ທົດລອງນໍາໃຊ້ເຕັກໂນໂລຊີ ເຂົ້າໃນການຄຸ້ມຄອງຊັບພະຍາກອນນໍ້າ

63

ກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມມືກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສະຫວັນນະເຂດ ເປີດກອງປະຊຸມຈັດຕັ້ງປະຕິບັດໂຄງການຄົ້ນຄວ້າທົດລອງນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການຄຸ້ມຄອງຊັບພະຍາກອນນ້ຳ ໂດຍເປົ້າໝາຍເພື່ອແກ້ໄຂບັນຫານໍ້າຖ້ວມ ແລະ ໄພແຫ້ງແລ້ງ ລວມທັງສ້າງຄວາມເຂັ້ມແຂງເພື່ອໃຫ້ມີສ່ວນຮ່ວມຂອງປະຊາຊົນໃນການຄຸ້ມຄອງຊັບພະຍາກອນນໍ້າ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ແລະ ນໍາສະເໜີການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າທົດລອງນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການຄຸ້ມຄອງຊັບພະຍາກອນນໍ້າ ເຊິ່ງກຳນົດເອົາພື້ນທີ່ບ້ານແກ້ງກອກກາງ ເມືອງຈຳພອນ ແຂວງສະຫວັນນະເຂດ ເປັນພື້ນທີ່ຈັດຕັ້ງປະຕິບັດໂຄງການໂດຍເປົ້າໝາຍເພື່ອແກ້ໄຂບັນຫານໍ້າຖ້ວມ ແລະ ໄພແຫ້ງແລ້ງ ຮັບປະກັນໃຫ້ມີນໍ້າໃຊ້ເພື່ອການຜະລິດເຂົ້າຂອງປະຊາຊົນ, ສະໜອງນໍ້າສະອາດໃຫ້ນັກສຶກສາຢູ່ທີ່ໂຮງຮຽນມັດທະຍົມແກ້ງກອກກາງ ແລະ ສ້າງຄວາມເຂັ້ມແຂງການມີສ່ວນຮ່ວມຂອງປະຊາຊົນໃນການຄຸ້ມຄອງຊັບພະຍາກອນນໍ້າ.

ໂອກາດນີ້, ທ່ານ ສຸມານະ ຈຸລາມະນີ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ກ່າວວ່າ: ໂຄງການດັ່ງກ່າວແມ່ນການຜັນຂະຫຍາຍການຈັດຕັ້ງປະຕິບັດແຜນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ລົງສູ່ທ້ອງຖິ່ນ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນຕໍ່ການຄຸ້ມຄອງຊັບພະຍາກອນນໍ້າ ທັງເປັນການແກ້ໄຂບັນຫານໍ້າຖ້ວມ ແລະ ໄພແຫ້ງແລ້ງ, ຮັບປະກັນໃຫ້ມີນໍ້າໃຊ້ເພື່ອການຜະລິດເຂົ້າໃນລະດູແລ້ງ ແລະ ສະໜອງນໍ້າສະອາດໃຫ້ແກ່ປະຊາຊົນ. ພາຍຫຼັງໂຄງການດັ່ງກ່າວສຳເລັດຈະເປັນຕົວແບບການສຶກສາ ແລະ ຂະຫຍາຍໄປສູ່ເຂດອື່ນໆໄດ້ໃນອະນາຄົົດ.

ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດເຫັນ ແລະ ປຶກສາຫາລືແລກປ່ຽນບົດຮຽນ, ວິທີການຈັດຕັ້ງປະຕິບັດໂຄງການ ເພື່ອຈະໄດ້ນຳເອົາມາເປັນຂໍ້ມູນທີ່ດີໃນການພັດທະນາ ແລະ ໝູນໃຊ້ປະຕິບັດຕົວຈິງຕາມແຜນການຄາດໝາຍຂອງຂະແໜງການທີ່ກ່ຽວຂ້ອງ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 16 ສິງຫາ 2019 ຜ່ານມາ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຸມານະ ຈຸລາມະນີ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ, ທ່ານ ທັນໃດ ຈັນຊົມພູ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສະຫວັນນະເຂດ ພ້ອມດ້ວຍຜູ້ຕາງໜ້າຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກກະສິກໍາ ແລະ ປ່າໄມ້, ເຈົ້າເມືອງຈໍາພອນ, ຄະນະບ້ານແກ້ງກອກກາງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ, ຮູບ: ແສງທອງ ]