ຮ້ານຄໍາ ສີດາ ລາດຊະວົງ ເຈົ້າດຽວທີ່ແຈ້ງລາຄາຂາຍ – ຊື້ ພ້ອມໃຫ້ລາຄາສູງສໍາລັບຜູ້ມາຂາຍ

446

ລາຄາຄໍາໄດ້ປັບສູງຂຶ້ນ ເນື່ອງຈາກໄດ້ຮັບຜົນກະທົບຈາກຕະຫຼາດສາກົນ, ສ່ວນຕະຫຼາດພາຍໃນປະເທດ ລາຄາຄໍາໄດ້ປັບຂຶ້ນຫຼາຍໃນຮອບ 10 ປີ ແລະ ພົບວ່າແຮງເທຂາຍຄໍາຮູບປະພັນເພີ່ມສູງຂຶ້ນ. ຂະນະທີ່ ຮ້ານຄໍາ ສີດາ ລາດຊະວົງ ຖືເປັນເຈົ້າທຳອິດ ແລະ ເຈົ້າດຽວທີ່ເປີດໃຈແຈ້ງລາຄາຂາຍ ແລະ ລາຄາຊື້ ແລະ ມີລາຄາກາງທີ່ຕົນເອງສາມາດຄຸມໄດ້ ເພື່ອສ້າງຄວາມສໍາພັນລະຫວ່າງຜູ້ຂາຍ ແລະ ຜູ້ຊື້.

ທ່ານ ນາງ ວຽງສອນ ທິບຸນມາ ເຈົ້າຂອງຮ້ານຄຳ ສີດາ ລາດຊະວົງ ໄດ້ກ່າວວ່າ: ໃນໄລຍະທີ່ຄໍາຢູ່ໃນໄລຍະຂາຂຶ້ນ ຈໍານວນປະຊາຊົນໄດ້ເທແຮງຂາຍເປັນຈໍານວນຫຼາຍ ເຊິ່ງຮ້ານຄໍາ ສີດາ ລາດຊະວົງ ໄດ້ເລັງເຫັນວ່າໂດຍສະເພາະລູກຄ້າທີ່ມີຄໍາສະສົມມາເປັນເວລາດົນນານ ສາມາດນໍາເອົາອອກມາຈໍາໜ່າຍໄດ້ເລີຍ, ຄືເຮົາຮູ້ແລ້ວວ່າສະພາບເສດຖະກິດພາຍໃນປະເທດເຮົາຈະເປັນໄລຍະຂາລົງ, ສວານທາງກັບລາຄາຄໍາທີ່ປັບຂຶ້ນ ດ້ວຍເຫດຜົນນີ້ ຮ້ານຄໍາ ສີດາ ລາດຊະວົງ ມີຄວາມຍິນດີຊື້ຄໍາຈາກປະຊາຊົນໃນທຸກຮູບແບບ ເພື່ອແກ້ໄຂໃນລະຍະທີ່ເສດຖະກິດຊະລໍຕົວ. ສະນັ້ນ, ຜູ້ທີ່ມີຄໍາກໍສາມາດນໍາເອົາຄໍາອອກມາຂາຍໃຫ້ຮ້ານເຮົາໄດ້.

ในภาพอาจจะมี 1 คน, กำลังยืน, แว่นกันแดด และสถานที่ในร่ม

ທ່ານກ່າວຕື່ມວ່າ: ລັກສະນະການຊື້ຄໍາຂອງປະຊາຊົນໃນປະເທດເຮົາ ໄດ້ມີການປັບຕົວຕາມຍຸກໂລກາພິວັດ ເພາະສະນັ້ນການຊື້ຄໍາບໍ່ໝາຍວ່າຈະຂາດທຶນແຕ່ຍັງມີກໍາໄລ. ສະນັ້ນ, ໃນໄລຍະທີ່ລາຄາຄໍາປັບຂຶ້ນປະຊາຊົນກໍນໍາຄໍາມາຂາຍເປັນຈໍານວນຫຼາຍ, ໃນສ່ວນທີ່ປະຊາຊົນນໍາຄໍາເຂົ້າມາຂາຍພວກເຮົາສາມາດຮັບຊື້ໃນລາຄາທີ່ສູງ ເຊິ່ງສ່ວນໃຫຍ່ແມ່ນໄດ້ຮັບຄວາມພໍໃຈຈາກຜູ້ມາຂາຍ ເພາະພວກເຮົາກໍໄດ້ອີງຕາມລາຄາຂາຍໃນທ້ອງຕະຫຼາດຕົວຈິງ, ມີຄວາມຈິງໃຈຕໍ່ລູກຄ້າ ແລະ ຮ້ານພວກເຮົາເປັນຮ້ານດຽວທີ່ສາມາດເປີດເຜີຍລາຄາຂາຍ ແລະ ຊື້ໃຫ້ລູກຄ້າຮັບຊາບ.

ในภาพอาจจะมี 5 คน, ผู้คนกำลังนั่ง, อาหาร และสถานที่ในร่ม

ສ່ວນການຊື້ຄໍາຄືນຈາກພໍ່ແມ່ປະຊາຊົນ ຮ້ານເຮົາໄດ້ມີເຄື່ອງກວດສອບທີ່ທັນສະໄໝ, ມີມາດຕະຖານສາກົນ, ສາມາດກວດຄຸນນະພາບຄໍາຂອງທ່ານ, ນໍ້າໜັກ  ແລະ ຮູບປະພັນ ໂດຍພວກເຮົາຈະຕີໄປຕາມຄວາມເປັນຈິງ ເພາະສະນັ້ນລູກຄ້າທີ່ໄດ້ລາຄາໄປຈະເປັນລາຄາທີ່ເໝາະສົມ ແລະ ສູງ ເປັນທີ່ເພິ່ງພໍໃຈຂອງພໍ່ແມ່ປະຊາຊົນ.

ທ່ານ ນາງ ວຽງສອນ ຍັງເປີດເຜີຍວ່າ: ສ່ວນການຂະຫຍາຍສາຂາ ເຊິ່ງທາງ ຮ້ານຄໍາ ສີດາ ລາດຊະວົງ ໄດ້ວາງແຜນໃນການຂະຫຍາຍສາຂາ ໂດຍໄດ້ຊື້ຮ້ານໄວ້ແລ້ວໃນຈຸດທີ່ເປັນສູນກາງໃນການຊື້ – ຂາຍ, ແຕ່ດ້ວຍສະພາບເສດຖະກິດທີ່ຂະຫຍາຍຕົວຊ້າ. ສະນັ້ນ, ສໍາລັບໂຄງການຂະຫຍາຍສາຂາ ພວກເຮົາຕ້ອງໄດ້ຊະລໍຕົວໄວ້ກ່ອນ, ຕ້ອງໄດ້ເບິ່ງຈັງຫວະກ່ອນວ່າຈະເອົາເວລາໃດ ເຊິ່ງຕ້ອງກໍານົດເປັນແຜນໄລຍະທີສອງ.

ในภาพอาจจะมี สถานที่ในร่ม

ທ່ານກ່າວວ່າ: ສໍາລັບໄລຍະນີ້ເປັນໂອກາດດີສໍາລັບຜູ້ມີຄໍາທີ່ສະສົມໄວ້ແລ້ວ ເພາະສະນັ້ນການຊື້ – ຂາຍໃນປັດຈຸບັນຈະເປັນແຮງເທຂາຍຂອງປະຊາຊົນຫຼາຍກວ່າແຮງຊື້ ໂດຍປຽບທຽບແຮງຊື້ຈະຫຼຸດລົງ 3 ເທົ່າ, ສ່ວນແຮງຂາຍອອກຂອງປະຊາຊົນກໍເຫັນວ່າເປັນຈໍານວນຫຼາຍ ເຊິ່ງທາງ ຮ້ານຄໍາ ສີດາ ລາດຊະວົງ ຂອງພວກເຮົາມີຄວາມພ້ອມເຕັມທີ່ ໂດຍສະເພາະແມ່ນກໍາລັງຊັບ, ສ່ວນຫຼາຍລູກຄ້າທີ່ນໍາຄໍາເຂົ້າມາຂາຍຈະເປັນຄໍາມູນທີ່ສະສົມມາດົນແລ້ວເພື່ອແກ້ໄຂສະພາບເສດຖະກິດຄອບຄົວ, ຂາຍຄໍາເພື່ອນໍາໄປໝູນເຂົ້າໃນການຜະລິດ ແລະ ການເຮັດຄ້າຂາຍ.

ທ່ານ ນາງ ວຽງສອນ ທິບຸນມາ ຍັງໃຫ້ທັດສະນະວ່າ: ຈາກປະສົບການຂອງຄົນທີ່ຢູ່ກັບທຸລະກິດນີ້ມາຫຼາຍ 10 ປີ ພົບວ່າລາຄາຄໍາບໍ່ມີການເໜັງຕີງແຮງຄືລັກສະນະນີ້ມາຫຼາຍປີ, ອາດຈະເວົ້າໄດ້ວ່າໃນຮອບ 10 ປີກໍວ່າໄດ້ ເຊິ່ງມີຜົນກະທົບມາຈາກລາຄາໃນຕະຫຼາດໂລກ, ບັນຫາຂໍ້ຂັດແຍ່ງຂອງປະເທດມະຫາອໍານາດ ເຊິ່ງຄໍາເປັນສິນຊັບທີ່ປອດໄພເຮັດໃຫ້ຜູ້ຄົນຢາກຖືຄອງຄໍາໄວ້, ເຮັດໃຫ້ຄວາມຕ້ອງການສູງ ແລະ ສົ່ງຜົນໃຫ້ລາຄາມີທ່າອ່ຽງສູງຂຶ້ນ.

ในภาพอาจจะมี อาหาร

ຮ້ານຄໍາ ສີດາ ລາດຊະວົງ ເປັນຮ້ານດຽວທີ່ສາມາດບອກລູກຄ້າໃນໜ້າເພຈ໌ ເຖິງລາຄາຂາຍອອກ ແລະ ລາຄາຊື້ເຂົ້າ ແລະ ຮ້ານເຮົາບໍ່ໄດ້ອີງໃສ່ຕະຫຼາດໂລກ 100% ເພາະເຮົາກໍຮູ້ແລ້ວວ່າຕະຫຼາດໂລກມີການຜັນຜວນ, ແຕ່ເຮົາກໍສາມາດກໍານົດໄດ້ວ່າລາຄາຮ້ານເຮົາກໍານົດສໍ່າໃດ ລູກຄ້າກໍສາມາດຊື້ໄດ້ ແລະ ຂາຍໄດ້ໃນລາຄາທີ່ເໝາະສົມ, ເວົ້າລວມແມ່ນຖືກໃຈລູກຄ້າ ເຊິ່ງຈຸດນີ້ເຮົາຄໍານຶງເຖິງຈິດໃຈຜູ້ມາຊື້ຄໍາກໍຢາກໄດ້ຄໍາງາມ, ຄຸນນະພາບສູງ, ລາຄາສົມເຫດສົມຜົນບໍ່ສູງເກີນໄປ, ແຕ່ເມື່ອເວລາມີ ຄວາມຕ້ອງການໃຊ້ເງິນກັບມາຂາຍໃນຮ້ານເຮົາເຫັນວ່າລາຄາຂາຍຄືນກໍເໝາະສົມ, ລູກຄ້າມີຄວາມຍິນດີ ໝາຍຄວາມວ່າຮ້ານເຮົາສາມາດດຶງລາຄາກາງທີ່ມັນຕອບໂຈດ ແລະ ຖືກໃຈຜູ້ຊື້, ໃນສ່ວນຂອງຄຸນນະພາບຄໍາຂອງຮ້ານເຮົາກໍໄດ້ມາດຖານທຽບເທົ່າຕະຫຼາດສາກົນ ເນື່ອງຈາກ ຮ້ານຄໍາ ສີດາ ລາດຊະວົງ ມີແຫຼ່ງຜະລິດຄໍາຂອງຕົນເອງໄດ້ຄຸນນະພາບສູງ ເພາະສະນັ້ນລາຄາສາມາດຄວບຄຸມເອງໄດ້ ບົນພື້ນຖານທີ່ຮ້ານ ແລະ ລູກຄ້າສາມາດສໍາຜັດກັນໄດ້.

ไม่มีคำอธิบายรูปภาพ

ຢ່າງໃດກໍຕາມ, ໃນໄລຍະຜ່ານມາຜູ້ທີ່ຕິດຕາມທາງເພຈ໌ ຮ້ານຄໍາ ສີດາ ລາດຊະວົງ ໄດ້ມີຄໍາເຫັນແລກປ່ຽນຂອງອັດຕາຊື້ – ຂາຍຄໍາ ຮ້ານຄຳ       ສີດາ ລາດຊະວົງ ກັບຮ້ານອື່ນລາຄາຄືບໍ່ຄືກັນ ເຊິ່ງໃນສ່ວນນີ້ຂ້າພະເຈົ້າສາມາດຮັບຮອງເລີຍວ່າຮ້ານພວກເຮົາເປັນຈຸດຢືນຂອງຕົນເອງ, ເຮົາມີຜະລິດຕະພັນ ແລະ ສິນຄ້າທີ່ເຮົາສາມາດຜະລິດເອງໄດ້ ກໍຈະເຮັດໃຫ້ອົງປະກອບລາຄາຄໍາໃນຮ້ານເຮົາສາມາດກໍານົດເອງໄດ້ຕາມກົນໄກຕະຫຼາດທີ່ບໍ່ສູງ ແລະ ບໍ່ຕໍ່າເກີນໄປ.

ในภาพอาจจะมี 2 คน, ผู้คนกำลังยืน และสถานที่ในร่ม

ສ່ວນກິດຈະກໍາສົ່ງເສີມການຂາຍໃນໄລຍະອອກພັນສາທາງ ຮ້ານຄໍາ  ສີດາ ລາດຊະວົງ ກໍວາງແຜນໄດ້ໃນລະດັບໜຶ່ງ ເພາະຂ້າພະເຈົ້າເປັນຄົນທີ່ມັກຄົ້ນຄິດແນວຄວາມຄິດໃໝ່ໆໃຫ້ລູກຄ້າມີຄວາມຕື່ນເຕັ້ນຕໍ່ກິດຈະກໍາໃໝ່ໆ ເພື່ອໃຫ້ລົງຕົວກັບສະພາບເສດຖະກິດໃນປັດຈຸບັນ, ທາງຮ້ານສາມາດຄືນກໍາໄລໃຫ້ລູກຄ້າໄດ້, ສ່ວນລູກຄ້າກໍເພິ່ງພໍໃຈໃນສິ່ງທີ່ຮ້ານພວກເຮົາມອບໃຫ້, ແຕ່ທີ່ແນ່ນອນແມ່ນລວດລາຍໃໝ່ໆອອກມາ ເຊິ່ງຈະມີທັງແບບເປັນຊຸດຂະໜາດຕ່າງໆ ແລະ ແບບລາຍລາວປະສົມລາຍສາກົນທີ່ຮັບຮອງວ່າລູກຄ້າທີ່ຊື້ໄປແລ້ວບໍ່ຜິດຫວັງ, ລາຄາຈັບຕ້ອງໄດ້ ເພາະເຮົາເລັງເຫັນວ່າໃນສະພາບເສດຖະກິດຢູ່ໃນໄລຍະຊະລໍຕົວ ຮ້ານຄໍາ ສີດາ ລາດຊະວົງ ກໍຕ້ອງໄດ້ມີການພັດທະນາລວດລາຍໃໝ່ໆຂອງຕົນ, ຍົກລະດັບການບໍລິການໃຫ້ມີຄວາມຫຼາກຫຼາຍ ແລະ ສາມາດຕອບໂຈດຄວາມຕ້ອງການຂອງຕະຫຼາດໄດ້.

ในภาพอาจจะมี 4 คน, ผู้คนกำลังนั่ง, ผู้คนกำลังยืน, อาหาร และสถานที่ในร่ม

ສົມທຽບຄວາມແຕກຕ່າງ 6 ເດືອນຕົ້ນປີນີ້ ແລະ ໃນປີຜ່ານມາ ເຊິ່ງແຕ່ລະຄັ້ງຈະໄດ້ຮັບຜົນກະທົບຈາກສະພາບເສດຖະກິດ, ປີນີ້ການຊື້ຈະງຽບເຫງົາຖ້າສົມທຽບໃສ່ 6 ເດືອນຕົ້ນປີຜ່ານມາເຖິງ 2 ເທົ່າ, ແຕ່ຮ້ານຄໍາ ສີດາ ລາດຊະວົງ ທີ່ຍັງສາມາດໃຫ້ບໍລິການລູກຄ້າແບບສະເໝີຕົ້ນສະເໝີປາຍ ຍ້ອນມີຄວາມຊັດເຈນໃນຕົວເອງ, ເຮົາຢາກໃຫ້ຫຍັງລູກຄ້າ ແລະ ລູກຄ້າໄດ້ຫຍັງຈາກເຮົາ ເຊິ່ງມີຄວາມບໍລິສຸດໃຈຕໍ່ລູກຄ້າທຸກທ່ານທີ່ເຂົ້າມາໃຊ້ບໍລິການ.

ຮ້ານຄໍາ ສີດາ ລາດຊະວົງ ເປີດໃຫ້ບໍລິການລູກຄ້າທຸກວັນ, ລູກຄ້າມີ ຄວາມສົນໃຈສາມາດສອບຖາມໄດ້ທີ່ເພຈ໌ ຮ້ານຄໍາ ສີດາ ລາດຊະວົງ ຫຼື ເຂົ້າມາຢ້ຽມຊົມໄດ້ຢູ່ຕະຫຼາດເຊົ້າຊ໊ອບປິ້ງມໍ 1 ຊັ້ນ 2 ຂ້າງລິບເບື້ອງຂວາມື ຫຼື ສອບຖາມຂໍ້ມູນໄດ້ທີ່ເບີ 021 285044.

ในภาพอาจจะมี ข้อความ