ຫວຽດນາມເລັ່ງແປຮູບລັດວິສາຫະກິດຂາຍຮຸ້ນໃຫ້ເອກະຊົນ

89

ລັດຖະບານຫວຽດນາມຈະເລັ່ງໂຄງການແປຮູບລັດວິສາຫະກິດເປັນຂອງເອກະຊົນດ້ວຍການຂາຍຮຸ້ນທີ່ມີຢູ່ໃນລັດວິສາຫະກິດທັງ93ແຫ່ງພາຍໃນປີໜ້າ.

ສໍານັກຂ່າວຕ່າງປະເທດລາຍງານວ່າ:ໃນໄລຍະປີມານີ້,ລັດຖະບານຫວຽດນາມໄດ້ຂາຍຮຸ້ນທີ່ຖືຢູ່ໃນລັດວິສາຫະກິດເພື່ອເຮັດໃຫ້ມີການບໍລິຫານວຽກໄດ້ດີຂຶ້ນ ແລະ ເພື່ອຫາເງິນເຂົ້າລັດເພີ່ມຂຶ້ນ,ແຕ່ການຈັດຕັ້ງປະຕິບັດຫຼ້າຊ້າກວ່າທີ່ກໍານົດໄວ້.

ລາຍງານຂ່າວໃຫ້ຮູ້ວ່າ:ລັດຖະບານຫວຽດນາມຈະຂາຍຮຸ້ນສູງສຸດ35%ໃນທະນາຄານຫວຽດນາມເພື່ອກະສິກໍາ ແລະ ການພັດທະນາຊົນນະບົດຫຼືອາກຣິ ແບງ ເປັນທະນາຄານທີ່ຊັບສິນຫຼາຍທີ່ສຸດໃນປະເທດເກືອບ56.000ລ້ານໂດລາສະຫະລັດໂດຍຈະຂາຍຮຸ້ນສູງສຸດ35%ໃນບໍລິສັດອຸດສາຫະກໍາຖ່ານຫີນ,ບໍ່ແຮ່ແຫ່ງຊາດຫວຽດນາມເຊິ່ງເປັນບໍລິສັດບໍ່ຖ່ານຫີນໃຫຍ່ທີ່ສຸດຂອງປະເທດ ແລະ ບໍລິສັດນອດເທິນຟູດຫວຽດນາມ.

ຂະນະທີ່ຈະຂາຍຮຸ້ນສູງສຸດ50%ໃນບໍລິສັດໂມບິໂຟນ ຜູ້ໃຫ້ບໍລິການໂທລະສັບເຄື່ອນທີ່,ກຸ່ມບໍລິສັດໄປຊະນີ ແລະ ໂທລະຄົມມະນາຄົມຫວຽດນາມ ແລະ ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ ແລະ ຈະຂາຍຮຸ້ນສູງສຸດ100%ໃນບໍລິສັດເຈ້ຍຫວຽດນາມ ແລະ ບໍລິສັດຜະລິດໄຟຟ້າສອງແຫ່ງໃນເຄືອກຸ່ມບໍລິສັດໄຟຟ້າຫວຽດນາມ.