ໄຟຟ້າຫົງສາ ມອບເຄື່ອງຜະລິດນ້ຳດື່ມໃຫ້ສະຫະກອນສົ່ງເສີມກະສິກໍາ

70

ບໍລິສັດ ໄຟຟ້າຫົງສາ ມອບເຄື່ອງຜະລິດນໍ້າດື່ມ ໃຫ້ກັບສະຫະກອນສົ່ງເສີມກະສິກໍາ ເມືອງຫົງສາ ມູນຄ່າ 138.000 ບາດ ( ປະມານ 40 ລ້ານກວ່າກີບ ) ເພື່ອຜະລິດນໍ້າດື່ມບໍລິການສະມາຊິກສະຫະກອນ ແລະ ຊຸມຊົນເມືອງຫົງສາຕໍ່ໄປ.

ພິທີມອບ – ຮັບເຄື່ອງອຸປະກອນຜະລິດນໍ້າດື່ມ ໃຫ້ແກ່ສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2019 ທີ່ບ້ານນາໜອງຄໍາ ເມືອງຫົງສາ ແຂວງໄຊຍະບູລີ ໃຫ້ກຽດມອບໂດຍ ທ່ານ ຄະທາຢຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ແລະ ຮັບໂດຍ ທ່ານ ທອງ ສິມມາທອງ ປະທານສະຫະກອນສົ່ງເສີມກະສິກຳ ເມືອງຫົງສາ, ມີ ທ່ານ ລິຄິດ ພົງພະຫງັນ ທີ່ປຶກສາຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ຝ່າຍພັດທະນາສັງຄົມ, ທ່ານ ສົມມີ ໄຊຍະລາດ ຫົວໜ້າໜ່ວຍງານຍົກຍ້າຍຈັດສັນ ແລະ ຟື້ນຟູຊີບ, ພະນັກງານບໍລິສັດທີ່ກ່ຽວຂ້ອງ ແລະ ສະມາຊິກຂອງສະຫະກອນສົ່ງເສີມກະສິກຳເມືອງຫົງສາ ເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບອຸປະກອນຜະລິດນ້ຳດື່ມທີ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບໃຫ້ແກ່ສະຫະກອນສົ່ງເສີມກະສິກຳ ເມືອງຫົງສາ ມູນຄ່າທັງໝົດ 138.000 ບາດ ( ປະມານ 40 ລ້ານກວ່າກີບ ) ເຊິ່ງອຸປະກອນການຜະລິດນ້ຳດື່ມດັ່ງກ່າວເປັນຂອງບໍລິສັດທີ່ໄດ້ຢຸດການຜະລິດແລ້ວ ແລະ ໄດ້ສົ່ງມອບຕໍ່ໃຫ້ກັບສະຫະກອນສົ່ງເສີມກະສິກຳ ເມືອງຫົງສາ ໃຫ້ນຳໄປຜະລິດນ້ຳດື່ມເພື່ອບໍລິການສະມາຊິກສະຫະກອນ ແລະ ຊຸມຊົນເມືອງຫົງສາຕໍ່ໄປ ເພື່ອເປັນການສ້າງງານບໍລິການຂອງສະຫະກອນໃຫ້ມີຄວາມຫຼາກຫຼາຍຂຶ້ນ.