ທາງການແລ້ວ! ນະຄອນຫຼວງ ມອບ-ຮັບໜ້າທີ່ຫົວໜ້າພະແນກຖະແຫຼງຂ່າວ

93

ໃນວັນທີ 14 ສິງຫາ ຜ່ານມາ ຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ. ນວ) ໄດ້ມີການມອບ-ຮັບ ຫົວໜ້າພະແນກລະຫວ່າງ ທ່ານ ຄຳປະດິດ ເຂັມມານິດ (ຜູ້ເກົ່າ) ແລະ ທ່ານ ນາງ ວິໄລວອນ ຈັນທະລາຕີ (ຜູ້ໃໝ່) ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

 

 

ໃນພິທີທ່ານ ຄຳປະດິດ ເຂັມມານິດ ກໍ່ໄດ້ກ່າວເຖິງຜົນງານທີ່ໄດ້ປະຕິບັດມາ ຕະຫຼອດໄລຍະເວລາທີ່ຢູ່ໃນຂະແໜງການນີ້ ໂດຍປະກອບມີ 3 ໜ້າວຽກ ເປັນຕົ້ນ ວຽກງານຖະແຫຼງຂ່າວ ວຽກງານວັດທະນະທຳ ແລະ ວຽກງານທ່ອງທ່ຽວ ຮ່ວມກັບຄະນະພັກ ຄະນະນຳພະແນກ ກໍຄືຂະແໜງການ ແລະ ກອງວິຊາການ ໃນການຈັດຕັ້ງປະຕິບັດວຽກງານ ເຊິ່ງຍາດແຍ່ງຜົນງານມາໄດ້ຫຼາຍດ້ານ ໂດຍສະເພາະວຽກງານຖະແຫຼງຂ່າວທີ່ເຮັດໜ້າທີ່ເປັນກະບອກສຽງໃຫ້ແກ່ອົງຄະນະພັກ ນວ ຜ່ານສື່ຕ່າງໆອອກສູ່ສັງຄົມ ກໍ່ມີການຂະຫຍາຍໂຕເປັນລຳດັບ, ສຳລັບວຽກງານຂົງເຂດວັດທະນະທຳ ທີ່ເປັນພາກສ່ວນສຳຄັນກ່ຽວເນື່ອງກັບວຽກງານຫຼາຍດ້ານ ກໍ່ໄດ້ຮັບການພັດທະນາແກ້ໄຂດີຂຶ້ນ ພົ້ນເດັ່ນກໍ່ແມ່ນການນຳພາປະຕິບັດໂຄງການສ້າງຄອບຄົວ ແລະ ບ້ານວັດທະນະທຳ ເຫັນໄດ້ວ່າ 10 ກວ່າປີຜ່ານມາ ຈໍານວນຄອບຄົວ ແລະ ບ້ານວັດທະນາທະໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນ ເຮັດໃຫ້ປັດຈຸບັນໃນທົ່ວ ນວ ມີຄອບຄົວວັດທະນະທຳແລ້ວ138.​897 ຄອບຄົວ ໃນຈໍານວນຄອບຄົວທັງໝົດ 159.​519 ຄອບຄົວ; ບ້ານວັດທະນະທໍາ 463 ບ້ານ ໃນຈຳນວນທັງໝົດ 481 ບ້ານ.

 

 

ແຕ່ສິ່ງທີ່ເປັນຫ່ວງແມ່ນດ້ານຄຸນະພາບຍັງບໍ່ສູງ, ການປະກາດຮັບຮອງບໍ່ມີຄວາມຄຶກຄື້ນຄືເກົ່າ ແລະ ການກວດກາປະເມີນຜົນກໍ່ບໍ່ທັນໄດ້ດີເທົ່າທີ່ຄວນ, ສ່ວນວຽກງານທ່ອງທ່ຽວ ເຊິ່ງເປັນແຫຼ່ງສ້າງລາຍຮັບອັນມະຫາສານແກ່ງົບປະມານ ກໍ່ມີທ່າອ່ຽງດີຂຶ້ນເລື້ອຍໆ ແຕ່ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຕ້ອງໄດ້ເອົາໃຈໃສ່ສູ້ຊົນຕໍ່ໃຫ້ບັນລຸຜົນ. ສະນັ້ນ, ຈຶ່ງຂໍຝາກຄວາມຫວັງນີ້ໄວ້ກັບຜູ້ທີ່ມາຮັບໜ້າທີ່ໃໝ່ຊ່ວຍສືບຕໍ່ນຳພາປະຕິບັດໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.

 

 

ໂອກາດນີ້ ທ່ານຮອງເຈົ້າຄອງ  ກໍ່ໄດ້ໂອ້ລົມໃຫ້ທິດຊີ້ນຳ ໂດຍໄດ້ຍ້ອງຍໍຕໍ່ຜົນງານທີ່ສາມາດຍາດມາໄດ້ ທັງເນັ້ນໃຫ້ຜູ້ທີ່ມາຮັບໜ້າທີ່ໃໝ່ເອົາໃຈໃສ່ສຶບຕໍ່ນຳພາວຽກງານ, ສ້າງຄວາມສາມັກຄີໃນໝູ່ຄະນະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມເປັນເອກະພາບ ສອດຄ່ອງ ຕໍ່ແນວທາງນະໂຍບາຍຂອງຂັ້ນເທີງ ທັງເຮັດໃຫ້ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມໝົດໄປຢ່າງຂາດໂຕ ເພື່ອພັດທະນາ ນວ ໃຫ້ເຕີບໃຫຍ່ເຂັ້ມແຂງກ້າວໄປ.

 

 

ຂອບໃຈຂໍ້ມູນຈາກ: ໂທລະພາບນະຄອນຫຼວງ