ທ່ານນາຍົກ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ຢູ່ແຂວງສະຫວັນນະເຂດ

159

ໃນຕອນເຊົ້າວັນທີ 14 ສິງຫາ 2019 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ພອ້ມດວ້ຍ ທ່ານ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ຢູ່ແຂວງສະຫວັນນະເຂດ ໂດຍມີທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມບ້ານຄຳປາແໜ, ເມືອງຈຳພອນ ຊຶ່ງເປັນບ້ານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຊຶ່ງເປັນໂຄງການແບບມີສ່ວນຮ່ວມ ຈັດຕັ້ງປະຕິບັດ ໂດຍທ່ານ ເກຍ ອຸ່ສິດທິເດດ ເຈົ້າຂອງໂຮງງານນ້ຳດື່ມ-ນ້ຳກ້ອນ ໂລມາຄຳ ນັບແຕ່ປີ 2015 ຫາປີ 2018 ມີມູນຄ່າທັງໝົດ 22 ຕື້ກວ່າກີບ ໃນນັ້ນທຶນຂອງໂຮງງານນ້ຳດື່ມ-ນ້ຳກ້ອນ ໂລມາຄຳ 67%, ງົບປະມານຂອງລັດ 9%, ທຶນຊ່ວຍເຫຼືອຈາກສາກົນ 13% ແລະ ທຶນຈາກບັນດາບໍລິສັດ ແລະ ພາກສ່ວນຕ່າງໆ 11%. ຜ່ານການຈັດຕັ້ງປະຕິບັດໂຄງການລຶບລ້າງຄວາມທຸກຍາກບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍເຫັນວ່າປະຊາຊົນຈຳນວນ 77 ຄອບຄົວເປົ້າໝາຍສາມາດບັນລຸໄດ້ຈຳນວນໜຶ່ງ. ໂຄງການນີ້ ໄດ້ມອບໂອນໃຫ້ແກ່ອົງການປົກຄອງບ້ານ ສືບຕໍ່ ໃນເດືອນເມສາ 2019. ໃນໂອກາດນີ້ ທ່ານ ເຈົ້າເມືອງໄດ້ລາຍງານ ສະພາບການຊີ້ນຳ-ນຳພາ ແລະ ແຜນການສືບຕໍ່ສ້າງບ້ານຄຳປາແໜ ແລະ ບ້ານປ່າກ້ວຍ ໃຫ້ກາຍເປັນບ້ານພົ້ນທຸກ.

ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມດີໃຈ ທີ່ໄດ້ມາຢ້ຽມຢາມບ້ານ ຄຳປາແໜ, ຊົມເຊີນ ທ່ານ ເກຍ ອູ່ສິດທິເດດ ທີ່ເປັນນັກພັດທະນາດີເດັ່ນ ແລະ ຊົມເຊີຍ ປະຊາຊົນທີ່ຕັດສິນໃຈ ໃຫ້ການຮ່ວມມືເປັນຢ່າງດີ ແລະ ເຂົ້າຮ່ວມໂຄງການ ຊຶ່ງເປັນການປະຕິບັດຕາມນະໂຍບາຍຂອງ ລັດຖະບານໃນການ ລຶບລ້າງຄວາມທຸກຍາກ, ເຫັນວ່າ ບ້ານຄຳປາແໜມີຊື່ສຽງໃນທາງບວກຫຼາຍຂຶ້ນ, ເປັນບ້ານທີ່ເປັນນຕົວແບບໃນການ ຫັນການດຳລົງຊີວິດ, ຫັນປ່ຽນວິທີການທຳມາຫາກິນ ແລະ ວິຖີຊີວິດແບບເກົ່າ ແບບເລື່ອນລອຍ ມາສູ່ແບບໃໝ່ ເຮັດການຜະລິດຄົງທີ່ ແລະ ໝັ້ນຄົງ, ການພັດທະນາບ້ານ ມີການຂະຫຍາຍຕົວຢ່າງແທ້ຈິງ. ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ທຸກພາກສ່ວນ ສືບຕໍ່ພື້ນຖານທີ່ດີນີ້ ເພື່ອພັດທະນາບ້ານ ບ້ານຄຳປາແໜ ແລະ ບ້ານປ່າກ້ວຍ, ເດັດຂາດ ບໍ່ໃຫ້ຖອຍຫຼັງໄປສູ່ສະພາບເດີມ, ຮຽກຮ້ອງ ໃຫ້ປະຊາຊົນ ປັບປ່ຽນວິທີທຳມາຫາກິນ ໃຫ້ກ້າວໜ້າ, ຫຼີກໄກຢາເສບ ຕິດ, ເຄົາລົບການຈັດຕັ້ງ, ໃຫ້ການຮ່ວມມື ແລະ ເຊື່ອໝັ້ນ ການຈັດຕັ້ງ ກໍ່ອົງການປົກຄອງທ້ອງຖິ່ນຂອງຕົນ ທີ່ຈະມາຊ່ວຍແນະນຳ ແລະ ນຳພາວິທີການທຳມາຫາກິນແບບໃໝ່ ທີ່ເໝາະສົມໃຫ້ແກ່ປະຊາຊົນ.

ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມເຂດເສດຖະກິດພິເສດສະຫວັນ-ເຊໂນ ເຂດ C (ສະຫວັນປັກ) ແລະ ທ່າບົກສະຫວັນນະເຂດ (Dry Port) ຊຶ່ງທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳ ໃຫ້ ຂະແໜງການກ່ຽວຂ້ອງ ຮີບຮ້ອນສ້າງລະບຽບການພາຍໃນ ເພື່ອຮັບປະກັນການຄຸ້ມຄອງເຂົ້າສູ່ລະບຽບການ ແລະ ດຶງດູດເອົາບໍລິສັດຂົນສົ່ງຕ່າງໆ ມາໃຫ້ຢູ່ຈຸດດຽວ, ມີເຈົ້າໜ້າທີ່ພາສີຢູ່ຈຸດດຽວ ເພື່ອສະດວກ ແລະ ຮັບປະກັນການ ເກັບພາສີຕ່າງໆ ໃຫ້ຄົບຖ້ວນ; ໃຫ້ເຂດເສດຖະກິດພິເສດ ເພີ່ມທະວີການດຶງດູດການລົງທຶນຂອງຕ່າງປະເທດເຂົ້າມາ ໃນເຂດໃຫ້ຫຼາຍຂຶ້ນ.

ໃນເວລາຕໍ່ມາ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມໂຮງໝໍແຂວງສະຫວັນນະເຂດ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1920, ມີເນື້ອທີ່ທັງໝົດ 25.000 ມ2, ປະກອບມີ 200 ຕຽງ. ທ່ານ ຜູ້ອຳນວຍການໂຮງໝໍແຂວງ ໄດ້ລາຍງານກ່ຽວກັບການເຄື່ອນໄຫວຂອງໂຮງໝໍ ແລະ ສະພາບການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ຊຶ່ງນັບຕັ້ງແຕ່ເດືອນ ມັງກອນ 2019 ມາຮອດປະຈຸບັນ, ທົ່ວແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍແລ້ວ 4.110 ຄົນ, ໃນນີ້ ໄດ້ມາປິ່ນປົວຢູ່ໂຮງໝໍແຂວງ 2.022 ຄົນ, (ເປັນເດັກນ້ອຍ 620 ຄົນ ແລະ ຜູ້ໃຫຍ່ 1.202 ຄົນ), ເສຍຊີວິດແລ້ວ 20 ຄົນ (ເດັກນ້ອຍ 11 ຄົນ ແລະ ຜູ້ໃຫຍ່ 9 ຄົນ).


ຫຼັງຈາກນັ້ນ ຢູ່ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ ຄະນະນຳ ແລະ ຄະນະປະຈຳພັກແຂວງ ໂດຍໄດ້ຊົມເຊີຍແຂວງສະຫວັນນະເຂດທີ່ເອົາໃຈໃສ່ພັດທະນາແຂວງ ມີຫຼາຍດ້ານມີຄວາມຄືບໜ້າດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ຮັບປະກັນຄວາມສະຫງົບໄດ້ດີ, ພ້ອມນີ້ ໄດ້ຊີ້ນຳໃຫ້ແຂວງສືບຕໍ່ເອົາໃຈໃສ່ຍູ້ແຮງການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍປະຕິບັດນະໂຍບາຍ 3 ເປີດ ຢ່າງແທ້ຈິງ, ວຽກງານພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໂດຍເອົາຕົວແບບຂອງການພັດທະນາ ບ້ານຄຳປາແໜ ເປັນການຊຸກຍູ້ໃຫ້ເສດຖະກິດເຂົ້າໄປຊ່ວຍປະຊາຊົນຫຼາຍຂຶ້ນ, ຊຸກຍູ້ຂະບວນຮັກຊາດ-ພັດທະນາ, ປຸກລະດົມ ແລະ ດຶງດູດນັກທຸລະກິດລົງໄປ ຊ່ວຍປະຊາຊົນ; ເອົາໃຈໃສ່ການເກັບລາຍຮັບ ໂດຍການຈຳກັບການຮົ່ວໄຫຼ ແລະ ເກັບໃຫ້ຄົບຖ້ວນ; ຄຽງຄູ່ກັນນີ້ ກໍ່ເອົາໃຈໃສ່ດ້ານວັດທະນະທຳ ແລະ ສັງຄົມ ໂດຍສະເພາະການແກ້ໄຂສຸກເສີນ ບັນຫາການລະບາດ ຂອງພະຍາດໄຂ້ຍຸງລາຍ; ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຕິດຕາມຫາງສຽງສັງຄົມ ທີ່ຜ່ານສື່ສັງຄົມອອນລາຍ; ກະກຽມຮອບດ້ານໃຫ້ແກ່ ການເປີດກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ໂດຍສະເພາະ ຕ້ອງເອົາໃຈໃສ່ຍູ້ແຮງການສ້າງຂະບວນ, ວຽກງານບຸກຄະລາກອນ, ເພີ່ມທະວີຄວາມເປັນເອກະພາບ ພາຍໃນ ແລະ ກະກຽມຮັບມືກັບສິ່ງທ້າທາຍຕ່າງໆ.
ແຫລ່ງທີ່ມາ:ຫສນຍ