ປະເມີນຜົນ 1 ປີຫຼັງສ້າງນະຄອນໄກສອນພົມວີຫານ

108

ເພື່ອຢັ້ງຢືນເຖິງຜົນໄດ້ຮັບຂອງການສ້າງສາພັດທະນານະຄອນ ເຊິ່ງຢູ່ ສປປ ລາວຫາກໍ່ມີພຽງ 3 ແຫ່ງ ຍ້ອນມີເງື່ອນໄຂຫຼາຍຢ່າງທີ່ເມືອງອື່ນຍັງບໍ່ພ້ອມ. ສະນັ້ນ, ເພື່ອເປັນການທົບທວນຜົນການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ໃນວັນທີ 9 ສິງຫາ 2019 ຜ່ານມາ, ທີ່ອົງການປົກຄອງນະຄອນ ໄກສອນພົມວິຫານ ໄດ້ຈັດ ກອງປະຊຸມປະເມີນຄືນການ ສ້າງຕັ້ງນະຄອນ ໄກສອນພົມວິຫານ ໂດຍການເຂົ້າຮ່ວມ ເປັນປະທານຂອງ ທ່ານ ບຸນຍູ້ ທໍາມະວົງ ເຈົ້ານະຄອນ ໄກສອນພົມວິຫານ, ມີ ທ່ານ ຂັນອຸທອນ ເພັດລາລີ, ຮອງຫົວໜ້າກົມການປົກຄອງທ້ອງຖິ່ນ, ມີພະແນກພາຍໃນແຂວງ, ນະຄອນ ແລະ ຂະແໜງການອ້ອມຂ້າງແຂວງ, ນະຄອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ທີ່ປະຊຸມໄດ້ຮັບຟັງ ການສະຫຼຸບລາຍງານຄືນການສ້າງຕັ້ງ ນະຄອນ ໄກສອນພົມວິຫານ ຂອງທ່ານ  ບຸນຍູ້ ທໍາມະວົງ. ຈາກນັ້ນ, ທ່ານ ຂັນອຸທອນ ເພັດລາລີ ກໍ່ໄດ້ກ່າວໃຫ້ຮູ້ວ່າ: ການລົງມາປະເມີນຄັ້ງນີ້ ແມ່ນປະຕິບັດຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງພາຍໃນ ເລກທີ 362/ພນ, ລົງວັນທີ 27 ມິຖຸນາ 2019 ເພື່ອປຶກສາຫາລື, ແລກປ່ຽນຄຳເຫັນກ່ຽວກັບການ ສ້າງຕັ້ງນະຄອນໃນໄລຍະປີຜ່ານມາ ເຊິ່ງມີທັງດ້ານດີ, ດ້ານອ່ອນ.

ສຳລັບບົດຮຽນທີ່ຖອດຖອນໄດ້ ຈະນຳໄປເຜີຍແຜ່ໃຫ້ແກ່ເມືອງອື່ນ ແລະ ແຂວງອື່ນ ເຊິ່ງການສ້າງຕັ້ງນະຄອນທັງສາມແຫ່ງຍັງເປັນວຽກໃໝ່ ແລະ ເປັນນະຄອນແຫ່ງທຳອິດສໍາລັບ ສປປລາວ. ສະນັ້ນ, ຈຶ່ງເຮັດໃຫ້ຫຼາຍພາກສ່ວນນັບທັງສູນກາງ ແລະ ທ້ອງຖິ່ນ, ພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈວ່າ ນະຄອນ ແລະ ເມືອງຕ່າງກັນແນວໃດ, ເປັນຫຍັງຈຶ່ງສ້າງນະຄອນຂຶ້ນ, ສ້າງຂຶ້ນແລ້ວຈະໄດ້ຫຍັງ ແລະ ອື່ນໆ.

ในภาพอาจจะมี 6 คน, ผู้คนกำลังนั่ง, ตาราง และสถานที่ในร่ม

ທັງນີ້ການສ້າງຕັ້ງນະຄອນ ແມ່ນໄດ້ອີງຕາມດຳລັດ ເລກທີ 125/ນຍ ລົງວັນທີ 11 ເມສາ 2018 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງນະຄອນໄດ້ລະບຸໃນມາດຕາ 2 ວ່າ: ອົງການປົກຄອງນະຄອນ ແມ່ນອົງການບໍລິຫານລັດຂັ້ນດຽວກັບຂັ້ນເມືອງ ຂຶ້ນໂດຍກົງກັບແຂວງ ເຊິ່ງມີພາລະບົດບາດຄຸ້ມຄອງບໍລິຫານທາງດ້ານການເມືອງ, ການປົກຄອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສ້າງ ແລະ ນຳໃຊ້ຊັບພະຍາກອນມະນຸດ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ຊັບພະຍາກອນອື່ນໃຫ້ເກີດປະໂຫຍດສູງສຸດ.

ຊີ້ນຳ, ກວດກາການຈັດຕັ້ງປະຕິບັດແຜ່ນພັດທະນາບ້ານ, ຈັດຕັ້ງບໍລິການສາທາລະນະ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດ ແລະ ສວຍງາມໃນນະຄອນດ້ວຍພາຫະນະເຕັກນິກ ແລະ ວິທີກ້າວໜ້າທັນສະໄໝ ເພື່ອພັດທະນານະຄອນຕາມທິດຍືນຍົງ, ສີຂຽວ ແລະ ເຂັ້ມແຂງ ຮອບດ້ານ.

ສະນັ້ນ, ກ່ອນເມືອງໃດໜຶ່ງຈະສ້າງຕັ້ງເປັນເທດສະບານ, ນະຄອນໄດ້ ຕ້ອງມີເງື່ອນໄຂຄົບຕາມຈຳນວນທີ່ໄດ້ກຳນົດໄວ້ແມ່ນອີງຕາມຄຳແນະນຳ ຂອງກະຊວງພາຍໃນ ສະບັບເລກທີ 14/ພນ ລົງວັນທີ 13 ກັນຍາ 2016 ກ່ຽວກັບການສ້າງຕັ້ງເທດສະບານ, ນະຄອນດັ່ງນີ້:

ເມືອງທີ່ຈະສ້າງຕັ້ງເປັນເທດສະບານ ມີດັ່ງນີ້: ຕ້ອງມີຈຳນວນພົນລະເມືອງ 10.000 ຄົນຂຶ້ນໄປໃນຕົວເທດສະບານ ແລະ 40.000 ຄົນຂຶ້ນໄປໃນທົ່ວເທດສະບານ; ຄວາມໜາແໜ້ນຂອງພົນລະເມືອງໃນຕົວເທດສະບານແມ່ນ 450 ຄົນ/ກມ; ອາຊີບກະສິກອນໃນຕົວເທດສະບານບໍ່ເກີນ 30%; ມີທາງປູຢາງ ຫຼື ປູເບຕົງ 70% ຂຶ້ນໄປ; ຄອບຄົວທີ່ຊົມໃຊ້ໄຟຟ້າຕ້ອງກວມເອົາ 95% ຂຶ້ນໄປ; ຄອບຄົວຊົມໃຊ້ລະບົບນໍ້າສະອາດກວມເອົາ 100%; ມີງົບປະມານກຸ້ມຕົນເອງທາງດ້ານລາຍຈ່າຍບໍລິຫານປົກກະຕິ ແລະ ເປັນບ້ານພັດທະນາກວມເອົາ 85% ຂຶ້ນໄປ.

ສ່ວນເມືອງທີ່ສ້າງຕັ້ງເປັນນະຄອນ ມີດັ່ງນີ້: ຕ້ອງມີຈຳນວນພົນລະເມືອງໃນຕົວນະຄອນ 25.000 ຄົນຂຶ້ນໄປ ແລະ 60.000 ຄົນຂຶ້ນໄປໃນທົ່ວນະຄອນ; ຄວາມໜາແໜ້ນຂອງພົນລະເມືອງໃນຕົວນະຄອນກວມເອົາ 900 ຄົນ/ກມ. ອາຊີບຊາວກະສິກອນບໍ່ເກີນ 25%; ມີທາງປູຢາງ ຫຼື ປູເບຕົງກວມເອົາ 90%; ຄອບຄົວທີ່ຊົມໃຊ້ໄຟຟ້າກວມເອົາ 100%; ຄອບຄົວທີ່ຊົມໃຊ້ນໍ້າສະອາດກວມເອົາ 100%; ງົບປະມານ ຕ້ອງກຸ້ມຄົນເອງທາງດ້ານລາຍຈ່າຍບໍລິຫານເປັນປົກກະຕິ ແລະ ມີສ່ວນແຮໄວ້ເພື່ອການລົງທຶນ ແລະ ເປັນບ້ານພັດທະນາ 100%