ອຸດົມໄຊ ໄດ້ຮັບລົດເຄື່ອນໄຫວວຽກງານຄວບຄຸມຄວາມສ່ຽງໄພພິບັດ

88

ວັນທີ 20 ສິງຫາ 2019 ຢູ່ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ໄດ້ມີພິທີມອບ – ຮັບລົດໃຫຍ່ ແລະ ລົດຈັກ ຂຶ້ນລະຫວ່າງ ກົມອຸຕຸນິຍົມ – ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ.

ລົດທີ່ນໍາມາມອບໃນຄັ້ງນີ້ແມ່ນນອນຢູ່ໃນກິດຈະກໍາ ການຈັດຊື້ພາຫະນະ ແລະ ອຸປະກອນຕ່າງໆຂອງໂຄງການຄວບຄຸມໄພພິບັດທາງທໍາມະຊາດໃນຂອບເຂດອາຊີຕາເວັນອອກສ່ຽງໃຕ້ ທີ່ທະນາຄານໂລກເປັນຜູ້ໃຫ້ທຶນ; ກິດຈະກຳດັ່ງກ່າວກວມເອົາ 3 ແຂວງພາກເໜືອຂອງລາວ ຄື: ແຂວງ ຜົ້ງສາລີ, ແຂວງຫຼວງພະບາງ ແລະ ແຂວງອຸ       ດົມໄຊ.

ດັ່ງນັ້ນ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຶ່ງອອກຂໍ້ຕົກລົງວ່າດ້ວຍການມອບພາຫະນະລົດໃຫຍ່ ຈຳນວນ 1 ຄັນ ເປັນປະເພດລົດກະບະຍີ່ຫໍ້ນິສສັນ ນາວາຣາ ມູນຄ່າ 37.500 ໂດລາສະຫະລັດ ແລະ ລົດຈັກຈໍານວນ 4 ຄັນ ຍີ່ຫໍ້ຢາມາຮາ ຄັນລະ 1.300 ໂດລາສະຫະລັດ ລວມມູນຄ່າທັງໝົດ 42.700 ໂດລາສະຫະລັດ ໃຫ້ກັບຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ. ໃນນັ້ນ, ລົດໃຫຍ່ແມ່ນມອບໃຫ້ກັບພະແນກຊັບພະຍາກອນທຳທະຊາດ ແລະ ສິ່ງແວດລ້ອມແຂວງເປັນຜູ້ຄຸ້ມຄອງ, ນໍາໃຊ້.

ສ່ວນລົດຈັກແມ່ນມອບໃຫ້ກັບຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 4 ເມືອງ ຄື: ເມືອງປາກແບງ, ເມືອງງາ, ເມືອງຫຼາ ແລະ ເມືອງນາໝໍ້ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຄວບຄຸມ ຄວາມສ່ຽງໄພ       ພິບັດ.

ໃນພິທີດັ່ງກ່າວ ທ່ານ ຂັນມະນີ ຂຸນພົນ ຫົວໜ້າກົມອຸຕຸນິຍົມ – ອຸທົກກະສາດ ຕາງໜ້າກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີຄຳເຫັນໂດຍເນັ້ນໜັກໃນການນຳໃຊ້ລົດໃຫ້ຖືກເປົ້າໝາຍຂອງໜ້າວຽກ, ຕ້ອງຄຸ້ມຄອງ, ຮັກສາໃຫ້ນຳໃຊ້ໄດ້ຍາວນານ ພ້ອມທັງລົງນາມເຊັນສັນຍາມອບຢ່າງເປັນທາງການ ແລະ ເຊັນຮັບໂດຍ ທ່ານ ນາງ       ຄໍາໝັ້ນ ແກ້ວບຸນຫວນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຕາງໜ້າຫ້ອງວ່າການແຂວງ, ຄະນະພະແນກ, ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 4 ເມືອງ, ຫົວໜ້າ, ຮອງຫົວໜ້າແຕ່ລະຂະແໜງພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.

( ຂ່າວ: ຄານມະນີ ຮຽນດໍຈັນ )