ອາດສະພອນ!! ຂົວ-ທາງເພຫຼາຍຈຸດຍ້ອນນ້ຳອັ່ງ ຕອນນີ້ພວມເລັ່ງສ້ອມແປງໃຫ້ທຽວໄດ້ຊົ່ວຄາວ

164

ເລີ່ມແຕ່ກາງເດືອນສິງຫາເປັນຕົ້ນມາ ທົ່ວທຸກພາກມີຝົນຕົກຢ່າງຕໍ່ເນື່ອງ ສະເພາະຢູ່ເມືອງອາດສະພອນ ແຂວງສະຫວັນນະເຂດ ມີຝົນຕົກໜັກ ແລະ ປານກາງຕິດຕໍ່ກັນຫຼາຍວັນ ເຮັດໃຫ້ມີນ້ຳຖ້ວມຂັງ ຕາມຫ້ວຍຮ່ອງ ແລະ ເຊຈຳພອນ ໄຫຼລົ້ນເຂົ້າຖ້ວມບັນດາເສັ້ນທາງ, ຂົວຫຼາຍແຫ່ງພາຍໃນເມືອງສົ່ງຜົນກະທົບຕໍ່ເສັ້ນທາງເປັນບວກຂຸມ, ຖືກກັດເຊາະ ແລະ ຈຸດວາງທໍ່ລະບາຍນ້ຳຫຼາຍແຫ່ງຖືກນ້ຳເຊາະເຈື່ອນ, ຖືກຕັດຂາດ ໂດຍສະເພາະຈຸດວາງທໍ່ທີ່ຫ້ວຍກູ້ ບ້ານກຸດຫີນ ເສັ້ນທາງຈາກເທສະບານເມືອງອາດສະພອນ ຫາຈຸດສຸມນາປອດ ເປ່ເພເສຍຫາຍ ຈົນບໍ່ສາມາດທຽວໄດ້.

 

ສະນັ້ນ, ມາໃນວັນທີ 22 ສິງຫາ 2019 ຜ່ານມາ ປະຊາຊົນເຂດຈຸດສຸມນາປອດ ເມືອງ ອາດສະພອນ ໄດ້ສາມັກຄີກັນສ້າງຂົວໄມ້ ເພື່ອໃຊ້ສັນຈອນຂ້າມຫ້ວຍກູ້ເປັນການຊົ່ວຄາວ, ໂດຍການນຳພາຂອງ ທ່ານ ແສງທອງ ວັງແກ້ວມະນີ ເຈົ້າເມືອງອາດສະພອນ, ພ້ອມດ້ວຍພະນັກງານການນຳເມືອງ, ຫົວໜ້າຫ້ອງການ ຍທຂ, ອຳນາດການປົກຄອງຈຸດສຸມ ແລະ ບ້ານຮ່ວມກັນສ້າງຂົວດັ່ງກ່າວ ເພື່ອໃຫ້ພໍ່ແມ່ປະຊາຊົນສາມາດສັນຈອນໄປມາໄດ້.

ນອກນີ້, ໃນວັນທີ 23 ສິງຫາ ຜ່ານມາ ພະນັກງານການນໍາເມືອງອາດສະພອນ, ພ້ອມດ້ວຍພະນັກງານຫ້ອງການອ້ອມຂ້າງເມືອງ ກໍ່ໄດ້ສາມັກຄີກັນສ້ອມແປງຂົວຂ້າມຫ້ວຍຊາຍມົນ ບ້ານ ທາດດອກແກ້ວ ເສັ້ນທາງຈາກທາງເລກທີ 9 ເຂົ້າຫາເມືອງອາດສະພອນ ເຊິ່ງຈຸດດັ່ງກ່າວ ໄດ້ຖືກກະແສນໍ້າພັດເຊາະ ເຮັດໃຫ້ດິນຫົວຂົວເຈື່ອນລົງ ສົ່ງຜົນໃຫ້ເສັ້ນທາງດັ່ງກ່າວ ຖືກຕັດຂາດ ເປັນເວລາເຄິ່ງວັນ.

 

ດັ່ງນັ້ນ, ເພື່ອເຮັດໃຫ້ການສັນຈອນດຳເນີນໄປເປັນປົກກະຕິ ພະນັກງານຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານ ນາກຸດຈານ ແລະ ບ້ານທາດດອກແກ້ວ ກໍ່ໄດ້ສາມັກຄີກັນສ້ອມແປງຂົວດັ່ງກ່າວ ໂດຍໄດ້ມີການວາງກະສອບຊາຍຈຸດທີ່ຖືກເຊາະເຈື່ອນ, ໃສ່ແປ້ນຮອງລໍ້ຈາກຫົວຂົວຫາໜ້າທາງ ເພື່ອໃຫ້ລົດນ້ອຍໃຫຍ່ ທຽວໄປມາໄດ້.

ມາຮອດ ໃນວັນທີ 24 ສິງຫາ ຝົນຍັງສືບຕໍ່ຕົກໜັກ ເຮັດໃຫ້ເກີດມີນ້ຳຖ້ວມຫຼາຍຂຶ້ນ, ນ້ຳເຊຈຳພອນ ແລະ ນ້ຳຫ້ວຍແຕ່ລະສາຍເພີ່ມຂື້ນ ນ້ຳໄດ້ໄຫຼເຂົ້າຖ້ວມເສັ້ນທາງຫຼາຍສາຍ ພາຍໃນເມືອງອາດສະພອນ ໂດຍສະເພາະເສັ້ນທາງຈາກເທສະບານເມືອງຫາບ້ານຜັກຂະຫຍ່າ ຖືກກະແສນ້ຳພັດ ເຊາະ ຈົນຂາດ ແລະ ບາງບ່ອນກໍ່ເກີດເປັນບວກຂຸມເລິກ ລົດນ້ອຍ-ໃຫຍ່ ບໍ່ສາມາດສັນຈອນໄປມາໄດ້, ພ້ອມນີ້, ເສັ້ນທາງຈາກເທສະບານເມືອງອາດສະພອນໄປຫາທາງເລກທີ 10 ກໍ່ຖືກຕັດຂາດເຊັ່ນກັນ, ທັງນີ້ອຳນາດການປົກຄອງເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງກຳລັງເລັ່ງຫາທາງແກ້ໄຂໂດຍໄວ.