ກົມມາດຕະຖານເຕືອນ ຢ່າຫຼົງກົນລວງອຸປະກອນປະຢັດໄຟຟ້າ

41

ຈາກກໍລະນີ ທີ່ມີການໂຄສະນາຜ່ານສື່ອອນລາຍກ່ຽວກັບ ອຸປະກອນປະຢັດພະລັງງານໄຟຟ້າສູງເຖິງ 50% ນັ້ນເປັນການຫຼອກລວງ ເຊິ່ງກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຢັ້ງຢືນວ່າ ເຄື່ອງດັ່ງກ່າວບໍ່ສາມາດຊ່ວຍປະຢັດໄຟຟ້າໄດ້ແຕ່ຢ່າງໃດ ເປັນພຽງການໂຄສະນາຂາຍສິນຄ້າເທົ່ານັ້ນ.

 

 

ໃນວັນທີ 22 ສິງຫາ 2019 ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອອກແຈ້ງເຕືອນ ສະບັບເລກທີ 1801/ກວຕ.ກມວ ລົງວັນທີ 21 ສິງຫາ 2019 ກ່ຽວກັບອຸປະກອນປະຢັດພະລັງງານໄຟຟ້າ (power Factor Saver) ເຊິ່ງ ກົມມາດຕະຖານ ແລະ ວັດແທກ ຂໍແຈ້ງເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງທຸກພາກສ່ວນຊາບວ່າ: ໃນໄລຍະຜ່ານມາ ມີກຸ່ມຄົນຈຳນວນໜຶ່ງ ໄດ້ໂຄສະນາທາງສື່ອອນລາຍວ່າ ມີເຄື່ອງປະຢັດໄຟຟ້າ (power Factor Saver) ທີ່ສາມາດປະຢັດພະລັງງານໄຟຟ້າໄດ້ເຖິງ 50% ມາຈຳໜ່າຍ ເຊິ່ງເຮັດໃຫ້ປະຊາຊົນຈຳນວນໜຶ່ງຫຼົງເຊື່ອ ແລະ ຊື້ເຄື່ອງດັ່ງກ່າວມາຊົມໃຊ້.

 

 

ອີງຕາມການແຈ້ງຂອງຜູ້ຊົມໃຊ້ເຄື່ອງດັ່ງກ່າວທາງກົມຈຶ່ງເອົາເຄື່ອງມາສຶກສາ ແລະ ທົດລອງນຳໃຊ້ຕົວຈິງເຫັນວ່າ ເຄື່ອງບໍ່ສາມາດປະຢັດພະລັງງານໄຟຟ້າໄດ້ຕາມທີ່ໂຄສະນາ ແຕ່ກົງກັນຂ້າມອຸປະກອນດັ່ງກ່າວຍັງເຮັດໃຫ້ຜູ້ຊົມໃຊ້ເສຍຄ່າໄຟຟ້າເພີ່ມຂຶ້ນຕື່ມອີກ.

 

 

ດັ່ງນັ້ນ, ກົມມາດຕະຖານ ແລະ ວັດແທກ ຈຶ່ງຂໍແຈ້ງມາຍັງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິບໍ່ໃຫ້ຊົມໃຊ້ ແລະ ຈຳໜ່າຍອຸປະກອນດັ່ງກ່າວ.