ຖວທ ນະຄອນຫຼວງ ຈັດຄາຣາວານລົດ ລາວທ່ຽວລາວ

110

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ( ຖວທ ນວ ) ສົມທົບກັບອົງການປົກຄອງເມືອງໄຊທານີ ໄດ້ຈັດຂະບວນຄາຣາວານລົດທ່ອງທ່ຽວ ສູ່ແຫຼ່ງທ່ອງທ່ຽວທາງທຳມະຊາດຂອງເມືອງໄຊທານີ ແລະ ເມືອງປາກງື່ມ ໃນວັນທີ 23 ສິງຫາ 2019 ເຂົ້າຮ່ວມໃນຂະບວນຄັ້ງນີ້ມີ ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ໂດຍມີບັນດານັກທຸລະກິດ, ບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ຄຳປະດິດ ເຂັມມານິດ ກ່າວວ່າ: ການຈັດຄາຣາວານເທື່ອນີ້ຖືເປັນ ຄັ້ງທີ 4 ທີ່ເມືອງໄດ້ຈັດຂະບວນການທ່ອງທ່ຽວທຳມະຊາດພູເຂົາຄວາຍ ໂດຍຜ່ານເສັ້ນທາງເລກທີ 10 ເຂົ້າສູ່ເສັ້ນທາງເລກທີ 11 ທີ່ເປັນເສັ້ນທາງເຊື່ອມຕໍ່ລະຫວ່າງພາກເໜືອ ແລະ ພາກກາງໂດຍຜ່ານເມືອງທ່າພະບາດ, ເມືອງທຸລະຄົມ ແລະ ເມືອງໄຊທານີ ຫຼື ເສັ້ນທາງເລກທີ 11 ຕອນໃຕ້ ເຊິ່ງຈະເປັນເສັ້ນທາງທ່ອງທ່ຽວໜຶ່ງທີ່ສຳຄັນ ເພື່ອສົ່ງເສີມການທ່ອງທ່ຽວພູເຂົາຄວາຍກໍຄືຕາມລຳນ້ຳງື່ມ ຕາມເປົ້າໝາຍຂອງການທ່ອງທ່ຽວຂອງນະຄອນຫຼວງ, ພິເສດເມືອງໄຊທານີ ມີແຫຼ່ງທ່ອງທ່ຽວຫຼາຍຈຸດ, ທີ່ສຳຄັນການຈັດຂະບວນເທື່ອນີ້ຍັງເປັນການຊ່ວຍຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວຂອງເມືອງໄຊທານີ ກໍຄືນະຄອນຫຼວງ ໃຫ້ເປັນທີ່ຮູ້ຈັກ ທັງເປັນການປະກອບສ່ວນພັດທະນາເສດຖະກິດຂອງເມືອງ.

ທ່ານ ບົວລີ ແກ້ວມະນີວັນ ຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ກ່າວວ່າ: ກຸ່ມບ້ານຊ້າງ ເປັນໜຶ່ງກຸ່ມທີ່ນອນ 11 ກຸ່ມບ້ານຂອງເມືອງໄຊທານີ ເປັນທີ່ຕັ້ງທີ່ມີເນື້ອທີ່ຕິດພັນກັບທຳມະຊາດ ໂດຍສະເພາະເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ ເຊິ່ງໄດ້ສ້າງທ່າແຮງໃຫ້ແກ່ການທ່ອງທ່ຽວພາຍໃນເມືອງ ເປັນຕົ້ນແມ່ນສະຖານທີ່ທ່ອງທ່ຽວທາງທຳມະຊາດ ເຊັ່ນ: ແຫຼ່ງທ່ອງທ່ຽວທີ່ໄດ້ເລີ່ມພັດທະນາ ແລະ ໃຫ້ບໍລິການແລ້ວມີຕາດຊອຍວອຍ ແລະ ຕາດຊາຍຂາວ.

ນອກຈາກສະຖານທີ່ທ່ອງທ່ຽວຂອງກຸ່ມບ້ານຊ້າງແລ້ວ ພາຍໃນເມືອງໄຊທານີ ຍັງມີສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ແລະ ປະຫວັດສາດຫຼາຍສະຖານທີ່ທີ່ໄດ້ເກັບກຳ ເປັນຕົ້ນແມ່ນແຫຼ່ງທ່ອງທ່ຽວທຳມະຊາດສາຍນ້ຳງື່ມ, ແຫຼ່ງທ່ອງທ່ຽວດອນກຳ ບ້ານເວີນແທ່ນ ຕິດພັນກັບບ້ານວັດທະນະທຳ, ແຫຼ່ງທ່ອງທ່ຽວວັດພະບາດແອວຂັນ, ຕາດຫ້ວຍຊາຍຂາວ ບ້ານນາຄາຍ, ນ້ຳຕົກຕາດຊອຍວອຍ ບ້ານນາຄັນທຸງ, ໜອງງົມ ບ້ານນາງົມເກົ່າ ແລະ ນາງົມໃໝ່, ໜອງຄັນ ບ້ານນາຕານ ຕິດພັນກັບຮ່ອງຮອຍປະຫວັດສາດ, ທ່ອງທ່ຽວບ້ານສວນມະນີຈັນ, ທ່ອງທ່ຽວສວນຈຳປາມຸງຄຸນ ບ້ານນາແຄ, ສວນໄຜ່ພັນກໍ, ສິລະປະສະໂມສອນ ບ້ານດ່ານຊ້າງ, ຫໍມູນເຊື້ອວັດທະນະທຳ ບ້ານທ່າຈຳປາ, ບຸນປະເພນີເຜົ່າກຶມມຸ ບ້ານລາດຄວາຍ, ບຸນປະເພນີເຜົ່າໄຕແດງ ບ້ານໂນນສະອາດ ແລະ ບຸນປະເພນີກິນຈຽງເຜົ່າມົ້ງ. ພ້ອມດຽວກັນນີ້, ຍັງມີອີກຫຼາຍສະຖານທີ່ທີ່ມີຄວາມສວຍງາມ, ມີຄວາມພ້ອມທີ່ຈະຊອກຫາແຫຼ່ງທຶນ ເພື່ອມາພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວໃນອະນາຄົດ.