ເຊກອງລົງກວດຮ້ານອາຫານສົດ, ເຄື່ອງສຳເລັດຮູບ ຫາກເຮັດຜິດຊໍາເຮື້ອຈະສັ່ງປິດກິດຈະການ

142

ແນໃສ່ປົກປ້ອງຜູ້ຊົມໃຊ້ບໍ່ໃຫ້ຖືກເອົາລັດເອົາປຽບຈາກພໍ່ຄ້າແມ່ຄ້າຫົວໃສຈຳນວນໜຶ່ງ ແລະ ເຮັດໃຫ້ພໍ່ຄ້າຊາວຂາຍດຳເນີນກິດຈະການຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ໃນວັນທີ 19 ສິງຫານີ້ ຄະນະກໍາມະການຄຸ້ມຄອງອາຫານ ແລະ ຢາແຂວງເຊກອງ ຮ່ວມກັບຂະແໜງການກ່ຽວຂ້ອງຂອງເມືອງລະມາມ ເຊິ່ງນໍາໂດຍທ່ານ ສີກອນ ພົມມະໄລລຸນ ຮອງຫົວໜ້າຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກແຂວງໄດ້ເຄື່ອນໄຫວກວດກາອາຫານສົດ ແລະ ອາຫານສໍາເລັດຮູບ ຕາມຮ້ານຄ້າຕ່າງໆພາຍໃນເທສະບານແຂວງເຊກອງ ໂດຍການເຄື່ອນໄຫວກວດກາແມ່ນຈະໄດ້ເນີນເປັນເວລາ 5 ວັນ ນັບແຕ່ວັນທີ 19-23 ສິງຫາ 2019 ຈຶ່ງຈະສໍາເລັດ.

 

 

ເຊິ່ງການລົງກວດກາໃນຄັ້ງນີ້ ໄດ້ແບ່ງເປັນ 3 ຈຸ ແຕ່ລະຈຸ ມີ 6 ຄົນ ໂດຍມີເປົ້າໝາຍແມ່ນກວດກາຮ້ານອາຫານສົດ, ຮ້ານອາຫານສໍາເລັດຮູບ, ໂຮງງານນໍ້າດື່ມ 5 ແຫ່ງ, ໂຮງງານນໍ້າຕານ 1 ແຫ່ງ, ໂຮງງານນໍ້າກ້ອນ 1 ແຫ່ງ, ໂຮງງານເຂົ້າຈີ່ 4 ແຫ່ງ, ໂຮງງານເຂົ້າປຸ້ນ 5 ແຫ່ງ, ຮ້ານຂາຍເຄື່ອງສໍາອາງ ແລະ ຮ້ານຂາຍເຄື່ອງຍ່ອຍທົ່ວໄປ.

 

 

ການລົງກວດກາໃນຄັ້ງນີ້ແມ່ນເບິ່ງວັນໝົດອາຍຸຂອງເຄື່ອງສໍາອາງ, ເຂົ້າໜົມ ແລະ ເຄື່ອງບໍລິໂພກສຳເລັດຮູບ ຫາກພົບເຫັນ ກໍຈະໄດ້ທໍາລາຍກັບທີ່ເລີຍ ພ້ອມທັງເຮັດບົດບັນທຶກກ່າວເຕືອນ ແລະ ປັບໃໝຮ້ານດັ່ງກ່າວຕາມລະບຽບການ.

 

 

ສຳລັບມາດຕະການໃນການຈັດຕັ້ງປະຕິບັດຄື: ຮ້ານທີ່ກະທໍາຜິດຕໍ່ລະບຽບຄັ້ງທີໜຶ່ງ ຖືກຕັກເຕືອນ, ຢຶດເຄື່ອງ, ຄັ້ງທີສອງ ຖືກຕັກເຕືອນ, ຢຶດເຄື່ອງ ແລະ ປັບໃໝ. ສ່ວນຄັ້ງທີສາມ ຖືກສັ່ງປິດກິດຈະການ.

 

 

 

ຂໍ້ມູນ: ຂ່າວເຊກອງ