ຫົວພັນ – ຫຼວງພະບາງ ອາດໃຊ້ງົບຟື້ນຟູພື້ນຖານໂຄງລ່າງສູງເຖິງ 60 ຕື້ກວ່າກີບ

151

ຜົນຂອງພາຍຸວິພາທີ່ພັດຜ່ານເຂົ້າເຂດພາກເໜືອຂອງລາວລະຫວ່າງວັນທີ 1 – 4 ສິງຫາ 2019 ຜ່ານມາ ໄດ້ສ້າງຄວາມເສຍຫາຍພໍສົມຄວນ ຫຼາຍກວ່າໝູ່ແມ່ນເມືອງນານ ແຂວງຫຼວງພະບາງ; ເມືອງວຽງໄຊ, ເມືອງຊໍາໃຕ້, ເມືອງຊໍາເໜືອ ແລະ ເມືອງຫົວເມືອງ ແຂວງຫົວພັນ. ນອກຈາກນັ້ນ, ກໍມີບາງເມືອງຂອງແຂວງຊຽງຂວາງ ເຊິ່ງອາດຕ້ອງໃຊ້ງົບປະມານໃນການຟື້ນຟູເຂດທີ່ເສຍຫາຍສູງເຖິງ 60 ຕື້ກີບ.

ທ່ານ ຮຸ່ງອາລຸນ ບຸນທະເມືອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແຂວງຫົວພັນ ໃຫ້ສຳພາດວັນທີ 15 ສິງຫາຜ່ານມາ ວ່າ: ແຂວງຫົວພັນ ກຳລັງເລັ່ງຕິດຕາມຄວາມເສຍຫາຍ ແລະ ຟື້ນຟູພາກສະໜາມຕາມເມືອງຕ່າງໆທີ່ໄດ້ຮັບຜົນກະທົບ ເຊັ່ນ: ເມືອງວຽງໄຊ, ເມືອງຊໍາໃຕ້, ເມືອງຊໍາເໜືອ ແລະ ເມືອງຫົວເມືອງ ການຊ່ວຍເຫຼືອຂອງແຂວງເບື້ອງຕົ້ນແມ່ນໄດ້ຮ່ວມກັບອຳນາດການປົກຄອງເມືອງໃນການສ້ອມແປງເສັ້ນທາງ, ຂົວໜາດນ້ອຍທີ່ເປ່ເພ ໂດຍການສົມທົບທຶນທ້ອງຖິ່ນ ສ່ວນບັນດາຂົວຂະໜາດໃຫຍ່ ແລະ ເສັ້ນທາງຕ່າງໆກໍໄດ້ສ້ອມແປງສຸກເສີນໃຫ້ສາມາດໄປ – ມາຫາໄດ້ແລ້ວປະມານ 80%.

ເຖິງແນວໃດກໍຕາມ, ຈາກການສຳຫຼວດເບື້ອງຕົ້ນຂະແໜງ ຍທຂ ເສັ້ນທາງໄດ້ຮັບຄວາມເສຍຫາຍ 66 ເສັ້ນຍາວ 2.055 ກິໂລແມັດ ລວມມີທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ມູນຄ່າເສຍຫາຍ 39 ຕື້ກວ່າກີບ ເຊິ່ງປັດຈຸບັນມີງົບແລ້ວ 3 ຕື້ກວ່າກີບ ແລະ ຕ້ອງການງົບປະມານເພີ່ມອີກ 30 ກວ່າຕື້ກີບ ການຟື້ນຟູຈຶ່ງຈະສຳເລັດ.

ທ່ານ ສີວອນ ວົງຄຳຈັນ ເຈົ້າເມືອງນານ ກ່າວເຖິງຜົນເສຍຫາຍຄັ້ງນີ້ ວ່າ: ມີຄອບຄົວທີ່ຖືກຜົນກະທົບທັງໝົດຈໍານວນ 358 ຄອບຄົວ ມີຈໍານວນພົນ 1.522 ຄົນ ຍິງ 885 ຄົນ. ໃນນັ້ນ, ໜັກກວ່າໝູ່ແມ່ນບ້ານສີບຸນເຮືອງ ມີ 157 ຄອບຄົວ ມີຈໍານວນພົນ 842 ຄົນ ຍິງ 455 ຄົນ ປັດຈຸບັນຜູ້ທີ່ໄດ້ຮັບຜົນກະທົບທັງໝົດແມ່ນໄດ້ຮັບການຊ່ວຍເຫຼືອແລ້ວໃນເບື້ອງຕົ້ນ ແລະ ໄດ້ມີການປຸກລະດົມອ້າຍນ້ອງທະຫານ, ໜ່ວຍກູ້ໄພ ແລະ ປະຊາຊົນພາຍໃນແຂວງຫຼວງພະບາງ ເຂົ້າມາຊ່ວຍອະນາໄມເຮືອນ, ຖະໜົນ ແລະ ເກັບກວດສິ່ງເສດເຫຼືອຕ່າງໆສາມາດເຂົ້າໄປອາໄສຢູ່ໃນເຮືອນຂອງຕົນເອງແລ້ວເປັນປົກກະຕິ.

ຈາກຜົນຂອງນ້ຳນານທີ່ໄຫຼຊຸແຮງກະທັນຫັນ ນອກຈາກສ້າງຄວາມເສຍຫາຍໃຫ້ບ້ານເຮືອນຂອງປະຊາຊົນແລ້ວ ກໍຍັງມີພື້ນຖານໂຄງລ່າງໄຟຟ້າ, ນ້ຳປະປາ, ຖະໜົນຫົນທາງຕົວເລກ ຄວາມເສຍຫາຍຈະຢູ່ທີ່ປະມານ 12 ຕື້ ກວ່າກີບ. ເພື່ອການແກ້ໄຂໄລຍະຍາວ ແລະ ສ້າງຄວາມໝັ້ນໃຈໃຫ້ກັບຊາວເມືອງນານ ມີຄວາມຈຳເປັນຕ້ອງໄດ້ ອວ່າຍແລວນ້ຳນານຕັດຊື່ໃຫ້ນ້ຳສາມາດໄຫຼໄດ້ຢ່າງສະດວກ ຈາກເດີມທີ່ຍັງມີລັກສະນະຄົດລ້ຽວ, ຍົກສູງລະດັບຂອງທໍ່ນ້ຳ ແລະ ຈຸດທີ່ຍັງຕ່ຳ ຄາດວ່າຈະມີ ຄວາມຕ້ອງການງົບປະມານສູງເຖິງ 22 ຕື້ກວ່າກີບ ຫຼາຍກວ່າຄວາມເສຍຫາຍເທົ່າຕົວ. ທັງນີ້, ກໍຍັງລໍຖ້າຂັ້ນເທິງພິຈາລະນາ ທ່ານເຈົ້າເມືອງນານກ່າວ.

ພາຍຸວິພາທີ່ພັດຜ່ານເຂົ້າມາ ສປປ ລາວ ໃນປີນີ້ເຮັດໃຫ້ເສຍຫາຍໜັກກວ່າໝູ່ແມ່ນແຂວງຫົວພັນ ແລະ ເມືອງນານ ແຂວງຫຼວງພະບາງ, ສ່ວນແຂວງຊຽງ ຂວາງ ແລະ ແຂວງໄຊສົມບູນ ເສຍຫາຍເລັກໜ້ອຍສາມາດແກ້ໄຂໄດ້ແລ້ວ. ສຳລັບເມືອງທີ່ເສຍຫາຍໜັກລັດຖະບານໄດ້ເຂົ້າໄປຊ່ວຍເຫຼືອແລ້ວໃນເບື້ອງຕົ້ນ ເຊັ່ນ: ນຳເອົາເຂົ້າ, ນ້ຳ, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດໄປມອບໃຫ້.

ຫາກທ່ານໃດຕ້ອງການຊ່ວຍເຫຼືອກໍສາມາດເຂົ້າໄປຕິດຕໍ່ພົວພັນກັບພະແນກ ຫຼື ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ທຸກເວລາ.

( ຂ່າວ: ສຸລິນ, ຮູບ: ຍທຂ ແຂວງຫົວພັນ )