ຢູ 18 ລາວ ປິດສາກງົດງາມ ເຖິງຈະຕົກຮອບບານເຕະຊີງແຊັມອາຊຽນ 2019

83

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 18 ປີ ປິດສາກການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 18 ປີ 2019 ( AFF U18 CHAMPIONSHIP 2019 ) ທີ່ນະຄອນໂຮ່ຈິມິນ ປະເທດຫວຽດນາມ  ໄດ້ຢ່າງສວຍງາມດ້ວຍການຖະຫຼົ່ມ ຕີມໍ ເລັສເຕ ໄປຂາດລອຍ 4 – 0 ເຖິງວ່າຈະຕົກຮອບໄປ ແຕ່ກໍເປັນຜົນງານທີ່ດີທີ່ສຸດຂອງທີມຊາດລາວໃນທຸກໆຊຸດຂອງປີນີ້.

ການແຂ່ງຂັນບານເຕະຊີງແຊັມອາຊຽນ 2019 ໃນລະຫວ່າງວັນທີ 6 – 19 ສິງຫາ 2019 ທີ່ນະຄອນໂຮ່ຈິມິນ ປະເທດຫວຽດນາມ ມີ 12 ປະເທດ ເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ A ປະກອບມີ ມຽນມາ, ອິນໂດເນເຊຍ, ລາວ, ຕີມໍ ເລັສເຕ, ຟີລິບປິນ ແລະ ບຣູໄນ; ກຸ່ມ B ປະກອບມີ: ມາເລເຊຍ, ໄທ, ຫວຽດນາມ, ກຳປູເຈຍ, ສິງກະໂປ ແລະ ອົສຕຣາລີ.

ຢູ 18 ລາວ ຊຸດນີ້ ຖືວ່າມີຄວາມຂະຫຍັນ ແລະ ແຂງແຮງ ສາມາດເປັນຄວາມຫວັງໃນອະນາຄົດ ເຖິງວ່ານັດທໍາອິດຈະເສຍ ມຽນມາ 1 – 3 ແຕ່ນັດດັ່ງກ່າວ ຢູ 18 ລາວ ກໍຫຼິ້ນໄດ້ດີ ແລະ ເກມບໍ່ຂາດກັນຫຼາຍປານໃດ ກ່ອນທີ 2 ນັດຖັດມາ ຈະເກັບໄຊຊະນະ ຈາກການເອົາຊະນະ ບຣູໄນ 1 – 0, ຊະນະ ຟີລິບປິນ 1 – 0 ແລະ ເສຍໃຫ້ ອິນໂດເນເຊຍ 1 – 2 ເຮັດໃຫ້ທີມຊາດລາວ ຊະນະ 2 ແລະ ເສຍ 2 ນັດ ມີ 6 ຄະແນນ ເທົ່າກັບ ຕີມໍ ເລັສເຕ ຕົກຮອບເປັນທີ່ແນ່ນອນແລ້ວ ເພາະຕາມຫຼັງ ອິນໂດເນເຊຍ ແລະ ມຽນມາ ທີ່ມີ 9 ຄະແນນເທົ່າກັນ ຈາກ 3 ນັດ.

ຫຼັງສຸດ, ເມື່ອວັນທີ 14 ສິງຫາ 2019 ທີມຊາດລາວລົງສະໜາມນັດສຸດທ້າຍ ພົບກັບ ຕີມໍ ເລັສເຕ ປາກົດວ່າ: ນັດນີ້ ຢູ 18 ລາວ ຫຼິ້ນໄດ້ຢ່າງໂດດເດັ່ນ ເອົາຊະນະໄປຂາດລອຍ 4 – 0 ຈາກການຍິງຂອງ ໂຈນີ ແຫວນປະເສີດ ນາທີ 14, ທະນູທອງ ກຽດນະລົງລົບ ນາທີ 29, ພູວຽງ ພູມສະຫວັດ ນາທີ 83 ແລະ ບຸນມີ ປິ່ນແກ້ວ ນາທີ 90 + 3.

ຈາກຜົນດັ່ງກ່າວສົ່ງຜົນໃຫ້ ທີມຊາດລາວ ລົງແຂ່ງຂັນ 5 ນັດ ຊະນະ 3 ເສຍ 2 ມີ 9 ຄະແນນ ເປັນອັນດັບ 3 ຂອງກຸ່ມເອ, ສ່ວນ ຕີມໍ ເລັສເຕ ມີ 6 ຄະແນນຢູ່ອັນດັບທີ 4 ຂອງຕາຕະລາງຄະແນນ, ຟີລິບປິນ ມີ 3 ຄະແນນ ຢູ່ອັນດັບທີ 5 ຂອງຕາຕະລາງ ແລະ ບຣູໄນ ບໍ່ມີຈັກຄະແນນຢູ່ອັນດັບສຸດທ້າຍຂອງກຸ່ມ.

ຂະນະທີ່ ອິນໂດເນເຊຍ ມີ 13 ຄະແນນ ເທົ່າກັບ ມຽນມາ, ແຕ່ ອິນໂດເນເຊຍ ມີຜົນປະຕູໄດ້ເສຍດີກວ່າເຂົ້າຮອບຮອງຊະນະເລີດໃນຖານະແຊັມກຸ່ມ A ໄປລໍຖ້າພົບຮອງແຊັມກຸ່ມ B, ສ່ວນ ມຽນມາ ເຂົ້າຮອບໃນຖານະຮອງແຊັມກຸ່ມ A ໄປລໍຖ້າພົບແຊັມກຸ່ມ B, ສໍາລັບ ກຸ່ມ B ຍັງເຫຼືອການແຂ່ງຂັນອີກ 1 ນັດທີ່ຈະລົງແຂ່ງຂັນວັນທີ 15 ສິງຫາ 2019 ( ເວລາລາຍງານນີ້ຍັງບໍ່ໄດ້ຜົນ ) ຈຶ່ງຈະຕັດສິນໄດ້ວ່າທີມໃດຈະໄດ້ເຂົ້າຮອບ ເພາະປັດຈຸບັນ ມາເລເຊຍ ກັບ ອົສຕຣາລີ ມີ 9 ຄະແນນເທົ່າກັນ ໂດຍມີ ຫວຽດນາມ ໄລ່ຈີ້ມາຈາກການມີ 7 ຄະແນນ ຖ້າທີມໃດເສຍມີສິດຕົກຮອບທັນທີ.

( ຄໍາສອນ: ຮູບຈາກ: ສຕລ )