ນາງ ແອງ ໄດ້ຮັບລົດໃຫຍ່ຈາກໂຄງການຂູດບັດຮັບໂຊກໃຫຍ່ຂອງ ຢູນີເທວ

40

ວັນທີ 23 ສິງຫາຜ່ານມາ ບໍລິສັດ ສະຕາ ໂທລະຄົມ ຈັດງານມອບລົດໃຫຍ່ໃນໂຄງການຂູດບັດຮັບໂຊກໃຫຍ່ໃຫ້ແກ່ລູກຄ້າ ຢູ່ສູນການຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ ຮ່ວມມອບໂຊກໂດຍ ທ່ານ ຫງຽນ ຮວງເຊີນ ຮອງອໍານວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ, ທ່ານ ບຸນເມກ ວິໄລແສງ ຮອງເຈົ້າເມືອງສີສັດຕະນາກ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ນາງ ລັດສະໝີ ທໍາມະວົງ ຫົວໜ້າພະແນກໂຄສະນາ – ຂ່າວສານ ບໍລິສັດ ສະຕາ ໂທລະຄົມ ໄດ້ກ່າວວ່າ: ຕ້ອງສະແດງຄວາມຍິນດີກັບ ນາງ ແອງ ຜູ້ໂຊກດີທີ່ໄດ້ຮັບລາງວັນ ລົດໃຫຍ່ ( The New Isuzu Mu – X ) ຈາກໂຄງການ ” ຂູດບັດຮັບໂຊກໃຫຍ່ ” ເຊິ່ງໂຄງການນີ້ຈັດຂຶ້ນເພື່ອເປັນການຕອບແທນບຸນຄຸນໃຫ້ກັບລູກຄ້າທີ່ຊົມໃຊ້ການບໍລິການຂອງຢູນີເທວມາຕະຫຼອດ ພ້ອມທັງເປັນເຄື່ອງໝາຍການຄ້າຂອງຢູນີເທວກ້າວສູ່ປີທີ 10 ແຫ່ງການພັດທະນາ, ໃນຂະນະທີ່ໂຄງການດັ່ງກ່າວເລີ່ມມາແຕ່ປີ 2018 ແລະ ສືບຕໍ່ມາຮອດທ້າຍປີ 2019 ຈະສິ້ນສຸດລົງ ເຊິ່ງມອບລາງວັນລົດໃຫຍ່ແກ່ລູກຄ້າ 2 ຄັນແລ້ວ ແລະ ຍັງຈະມີຜູ້ໂຊກດີທີ່ຈະໄດ້ຮັບລາງວັນຈາກພວກເຮົາແນ່ນອນ. ນອກຈາກນີ້, ຍັງມີລາງວັນປະເພດລົດຈັກ, ຕູ້ເຢັນ, ໂທລະສັບ, ມູນຄ່າໂທ ແລະ ດາຕ້າອິນເຕີເນັດ.

ລູກຄ້າຍັງສາມາດສືບຕໍ່ລຸ້ນລາງວັນໃຫຍ່ອື່ນໆອີກ ເຊັ່ນ: ລົດໃຫຍ່ Prado 1 ລາງວັນ ແລະ ລາງວັນອື່ນໆຕື່ມອີກ ພຽງແຕ່ຂູດບັດຕື່ມເງິນ ພາຍໃນບັດຈະມີຮູບພາບຂອງລາງວັນ ແລະ ດ້ານຫຼັງບັດມີບ່ອນຂູດ ເພື່ອເບິ່ງລາງວັນເຫັນລາງວັນໃດຮັບໄປເລີຍ.

ນາງ ແອງ ປະຊາຊົນບ້ານສວນມອນ ອາຊີບຄ້າຂາຍ ຜູ້ໄດ້ຮັບລົດໃຫຍ່ໃຫ້ສໍາພາດວ່າ: ຕົນເອງຮູ້ສຶກດີໃຈຫຼາຍເຊິ່ງໃຊ້ເບີຢູນີເທວມາດົນແລ້ວ ເຊິ່ງເປັນລາງວັນທີ່ຍິ່ງໃຫຍ່ສໍາລັບຄອບຄົວຂອງຕົນເອງ ໂດຍຕົນເອງໄດ້ຊື້ບັດຢູ່ແຖວບ້ານມູນຄ່າ 10 ພັນກີບ ເພື່ອມາຕື່ມໃຊ້ອິນເຕີເນັດ ແລະ ຕົນເອງກໍເຊື່ອໝັ້ນໃນການບໍລິການຂອງຢູນີເທວຢູ່ແລ້ວ.

[ ຂ່າວ: ທິບອຸສາ ]