ ຢານກັງ ສປ ຈີນ ປະເພດລົດເກັງ ຍີ່ຫໍ້ BENZ ສີດຳ, ທ້າວ ວິວາ ນ້ອຍວິໄລ ແຂວງອຸດົມໄຊ ປະເພດລົດດ້າມ, ທ້າວ ອຸ່ນຈັງ ນັນຕະພູມ ແຂວງຜົ້ງສາລີ ປະເພດລົດກະບະ ຍີ່ຫໍ້ TOYOTA ສີຂາວ, ທ້າວ ຢາງເຈິງເວີຍ (ທຽນວຸ) ສປ ຈີນ ປະເພດລົດເກັງ ຍີ່ຫໍ້ TOYOTA ສີຂາວ, ທ້າວ ຫູຈືຊາງ (ທຽນວຸ) ທີ່ຢູ່ສປ ຈີນ ປະເພດລົດເກັງ ຍີ່ຫໍ້BENZ ສີປອນເງິນ.

ດັ່ງນັ້ນ, ເຈົ້າຂອງພາຫະນະໃຫ້ຮັບຊາບ ແລະ ຈັດຕັ້ງປະຕິບັດ, ໃຫ້ຮີບຮ້ອນເຂົ້າມາພົວພັນແກ້ໄຂຄະດີພາຍໃນກຳນົດເວລາ 21 ວັນທາງລັດຖະການ, ຖ້າຫາກກາຍກໍານົດເວລາດັ່ງກ່າວພາຫະນະດັ່ງກ່າວຈະຕົກເປັນຂອງລັດ ແລະ ຖືກດຳເນີນຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ທີ່ມາ: