ປະຊາຊົນຕື່ນຕົກໃຈ ຊ້າງເປັນ 10 ໂຕເຂົ້າບຸກລຸກເຂດການຜະລິດ

49

ສົມວ່າລາວລ້ານຊ້າງ ຊ້າງປ່າບ້ານເຮົາຍັງມີຫຼາຍເມື່ອພື້ນທີ່ຊອກຢູ່ຫາກິນແຄບລົງ ແລະການທຳມາຫາກິນເຮັດໄຮ່ເຮັດສວນມີການບຸກລຸກໃກ້ບ່ອນພັກພາອາໄສ ຊ້າງກໍ່ອອກລ່າຫາກິນຫຍ້າໃນສວນສາລີ ໄຮ່ເຂົ້າຂອງປະຊາຊົນ.

ຕາມແຫຼ່ງຂ່າວຈາກທ້ອງຖິ່ນໃຫ້ຮູ້ວ່າ: ໃນວັນທີ 15-16 /8/2019 ຝູງຊ້າງປ່່າ ຈຳນວນ 10 ກວ່າໂຕ ໄດ້ເຂົ້າມາທຳລາຍໄຮ່ ສວນ ຂອງປະຊາຊົນ ບ້ານຫາດນິກ ເມືອງຫລາ ແຂວງ ອຸດົມໄຊ ໄດ້ຮັບຄວາມເສຍຫາຍຫລາຍສົມຄວນ. ໂດຍຊ້າງໄດ້ກິນເຂົ້າໄຮ່ ແລະ ມ້າງເພຕູບຖຽງໄຮ່ຂອງປະຊາຊົນ.

 


ຝຸງຊ້າງທີ່ເຂົ້າທຳລາຍຜົນລະປູກຂອງປະຊາຊົນນັ້ນປະຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນໄດ້ໄລ່ໃຫ້ກັບເຂົ້າປ່າ ບ່ອນທີ່ເຄີຍຢູ່ອາໄສແລ້ວ.