ກຸ່ມບ້ານທ່າພະ ເອົາໃຈໃສ່ຈັດຂະບວນທໍາລາຍໜອນນໍ້າ

104

ສຸກສາລາບ້ານທ່າພະ ຮ່ວມກັບ ອໍານາດການປົກຄອງບ້ານທ່າພະ ຈັດຂະບວນການທໍາລາຍໜອນນໍ້າຍຸງລາຍ ພ້ອມທັງສ້າງໃຫ້ປະຊາຊົນກະຕືລືລົ້ນໃນການຕ້ານ ແລະ ສະກັດກັ້ນພະຍາດໄຂ້ຍຸງລາຍ ເພື່ອບໍ່ໃຫ້ເກີດກໍລະນີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ແລະ ການປະຕິບັດຕາມຫຼັກການ 5 ປ ຢ່າງເຂັ້ມງວດ ເຂດກຸ່ມບ້ານທ່າພະ ຈຶ່ງບໍ່ພົບກໍລະນີໄຂ້ຍຸງລາຍ.

ຂະບວນການດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 10 ສິງຫາ 2019 ທີ່ບ້ານທ່າພະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນໍາຂະບວນການທໍາລາຍໂດຍ ທ່ານ ໝໍ ສົມພອນ ສີລິບຸດ ຫົວໜ້າສຸກສາລາທ່າພະ, ທ່ານ ລັງສີ ວົງຄໍາສຸກ ເລຂາພັກບ້ານ ນາຍບ້ານທ່າພະ ພ້ອມດ້ວຍອາສາສະໝັກບ້ານ ( ອສບ ) ກຸ່ມ 6 ທ່າພະ ແລະ ບັນດາພໍ່ແມ່ປະຊົນຮ່ວມສ້າງຂະບວນການກວ່າ 150 ຄົນ.

ທ່ານ ໝໍ ສົມພອນ ສີລິບຸດ ຫົວໜ້າສຸກສາລາທ່າພະ ໃຫ້ສໍາພາດວ່າ: ກຸ່ມ 6 ທ່າພະ ຈະມີ 4 ບ້ານລວມກັນ ຄື: ບ້ານທ່າພະ, ບ້ານປາກເປັ່ງ, ບ້ານຖິ່ນແທ່ນ ແລະ ບ້ານໜອງພົງ ເຊິ່ງການປະຕິບັດທໍາລາຍໜອນນໍ້າພວກເຮົາໄດ້ປະຕິບັດທຸກໆປີ ແຕ່ເນື່ອງຈາກປີນີ້ເກີດການລະບາດຂອງພະຍາດໄຂ້ຍຸງລາຍແຕ່ຕົ້ນປີ ທາງທີມງານພວກເຮົາຈຶ່ງຕ້ອງໄດ້ຂົນ ຂວາຍສ້າງຂະບວນການທີ່ເຂັ້ມງວດຂຶ້ນ. ເຂດກຸ່ມບ້ານທ່າພະ ພົບກໍລະນີໄຂ້ຍຸງລາຍ 1 ກໍລະນີ ໃນເດືອນມີນາ ເຊິ່ງທີມງານໄດ້ລົງໄປກວດສອບເຮືອນທີ່ພົບກໍລະນີ ແລະ ເຂດອ້ອມຂ້າງ 100 ຫຼັງຄາເຮືອນ ເພື່ອສະກັດກັ້ນບໍ່ໃຫ້ແຜ່ລາມເປັນວົງກວ້າງ.

ມາຮອດປັດຈຸບັນແມ່ນບໍ່ພົບກໍລະນີໄຂ້ຍຸງ ຍ້ອນພວກເຮົາໄດ້ມີການຈັດຕັ້ງປະຕິບັດ 5 ປ ເປັນປະຈໍາທຸກອາທິດ, ລົງກວດໜອນນໍ້າທຸກອາທິດ ແລະ ໃຫ້ປະຊາຊົນມີສ່ວນຮ່ວມທຸກອາທິດ ເພື່ອສ້າງຄວາມກະຕືລືລົ້ນໃຫ້ພວກເຂົາເອງ. ຢ່າງໃດກໍຕາມ, ເຖິງຈະບໍ່ພົບກໍລະນີໄຂ້ຍຸງລາຍທີມງານພວກເຮົາກໍຕ້ອງລົງກວດກາຕິດຕາມຢ່າງໃກ້ຊິດ, ແນະນໍາໃຫ້ປະຊາຊົນຮ່ວມກັນເປັນເຈົ້າການບວກກັບອໍານາດການປົກຄອງ ແລະ ກວ່າ 70% ທີ່ປະຊາຊົນກຸ່ມ 6 ທ່າພະ ໃຫ້ການຮ່ວມມືໃນວຽກງານສາທາລະນະສຸກ.

ທ່ານ ລັງສີ ວົງຄໍາສຸກ ໃຫ້ສໍາພາດວ່າ: ບ້ານທ່າພະ ມີທັງໝົດ 29 ໜ່ວຍ ແລະ ການສ້າງຂະບວນການທໍາລາຍໜອນນໍ້າຖືເປັນວຽກທີ່ຕິດພັນກັບການອະນາໄມວັນເສົາແດງທີ່ບ້ານໄດ້ຕັ້ງຂຶ້ນ ເພື່ອກໍາຈັດແຫຼ່ງເພາະພັນຂອງຍຸງລາຍ. ຈຸດຫຼັກໆກໍເພື່ອບໍ່ໃຫ້ປະຊາຊົນເກີດກໍລະນີໄຂ້ຍຸງລາຍ ຫຼື ເສຍຊີວິດຍ້ອນໄຂ້ຍຸງລາຍ. ສະນັ້ນ, ທາງອໍານາດການປົກຄອງກໍຕ້ອງໄດ້ເຂັ້ມງວດກັບປະຊາຊົນໃຫ້ຫຼາຍຂຶ້ນໃນການປຸກລະດົມທໍາລາຍໜອນນໍ້າຍຸງລາຍ ແລະ ຍ້ອນການເອົາໃຈໃສ່ປະຕິບັດທີ່ເຂັ້ມງວດຂອງປະຊາຊົນທຸກພາກສ່ວນຈຶ່ງເຮັດໃຫ້ກຸ່ມບ້ານທ່າພະ ບໍ່ມີກໍລະນີໄຂ້ຍຸງລາຍ.

( ຂ່າວ: ທິບອຸສາ, ຮູບ: ວິລະສັກ )