ປະກາດການແຕ່ງຕັ້ງຫົວໜ້າຄັງເງິນແຫ່ງຊາດແຂວງຫຼວງນໍ້າທາ ຄົນໃໝ່

111

ວັນທີ 16 ສິງຫາ 2019 ແຂວງ ຫຼວງນໍ້າທາ ໄດ້ປະກາດການແຕ່ງຕັ້ງຫົວໜ້າຄັງເງິນແຫ່ງຊາດປະຈໍາແຂວງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງຫຼວງນໍ້າທາ; ທ່ານ ອ່ອນຈັນ     ຄຳພາວົງ ຫົວໜ້າພະແນກການເງິນແຂວງ; ມີຄະນະກຳມະການພັກແຂວງ, ຮອງຫົວໜ້າຄັງເງິນແຫ່ງຊາດ, ຫົວໜ້າກົມຈັດຕັ້ງພະນັກງານ, ຄະນະຈັດຕັ້ງແຂວງ, ຫົວໜ້າ – ຮອງຫົວໜ້າພະແນກການກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ບຸນທະວີ ແກ່ນປະເສີດ ຫົວໜ້າກົມຈັດຕັ້ງພະນັກງານຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານ – ລັດຖະກອນຮັບອຸດໜູນບໍານານ, ລັດຖະມົນຕີກະຊວງການເງິນ ເຫັນດີອະນຸມັດໃຫ້ ທ່ານ ສົມຮັກ ວົງສະຫວັນ ຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງ ພັກການຮັບອຸດໜູນບໍານານ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັງຫົວໜ້າຄັ້ງເງິນແຫ່ງຊາດປະຈຳແຂວງຫຼວງນໍ້າທາ ໂດຍໄດ້ຕົກລົງແຕ່ງຕັ້ງ ທ່ານ ບຸນໂຮມ ແອງດາວັນ ຮອງຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງ ເປັນຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງຜູ້ໃໝ່. ຈາກນັ້ນ, ທ່ານ ສົມຮັກ ວົງສະຫວັນ ແລະ ທ່ານ ບຸນໂຮມ ແອງດາວັນ ໄດ້ຂຶ້ນເຊັນບົດບັນທຶກມອບ – ຮັບໜ້າທີ່ຢ່າງເປັນທາງການຮ່ວມກັນ.

ໂອກາດດັ່ງກ່າວ ທ່ານ ບຸນຍີ່ ແກ້ວຄູນເມືອງ ໄດ້ໃຫ້ກຽດໂອ້ລົມເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຕະຫຼອດໄລຍະຜ່ານມາ ຕໍ່ກັບພະນັກງານບໍານານເຂົ້າຮັບອຸດໜູນ ແລະ ເນັ້ນໜັກໃຫ້ຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງຜູ້ໃໝ່ ຈົ່ງເອົາໃຈໃສ່ຊີ້ນຳ – ນຳພາຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕໍ່ກັບວຽກງານໃຫ້ມີບາດກ້າວຂະຫຍາຍຕົວ, ມີຄວາມໂປ່ງໃສ, ທັນສະໄໝ ແລະ ວ່ອງໄວຂຶ້ນໄປເລື້ອຍໆ.

( ຂ່າວ: ມຸນຕີ )