ທ່ານນາຍົກ ເຄື່ອນໄຫວຢ້ຽມຢາມແຂວງຄຳມ່ວນ ເຊິ່ງຊີ້ນຳໃຫ້ແຂວງເອົາໃຈໃສ່ປະຕິບັດນະໂຍບາຍ 3 ເປີດ

123

ໃນຕອນເຊົ້າວັນທີ 15 ສິງຫາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍ ທ່ານ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ ໄດ້ໄປເຄື່ອນໄຫວຢ້ຽມຢາມ ຢູ່ແຂວງຄຳມ່ວນ ໂດຍມີທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ເດີນທາງໄປຢ້ຽມຢາມທ່າຂົນສົ່ງທາງບົກ (ICD) ໂດຍໄດ້ຊີ້ນຳ ຄະນະ ຮັບຜິດຊອບຮີບຮ້ອນຮ່າງລະບຽບການໃນການຄຸ້ມຄອງ ແລະ ສືບຕໍ່ດຶງດູດ ການລົງທຶນເຂົ້າໃນເຂດໃຫ້ຫຼາຍຂຶິ້ນ, ພາກລັດ ແລະ ພາກເອກະຊົນ ກໍ່ຕ້ອງປຶກສາຫາລື ຮ່ວມມືກັນ ເຊິ່ງກັນ ແລະ ກັນ ໂດຍພາກລັດ ໃຫ້ຄວາມຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ຕາມລະບຽບກົດໝາຍ ແລະ ພາກເອກະຊົນ ໃຫ້ຄວາມຮ່ວມມື ແລະ ດຳເນີນທຸລະກິດ ສອດຄ່ອງ ຕາມລະບຽບກົດໝາຍ, ພ້ອມກັນນີ້ ທ້ອງຖິ່ນ ກໍ່ຕ້ອງໃຫ້ການສະໜັບສະໜູນ.

ພາຍຫຼັງທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງລາຍງານຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ໄລຍະ 6 ເດືອນຕົ້ນປີ 2019 ຈາກທ່ານ ທ່ານ ໂອໄດ ສຸດາພອນ, ເຈົ້າແຂວງໆຄຳມ່ວນ. ທ່ານນາຍົກ ໄດ້ໃຫ້ທິດຊີ້ນຳ ໂດຍເນັ້ນໜັກໃຫ້ຄະນະນໍາທຸກຂັ້ນພາຍໃນແຂວງສູ້ຊົນເກັບລາຍຮັບ ໃຫ້ໄດ້ຕາມແຜນ, ເອົາໃຈໃສ່ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາໃນແຂວງ ໂດຍປະຕິບັດນະໂຍບາຍ 3 ເປີດ, ເອົາໃຈໃສ່ແກ້ໄຂ ຂັ້ນຂອດທີ່ເປັນອຸປະສັກ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ຜູ້ລົງທຶນ.

ພ້ອມນີ້, ໄດ້ຊີ້ນຳໃຫ້ແຂວງເອົາໃຈໃສ່ ການສ້າງຂະບວນການ ຕິດພັນກັບການກະກຽມຮອບດ້ານ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ເປັນຕົ້ນ ດ້ານເນື້ອໃນ, ບຸກຄະລາກອນ, ສິ່ງສຳຄັນ ແມ່ນການສ້າງຄວາມເປັນເອກະພາບພາຍໃນ, ຍົກສູງຄວາມຮັບຜິດຊອບຄວາມເປັນເຈົ້າການຂອງການນຳ ແຕ່ລະຂັ້ນ.

ແຫລ່ງທີ່ມາ:ຫສນຍ