ການຄ້າ ລາວ – ຫວຽດນາມ ເພີ່ມຂຶ້ນເກືອບ 13 %

147

ໃນ 7 ເດືອນຕົ້ນປີນີ້ ມູນຄ່າການຄ້າສອງຝ່າຍ ລາວ – ຫວຽດນາມ ບັນລຸໄດ້ 663 ລ້ານກວ່າໂດລາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 12,9% ຄາດໝົດປີຈະໃຫ້ເພີ່ມຂຶ້ນຢູ່ທີ່ປະມານ 15%.

ໃນວັນທີ 17 ສິງຫາ 2019 ທີ່ໂຮງແຮມເມືອງແທ່ງ​ ນະຄອນຫຼວງວຽງຈັນ ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ແຫ່ງ ສປປ ລາວ ແລະ ກະຊວງ ອຸດສາຫະກຳ ແລະ ການຄ້າ ( ອຄ )  ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມແຜນການຮ່ວມມືລະຫວ່າງສອງກະຊວງ ປະຈຳປີ 2019 ຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ ຂອງ ສປປ ລາວ ແລະ ທ່ານ ເຈິ່ນ ຕວັກ ແອັງ ລັດຖະມົນຕີກະຊວງ ອຄ ສສ ຫວຽດນາມ, ມີທ່ານຮອງລັດຖະມົນຕີ, ຫົວໜ້າກົມ – ຮອງຫົວໜ້າກົມຂອງກະຊວງ ອຄ ທັງສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມມີຂຶ້ນເພື່ອທົບທວນການຮ່ວມມືໃນໄລຍະຜ່ານມາ ນັບແຕ່ກອງປະຊຸມສອງກະຊວງທີ່ໄດ້ຈັດຂຶ້ນຄັ້ງຫຼ້າສຸດປີ 2017. ສະນັ້ນ, ກອງປະຊຸມໃນຄັ້ງນີ້ແມ່ນມີ ຄວາມໝາຍສຳຄັນສຳລັບສອງກະຊວງ ອຄ ກໍຄືສອງຊາດ ລາວ – ຫວຽດນາມ ເພາະຈັດຂຶ້ນທາມກາງບັນຍາກາດທີ່ສອງຝ່າຍກຳລັງຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມ ຄັ້ງທີ 41 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ໂດຍສະເພາະການຮ່ວມມືດ້ານເສດຖະກິດ, ການຮ່ວມມືເພື່ອການພັດທະນາຕິດພັນກັບຂະແໜງ ອຄ ຂອງສອງຝ່າຍທີ່ໄດ້ປະຕິບັດຮ່ວມກັນໃນປີ 2017.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ດ້ານການຈັດຕັ້ງປະຕິບັດເປົ້າໝາຍທີ່ການນຳຂອງຂັ້ນສູງຂອງທັງສອງປະເທດໄດ້ວາງອອກໃນປີ 2018 ທີ່ຜ່ານມາ ເຫັນວ່າມູນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ຫຼາຍກວ່າ 1,03 ຕື້ໂດລາສະຫະລັດ ເພີ່ມຂຶ້ນເກືອບ 16% ທຽບໃສ່ປີ 2017 ລື່ນຄາດໝາຍທີ່ສອງລັດຖະບານໄດ້ວາງອອກ ( 10% ). ໃນຂະນະທີ່ 7 ເດືອນຕົ້ນປີມານີ້ ມູນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ຫຼາຍກວ່າ 663,76 ລ້ານໂດລາ ເພີ່ມຂຶ້ນ 12,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018 ເຫັນໄດ້ວ່າພາບລວມການຄ້າສອງຝ່າຍຍັງຮັກສາທ່າຂະຫຍາຍຕົວໄດ້ດີ ແລະ ຕໍ່ເນື່ອງ ເຊິ່ງເປັນສັນຍານອັນດີໃຫ້ແກ່ການປະຕິບັດເປົ້າໝາຍການເພີ່ມມູນຄ່າການຄ້າສອງຝ່າຍຕາມທີ່ລັດຖະບານທັງສອງຝ່າຍໄດ້ວາງອອກໃນປີ 2019 ຄືຈະສູ້ຊົນເຮັດໃຫ້ມູນຄ່າການຄ້າເພີ່ມຂຶ້ນ 10 – 15% ຖ້າສົມທຽບໃສ່ປີ 2018.

ໃນໄລຍະຜ່ານມາ ສອງຝ່າຍໄດ້ຮ່ວມກັນເຮັດສຳເລັດຫຼາຍວຽກງານທີ່ພົ້ນເດັ່ນ ທີ່ຈະອຳນວຍຄວາມສະດວກ ແລະ ຊ່ວຍຍູ້ໃຫ້ມູນຄ່າການຄ້າເພີ່ມຂຶ້ນ ເຊັ່ນ: ສອງຝ່າຍໄດ້ປະສານກັນແຕ່ງຕັ້ງຄະນະເຮັດວຽກປະສົມລົງຕິດຕາມກວດກາສະພາບການຈັດຕັ້ງປະຕິບັດເນື້ອໃນ ຂໍ້ຕົກລົງຮາໂນ້ຍ 2017 ກ່ຽວກັບການອໍານວຍຄວາມສະດວກໃຫ້ແກ່ຄົນ, ສິນຄ້າ ແລະ ພາຫະນະເຂົ້າ – ອອກຜ່ານດ່ານລະຫວ່າງສອງປະເທດຢູ່ 3 ຄູ່ດ່ານຊາຍແດນ ລະຫວ່າງ ລາວ – ຫວຽດນາມ  ( ດ່ານນາເພົ້າ ແຂວງຄຳມ່ວນ – ຈາລໍ ແຂວງກວາງບິງ; ແດນສະຫວັນ ແຂວງສະຫວັນນະເຂດ – ລາວບາວ ແຂວງກວາງຈິ ແລະ ດ່ານ ນຳພາວ ແຂວງບໍລິຄຳໄຊ – ເກົາແຈ່ວ ແຂວງເຫງະອານ ໃນລະຫວ່າງວັນທີ 6 – 12 ພຶດສະພາ 2018 ຮ່ວມກັນຈັດກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ – ຫວຽດນາມ ຄັ້ງ 11 ເດືອນສິງຫາ 2018; ສໍາເລັດການຈັດງານວາງສະແດງຮ່ວມກັບ ສສ ຫວຽດນາມ ປີ 2018 – 2019 ປະກອບມີ 3 ຄັ້ງ; ແລກປ່ຽນບົດຮຽນການນຳໃຊ້ເວັບໄຊເສດຖະກິດການຄ້າ ລາວ – ຫວຽດນາມ ໃນເດືອນສິງຫາ 2018; ສໍາເລັດການໄປແລກປ່ຽນ ແລະ ຖອດຖອນບົດຮຽນນຳກົມພັດທະນາວິສາຫະກິດຂອງກະຊວງແຜນການ ແລະ ການລົງທຶນ ຂອງຫວຽດນາມ ກ່ຽວກັບການປັບປຸງການເຂົ້າເຖິງແຫຼ່ງທຶນຂອງ SME ຢູ່ ສສ ຫວຽດນາມ ແລະ ສຳເລັດການສະຖາປະນາ ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ວັນປະຫວັດສາດ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືສອງຝ່າຍ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 55 ປີ ໃນປີ 2017.

ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ ກໍຍັງມີຫຼາຍບັນຫາທີ່ສອງຝ່າຍຕ້ອງໄດ້ເອົາໃຈໃສ່ຕື່ມ ຄື:

1  ການຈັດຕັ້ງຜັນຂະຫຍາຍເປົ້າໝາຍການເພີ່ມມູນຄ່າການຄ້າສອງຝ່າຍຕາມເນື້ອໃນຈິດໃຈກອງປະຊຸມ ຄັ້ງທີ 41 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະ ຫວ່າງ ລັດຖະບານ ສປປ ລາວ ກັບ ລັດຖະບານ ສສ ຫວຽດນາມ ໃຫ້ໄດ້ 10 – 15% ແລະ ກ້າວໄປສູ່ການເພີ່ມເປົ້າໝາຍໃໝ່ໃນອະນາຄົດ;

2  ຕິດຕາມເອົາໃຈໃສ່ການຈັດຕັ້ງຜັັນຂະຫຍາຍບັນດາເນື້ອໃນຈິດໃຈຂອງສັນຍາການຄ້າ, ສັນຍາການຄ້າຊາຍແດນ ເຮັດໃຫ້ສອງສັນຍານີ້ສາມາດສ້າງຜົນປະໂຫຍດສູງສຸດຈາກສັນຍາໃຫ້ປະຊາຊົນທັງສອງຊາດ;

3  ປະສານງານກັນຄົ້ນຄວ້າດັດແກ້ຂໍ້ຄົງຄ້າງທີ່ເປັນອຸປະສັກໃຫ້ແກ່ການຈັດຕັ້ງປະຕິບັດເນື້ອໃນສັນຍາການຄ້າຊາຍແດນ ລາວ – ຫວຽດນາມ ເພາະຍັງມີບັນຫາທີ່ຍັງປະຕິບັດບໍ່ໄດ້ດີ;

4  ສ້າງເງື່ອນໄຂໃຫ້ທຸກກົມກອງພາຍໃນສອງກະຊວງ ໂດຍສະເພາະກະຊວງຝ່າຍລາວ ໄດ້ມີໂອກາດພົບປະຮໍ່າຮຽນ, ແລກປ່ຽນຂໍ້ມູນ ແລະ ປະສົບການນຳກັນ;

5  ສ້າງເງື່ອນໄຂທາງດ້ານດຶງດູດນັກລົງທຶນຂອງທັງສອງປະເທດເຂົ້າມາລົງທຶນ, ພັດທະນາໃນຂົງເຂດທຸລະກິດທີ່ມີທ່າແຮງຂອງກັນ ແລະ ກັນ ເຊັ່ນ: ກະສິກຳ, ປຸງແຕ່ງ ແລະ ການບໍລິການ;

6  ສ້າງເງື່ອນໃນຫຼາຍຊ່ອງທາງໃຫ້ພາກທຸລະກິດຂອງສອງປະເທດທີ່ມີຄວາມໜ້າເຊື່ອຖືໄດ້ພົບພໍ້ກັນ ແລະ ຊອກຫາຂໍ້ມູນເປົ້າໝາຍຄູ່ຄ້າຮ່ວມກັນໄດ້ງ່າຍຂຶ້ນ.

ນອກຈາກນີ້, ເພື່ອເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງຂະແໜງອຸດສາຫະກໍາ ແລະ ການຄ້າສອງປະເທດ ລາວ – ຫວຽດນາມ ສືບຕໍ່ພັດທະນາ ແລະ ຂະຫຍາຍຕົວໃນຕໍ່ໜ້າ ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ຍົກບາງບັນຫາຂຶ້ນມາເພື່ອປຶກສາຫາລືຮ່ວມກັນ ຄື:

1  ສະເໜີສອງຝ່າຍຄົ້ນຄວ້າພິຈາລະນາດັດແກ້ສັນຍາການຄ້າ, ສັນຍາການຄ້າຊາຍແດນ ລາວ – ຫວຽດນາມ ປີ 2015 ໂດຍສະເພາະການປ່ຽນລະຫັດສິນຄ້າໃນບັນຊີລາຍການຕາມສັນຍາໃຫ້ແທດເໝາະກັບການປ່ຽນສາລະບານ, ເອກະພາບຂອງອາຊຽນກ່ຽວກັບອັດຕາພາສີ AHTN 2012 ມາເປັນຂອງປີ 2017;

2  ສະເໜີກະຊວງ ອຄ ຫວຽດນາມ ພິຈາລະນາການສະເໜີຊ່ວຍເຫຼືອກໍ່ສ້າງຕະຫຼາດຊາຍແດນ 3 ຈຸດ ທີ່ຝ່າຍລາວເຄີຍຍົກຂຶ້ນໃຫ້ຝ່າຍ ສສ ຫຽວດນາມ ຊ່ວຍຄົ້ນຄວ້າຊອກຫາແຫຼ່ງທຶນທີ່ເໝາະສົມເພື່ອນໍາມາກໍ່ສ້າງຕະຫຼາດຊາຍແດນ ຄື: ຕະຫຼາດຊາຍແດນນ້ຳໂສຍ ແຂວງຫົວພັນ – ນາແມວ ແຂວງແທັງຫົວ; ຕະຫຼາດຊາຍແດນນໍ້າອ້ອນ ແຂວງບໍລິຄຳໄຊ – ແຖງຖຸຍ ແຂວງເຫງະອານ ແລະ ຕະຫຼາດຊາຍແດນດາກຕະອອກ ແຂວງເຊກອງ – ນາມຢາງ ແຂວງ ກວາງນາມ;

3  ສະເໜີ ອຄ ຫວຽດນາມ ພິຈາລະນາສ້າງເງື່ອນໄຂໃຫ້ທຶນແກ່ການຝຶກອົບຮົມ ແລະ ທັດສະນະສຶກສາ ແລກປ່ຽນບົດຮຽນກ່ຽວກັບວຽກງານວິຊາສະເພາະຂອງກະຊວງ ອຄ ລາວ.

4  ສະເໜີໃຫ້ຝ່າຍ ສສ ຫວຽດນາມ ສະໜັບສະໜູນການຈັດພົບປະແລກປ່ຽນລະຫວ່າງນັກທຸລະກິດລາວ ແລະ ນັກທຸລະກິດຫວຽດນາມ ເພື່ອເຊື່ອມໂຍງການຄ້າ, ຊຸກຍູ້ການແລກປ່ຽນຊື້ – ຂາຍສິນຄ້າກັບທຸລະກິດຫວຽດນາມ ໃນໄລຍະວັນທີ 26 – 27 ສິງຫາ 2019 ທີ່ແຂວງກວາງຈິ ສສ ຫວຽດນາມ.

ໃນໂອກາດນີ້, ທ່ານ ເຈິ່ນ ຕວັກ ແອັງ ກໍໄດ້ກ່າວວ່າ: ພວກເຮົາມີຄວາມດີໃຈທີ່ເຫັນວ່າຕົວເລກມູນຄ່າການຄ້າຂອງທັງສອງປະເທດຂະຫຍາຍຕົວຕໍ່ເນື່ອງໃນລະຫວ່າງປີ 2017 – 2018 ເຊິ່ງເກີນກວ່າຕົວເລກຄາດໝາຍຂອງການນຳທັງສອງປະເທດກຳນົດໄວ້ ແລະ ຕົວເລກໃນ 7 ເດືອນຕົ້ນປີນີ້ ກໍເຫັນວ່າໄດ້ເພີ່ມຂຶ້ນເກືອບ 13% ເຖິງແມ່ນວ່າເສດຖະກິດໂລກຈະມີຂໍ້ຫຍຸ້ງຍາກກໍຕາມ ພ້ອມທັງໄດ້ຕີລາຄາຄືນການຮ່ວມມືທີ່ຜ່ານມາ ແລະ ຕອບຮັບຄຳສະເໜີຂອງຝ່າຍລາວ ໃນການແກ້ໄຂບັນຫາຄົງຄ້າງ ພ້ອມທັງໄດ້ສະເໜີວິທີການ, ມາດຕະການໃນການແກ້ໄຂບັນຫາຄົງຄ້າງຕ່າງໆທີ່ໄດ້ຍົກຂຶ້ນ ແລະ ຍັງໄດ້ສະເໜີໃຫ້ຝ່າຍລາວ ກໍຄືກະຊວງ ອຄ ສະໜັບສະໜູນ ສສ ຫວຽດນາມ ທີ່ຈະເປັນປະທານອາຊຽນໃນປີ 2020.

( ຂ່າວ: ສັນຕິ, ຮູບ: ສຸກສະຫວັນ )