ອັດຕາເງິນເຟີ້ ປະຈໍາເດືອນກໍລະກົດ ເພີ່ມຂຶ້ນ 3,00%

77

ອັດຕາເງິນເຟີ້ ເດືອນກໍລະກົດ 2019 ຢູ່ທີ່ 3,00 % ເພີ່ມຂຶ້ນຈາກເດືອນມິຖຸນາ 0,79% ປັດໄຈສຳຄັນທີ່ເຮັດໃຫ້ອັດຕາເງິນຟີ້ເພີ່ມຂຶ້ນມາຈາກສິນຄ້າປະເພດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນສະເລ່ຍ 4,33%. ພ້ອມນີ້, ໝວດສິນຄ້າ ແລະ ບໍລິການອື່ນໆກໍເພີ່ມຂຶ້ນເຊັ່ນກັນ, ສ່ວນໝວດຄົມມະນາຄົມ ແລະ ການຂົນສົ່ງຫຼຸດລົງເລັກໜ້ອຍ.

ອີງຕາມບົດລາຍງານຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ດັດຊະນີລາຄາການຊົມໃຊ້ ( ອັດຕາເງິນເຟີ້ ) ປະຈໍາເດືອນກໍລະກົດ 2019 ເພີ່ມຂຶ້ນ 3,00% ເຊິ່ງເປັນການເພີ່ມຂຶ້ນຕໍ່ເນື່ອງນັບແຕ່ເດືອນມີນາເປັນຕົ້ນມາ ປັດໄຈສໍາຄັນທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ເພີ່ມສູງແມ່ນມາຈາກດັດຊະນີປະເພດອາຫານສົດ ປະກອບມີ: ເຂົ້າສານ, ຊີ້ນ, ປາ, ໝາກໄມ້ ແລະ ຜັກສົດ ໂດຍສະເລ່ຍທຽບຕໍ່ປີເພີ່ມຂຶ້ນ 4,64% ໂດຍສະເພາະແມ່ນເຂົ້າທຽບປີຕໍ່ປີສູງເຖິງ 15,42% ຍ້ອນລາຄາເຂົ້າເພີ່ມຂຶ້ນ ເນື່ອງຈາກປະຊາຊົນ, ຊາວນາ ແລະ ພໍ່ຄ້າຊາວຂາຍມີຄວາມກັງວົນຕໍ່ກັບສະພາບດິນຟ້າອາກາດທີ່ບໍ່ໄປຕາມລະດູການ ແລະ ຢູ່ບັນດາປະເທດເພື່ອນບ້ານກໍເກີດວິກິດ. ສະນັ້ນ, ຈຶ່ງສົ່ງຜົນໃຫ້ລາຄາເຂົ້າປັບສູງຂຶ້ນ. ສໍາລັບປະເພດຊີ້ນ ແລະ ປາ ແມ່ນຍັງສາມາດຄວບຄຸມໄດ້ຢູ່ໃນເກນປົກກະຕິ; ສ່ວນໝວດສິນຄ້າທີ່ມີການເໜັງຕີງເພີ່ມຂຶ້ນໄດ້ແກ່: ໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ, ໝວດເຫຼົ້າ ແລະ ຢາສູບ, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ, ໝວດບັນເທີງ ແລະ ການພັກຜ່ອນ, ໝວດໂຮງແຮມ ແລະ ຮ້ານອາຫານ, ໝວດສິນຄ້າ ແລະ ບໍລິການອື່ນໆ.

ອັດຕາເງິນເຟີ້ເພີ່ມຂຶ້ນ 3,00% ຍ້ອນການເໜັງຕີງຂອງໝວດສິນຄ້າຕົ້ນຕໍລຸ່ມນີ້: ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 4,33%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 3,40%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 2,13%; ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 0,97%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 1,83%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 1,62%; ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 1,70%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 1,37%; ໝວດບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 2,42%; ໝວດການສຶກສາ ເພີ່ມຂຶ້ນ 0,53%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 2,34%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 2,20%.

ສ່ວນດັດຊະນີລາຄາຜູ້ບໍລິໂພກປະຈຳເດືອນກໍລະກົດ 2019 ທຽບກັບເດືອນມິຖຸນາ 2019 ເພີ່ມຂຶ້ນ 0,79%  ຍ້ອນລາຄາສິນຄ້າ ແລະ ບໍລິການເໜັງຕີງດັ່ງນີ້: ໃນນີ້, ໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 1,51%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 0,12%; ໝວດທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 0,13%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,17%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 0,23%; ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 0,18%; ໝວດການບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 0,56%; ໝວດການສຶກສາ ເພີ່ມຂຶ້ນ 0,14%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0,52%.

[ ຂ່າວ: ສົມສະຫວິນ ]