ແຂວງສາລະວັນ ກຽມເຜີຍແຜ່ການນຳໃຊ້ສື່ອອນລາຍໃຫ້ນັກຮຽນ – ນັກສຶກສາ

50

ວັນທີ 20 ສິງຫາ 2019 ຢູ່ຫ້ອງວ່າການປົກຄອງແຂວງສາລະວັນ ໄດ້ມີການປຶກສາຫາລືກ່ຽວກັບວິທີການໂຄສະນາເຜີຍແຜ່ການນຳໃຊ້ສື່ສັງຄົມອອນລາຍ ໃຫ້ແກ່ນັກຮຽນ, ນັກສຶກສາ ຢູ່ໂຮງຮຽນຕ່າງໆພາຍໃນເທສະບານເມືອງສາລະວັນ ໂດຍການເຂົ້າຮ່ວມຂອງ ທ່ານ ສີເຮັງ ຫອມສົມບັດ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ທ່ານ ຂັນໄຊ ຣັດຖະເຮົ້າ ຫົວໜ້າພະແນກໄປສະນີ, ໂທລະຄົມ ແລະ ການສື່ສານແຂວງ ພ້ອມດ້ວຍຄະນະພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນ ຄວ້າ, ວິທີການຈັດຕັ້ງປະຕິບັດ ແນໃສ່ສ້າງແຜນເຄື່ອນໄຫວໃນການໂຄສະນາເຜີຍແຜ່ກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍ ໃຫ້ມີຄວາມສອດຄ່ອງ ແລະ ຖືກຕ້ອງ ເພື່ອໃຫ້ຜູ້ໃຊ້ບໍລິການ ແລະ ສັງຄົມ ຫຼີກເວັ້ນຜົນກະທົບທາງລົບຈາກການກະທຳທີ່ຮູ້ເທົ່າບໍ່ເຖິງການ ຄຽງຄູ່ກັບການສຶກສາອົບຮົມໃຫ້ນັກຮຽນ – ນັກສຶກສາຮັບຮູ້ເຂົ້າໃຈຕໍ່ດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ໃນການນຳໃຊ້ສື່ອອນລາຍ, ເຮັດໃຫ້ເຂົາເຈົ້າມີສະຕິ.

ນອກນັ້ນ, ກໍເປັນການເພີ່ມສະຕິຕໍ່ກົນອຸບາຍຕ່າງໆຂອງກຸ່ມຄົນບໍ່ດີທີ່ຫວັງໃຊ້ສື່ອອນລາຍ ສ້າງຄວາມປັ່ນປ່ວນໃນສັງຄົມ, ໂຄສະນາບິດເບືອນ ຄວາມຈິງ, ໃສ່ຮ້າຍປ້າຍສີ ແລະ ອື່ນໆ ເວົ້າສະເພາະກໍຄືຊາວໜຸ່ມ – ເຍົາວະຊົນໃນແຂວງສາລະວັນ ເຊິ່ງຈະໄດ້ກຳນົດວັນເວລາ, ເປົ້າໝາຍທີ່ຈະລົງເຜີຍແຜ່ ແລະ ເນື້ອໃນຂໍ້ມູນຕ່າງໆ.

ຈາກນັ້ນ, ກໍໄດ້ມີການປະກອບຄຳຄິດເຫັນກ່ຽວກັບວິທີການຈັດຕັ້ງປະຕິບັດຮ່ວມກັນ ກັບບັນດາຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະ ພະແນກ ປທສ, ພະແນກ ຖວທ, ຕຳຫຼວດ, ສຶກສາ ແລະ ຂະແໜງການອື່ນໆ ເພື່ອໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້ ໂດຍໄດ້ອີງໃສ່ດຳລັດຂອງລັດຖະບານ ເລກທີ 327/ລບ ວ່າດ້ວຍການຄຸ້ມຄອງຂໍ້ມູນ – ຂ່າວສານຜ່ານອິນເຕີເນັດ ເຊັ່ນ: ບາງມາດຕາໄດ້ເວົ້າຈະແຈ້ງ 7 ເນື້ອໃນທີ່ບໍ່ອະນຸຍາດ ເຜີຍແຜ່ຜ່ານອິນເຕີເນັດ ແລະ ຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງໂດຍກົງ ແລະ ອີງໃສ່ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາດຊະຍາກຳທາງລະບົບຄອມພິວເຕີ ເຊິ່ງຈະໄດ້ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງກະກຽມດ້ານເອກະສານ ກ່ຽວກັບການນຳໃຊ້ສື່ອອນລາຍທີ່ກ່ຽວກັບໜ້າທີ່ວຽກງານຂອງຕົນຮັບຜິດຊອບ ເພື່ອນຳມາເຜີຍແຜ່.

ການລົງເຄື່ອນໄຫວໂຄສະນາເຜີຍແຜ່ຄັ້ງນີ້ ແມ່ນຈະໄດ້ເລີ່ມລົງມືປະຕິບັດໃນລະຫວ່າງທ້າຍເດືອນກັນຍາ 2019 ນີ້ ແລະ ໄດ້ກຳນົດເອົາ 8 ຈຸດ ຢູ່ພາຍໃນເທສະບານເມືອງສາລະວັນ ແນໃສ່ນັກຮຽນ – ນັກສຶກສາ ມີຄື: ໂຮງຮຽນ ມສ ສາລະວັນ, ມສ ອົງແກ້ວ, ມສ ນາຂ້ອຍສາວ, ມສ ດ່ານ, ມ.ຕົ້ນ ກະຊະ, ວິທະຍາໄລຄູສາລະວັນ, ໂຮງຮຽນວິຊາຊີບໄຊຈຳປາ ແລະ ໂຮງຮຽນວິຊາຊີບຂົວເສັດ.

( ຂ່າວ: ວິໄລວອນ ສິດທິໄຊ )