ຮັບຮອງເອົາ 2 ບ້ານ ເມືອງໄຊຍະບູລີ ເປັນບ້ານສາທາລະນະສຸກແບບຢ່າງ

74

ຕອນເຊົ້າວັນທີ 9 ສິງຫາ 2019 ນີ້ ເມືອງໄຊຍະບູລີ ໄດ້ຈັດພິທີປະກາດຮັບຮອງເອົາບ້ານຫ້ວຍຊຳອໍ້ ແລະ ບ້ານຫ້ວຍແສນຄຳ ເປັນບ້ານສາທາລະນະສຸກແບບຢ່າງ ຂຶ້ນທີ່ຫ້ອງປະຊຸມບ້ານຫ້ວຍຊໍາອໍ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ   ບຸນແທນ ທີແກ້ວ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໄຊຍະບູລີ; ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ອົງການປົກຄອງບ້ານ, ພ້ອມດ້ວຍພໍ່ແມ່ປະຊາຊົນ 2 ບ້ານດັ່ງກ່າວເຂົ້າຮ່ວມ.

ກ່ອນຈະເຂົ້າສູ່ພິທີກໍໄດ້ຮັບຊົມການສະແດງສິລະປະວັນນະຄະດີ ຂອງບ້ານ. ຈາກນັ້ນ, ທ່ານ ດຣ. ພັນ ພອນສະຫວັດ ກຳມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດການສ້າງຄອບຄົວ, ບ້ານສາທາລະນະສຸກແບບຢ່າງ.

ບ້ານຫ້ວຍຊໍາອໍ້ ແລະ ບ້ານຫ້ວຍແສນຄຳ ຕັ້ງຢູ່ໃນເຂດນາລວມ – ນ້ຳຕວນ ແລະ ຂຶ້ນກັບສຸກສາລາຫ້ວຍເລິກ ຕັ້ງຢູ່ຫ່າງຈາກຕົວເມືອງໄຊຍະບູລີ ໄປທາງທິດໃຕ້ປະມານ 32 ກິໂລແມັດ ທັງ 2 ບ້ານ ເປັນບ້ານເຜົ່າມົ້ງ; ບ້ານຫ້ວຍຊໍາອໍ້ ມີ 284 ຄອບຄົວ, ມີພົນລະເມືອງ 2.000 ກວ່າຄົນ; ບ້ານຫ້ວຍແສນຄຳ ມີ 104 ຄອບຄົວ, ມີພົນລະເມືອງ 675 ຄົນ ໂດຍປະຕິບັດຕາມ 10 ມາດຖານ ຂອງການສ້າງຄອບຄົວ ແລະ ບ້ານສາທາລະນະສຸກແບບຢ່າງ ທີ່ທາງພະແນກສາທາລະນະສຸກແຂວງວາງອອກ, ຫ້ອງການສາທາລະນະສຸກເມືອງ ແລະ ສຸກສາລາຫ້ວຍເລິກ ໄດ້ສົມທົບກັບອົງການປົກຄອງບ້ານຜູ້ຮັບຜິດຊອບວຽກງານສາທາລະນະສຸກປະຈຳບ້ານ ລົງເຄື່ອນໄຫວສຳຫຼວດກວດກາຄອບຄົວ ແລະ ບ້ານສາທາລະນະສຸກແບບຢ່າງຢູ່ 2 ບ້ານ, ແຕ່ປີ 2017 ເປັນຕົ້ນມາ ທັງໝົດ 3 ຄັ້ງ ສາມາດສະຫຼຸບຕີລາຄາ ຄື: ບ້ານຫ້ວຍຊໍາອໍ້ ຄອບຄົວທີ່ໄດ້ມາດຖານມີທັງໝົດ 203 ຄອບຄົວ ເທົ່າກັບ 71,47%, ຄອບຄົວທີ່ຍັງບໍ່ໄດ້ມາດຖານ 81 ຄອບຄົວ ເທົ່າກັບ 28,52%; ບ້ານຫ້ວຍແສນຄໍາ ຄອບຄົວທີ່ໄດ້ຕາມມາດຖານ 75 ຄອບຄົວ ເທົ່າກັບ 72,11%, ຄອບຄົວທີ່ບໍ່ໄດ້ມາດຖານ 29 ຄອບຄົວ ເທົ່າກັບ 27,88% ຖ້າທຽບໃສ່ມາດຖານຂອງການສ້າງຄອບຄົວ ແລະ ບ້ານສາທາລະນະສຸກແບບຢ່າງທັງ 2 ບ້ານ ແມ່ນສາມາດປະກາດຮັບຮອງເປັນບ້ານສາທາລະນະສຸກແບບຢ່າງຖືກຕ້ອງຕາມເງື່ອນໄຂທີ່ທາງພະແນກສາທາລະນະສຸກແຂວງວາງອອກ. ພ້ອມນີ້, ໃນພິທີກໍໄດ້ມອບໃບຢັ້ງຢືນບ້ານສາທາລະນະສຸກແບບຢ່າງໃຫ້ທັງ 2 ບ້ານ, ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມການສ້າງຄອບຄົວ ແລະ ບ້ານສາທາລະນະສຸກແບບຢ່າງ. ຈາກນັ້ນ, ຄະນະປະທານ ແລະ ຜູ້ເຂົ້າຮ່ວມ ກໍໄດ້ຮ່ວມເປີດປ້າຍບ້ານສາທາລະນະສຸກແບບຢ່າງທັງ 2 ບ້ານຢ່າງເປັນທາງການ.

( ໂດຍ: ສົມພົງ )