ຊົມເຊີຍນໍ້າໃຈສາວທະຫານລາວ ຝືກໂດດຈ້ອງແຕ່ລົງຜິດເປົ້າຕອນນີ້ປອດໄພແລ້ວ

53

“ເພື່ອຊາດບ້ານເມືອງຕ້ອງມາກ່ອນ” ເປັນເລື່ອງລາວທີ່ໜ້າຍົກຍ້ອງ ແລະ ຊື່ນຊົມນໍ້າໃຈເສຍສະຫຼະອັນສູງສົ່ງຂອງເຫລົ່າລົບທະຫານ ໂດຍສະເພາະເອື້ອຍນ້ອງແມ່ຍິງ, ເຊິ່ງຍາມໃດກໍ່ຢືນຄຽງບ່າຄຽງໄຫຼກັບຜູ້ຊາຍ ປະກອບສ່ວນຊ່ວຍສ້າງສາພັດທະນາປະເທດຊາດບໍ່ວ່າອະດີດກໍ່ຄືປັດຈຸບັນ. ເຊິ່ງມູນເຊື້ອດັ່ງກ່າວໄດ້ເປັນຂີດໝາຍອັນສຳຄັນທີ່ເຮັດໃຫ້ແມ່ຍິງລາວມີບົດບາດ ແລະ ສິດທຽບເທົ່າກັບເພດຊາຍທັງພາກພື້ນ ແລະ ສາກົນ. ດັ່ງເລື່ອງລາວທີ່ຫາກໍ່ເກີດຂຶ້ນໝາດໆຢູ່ນະຄອນຫຼວງຈັນນີ້.

 

 

ຕາມຂ່າວໃຫ້ຮູ້ວ່າ: ໃນວັນທີ 14 ສິງຫາ 2019 ຜ່ານມາ ເວລາປະມານ 8:00ໂມງ ນັກໂດດຈ້ອງເພດຍິງຂອງກອງ ທັບປະຊາຊົນລາວໄດ້ໄປຝຶກແອບໂດດຈ້ອງແຕ່ລົງຜິດເປົ້າ ໄປຕົກໃສ່ເຮືອນປະຊາຊົນຢູ່ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

 

 

ຄະນະຮັບຜິດຊອບຝຶກຊ້ອມກອງຮ້ອຍ 306 ໄດ້ກ່າວວ່າ: ການຝືກແອບໂດດຈ້ອງ ແມ່ນໄດ້ຝຶກຊ້ອມເປັນປະຈຳຢູ່ທີ່ເດີ່ນສະໝາມບິນວັດໄຕ ເພື່ອຮັບໃຊ້ໜ້າທີ່ວິຊາສະເພາະທາງດ້ານການກູ້ໄພໃນກໍລະນີສຸກເສີນ ແລະ ອຸທົກກະໄພທາງທຳມະຊາດຕ່າງໆ.

ແຕ່ການຝຶກຊ້ອມຄັ້ງນີ້ແມ່ນມີການຜິດພາດໂດຍ ນັກໂດດຈ້ອງຍິງໄດ້ລົງຜິດຈາກບໍລິເວນທີ່ກຳນົດ ໄວ້ ແລະ ຕົກໃສ່ເຮືອນປະຊາຊົນເຮັດໃຫ້ນັກໂດດຈ້ອງເຈັບສົມຄວນ ແລະ ເຮືອນປະຊາຊົນເປ່ເພ ເລັກນ້ອຍຈາກເຫດການດັ່ງກ່າວ.

 

 

ປັດຈຸບັນ ນັກໂດດຈ້ອງໄດ້ຮັບການຊ່ວຍເຫຼືອຈາກທີມກູ້ໄພຂອງກອງພັນໃຫຍ່ 703 ແລະ ປະຊາຊົນເຂດດັ່ງກ່າວເພື່ອນຳສົ່ງໂຮງໝໍ ແລະ ຍິງສາວຜູ້ເກັ່ງກ້າປອດໄພແລ້ວ.