ທະນາຄານໂລກ ຄາດເສດຖະກິດລາວຈະເຕີບໂຕໄດ້ 6,5%

89

ທະນາຄານໂລກ ປະຈໍາລາວ ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານສະພາບເສດຖະກິດໃນ ສປປ ລາວ ໂດຍຄາດວ່າອັດຕາການເຕີບໂຕທາງດ້ານເສດຖະກິດຈະຟື້ນຕົວຄືນຢູ່ໃນອັດຕາ 6,5% ໃນປີ 2019 ຈາກແຮງຍູ້ຂະແໜງການກໍ່ສ້າງ ແລະ ຂະແໜງການບໍລິການທີ່ຍັງສືບຕໍ່ຂະຫຍາຍຕົວ.

ທ່ານ ນິໂຄລາ ພອນທາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ກ່າວວ່າ: ການສ້າງຄວາມເຂັ້ມແຂງໃນວຽກງານເກັບລາຍຮັບແມ່ນມີຄວາມຈໍາເປັນ ເພື່ອສ້າງສະພາບແວດລ້ອມໃຫ້ຄ່ອງຕົວດ້ານນະໂຍບາຍການເງິນ ແລະ ຫຼຸດຜ່ອນທາງດ້ານໜີ້ສິນສາທາລະນະ ເຊິ່ງໃນຕໍ່ໜ້າຕ້ອງໄດ້ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດເພື່ອສົ່ງເສີມການພັດທະນາຂອງພາກເອກະຊົນ ລວມທັງວິສາຫະກິດຂະໜາດນ້ອຍ ແລະ ກາງ. ໃນນີ້, ນະໂຍບາຍຄຸມເຂັ້ມທາງດ້ານການເງິນຈະເຮັດໃຫ້ການຂາດດຸນງົບປະມານຫຼຸດລົງຢູ່ໃນລະດັບ 4,3% ຂອງ ຈີດີພີ ໃນປີ 2019 ຫຼຸດລົງຈາກ 4,4% ໃນປີ 2018 ເນື່ອງຈາກມີການຄວບຄຸມທາງດ້ານລາຍຈ່າຍເງິນເດືອນ, ການລົງທຶນຢ່າງຮັດກຸມກວ່າເກົ່າ.

ນອກນັ້ນ, ໃນຕໍ່ໜ້າໜີ້ສິນສາທາລະນະຂອງລັດຖະບານ ຈະຫຼຸດລົງໃນປີ 2021 ແຕ່ການຄາດຄະເນຮອດປີ 2022 ກໍອາດຈະຕ້ອງໄດ້ຮັບຜົນກະທົບຈາກຄວາມສ່ຽງທີ່ອາດຈະເກີດຂຶ້ນໃນອະນາຄົດ.

ທ່ານ ສົມນຶກ ດາວະດິງ ນັກເສດຖະສາດອາວຸໂສ ທະນາຄານໂລກ ປະຈໍາລາວ ກ່າວບາງຕອນວ່າ: ໃນອະນາຄົດການຂາດດຸນງົບປະມານຂອງພາກລັດຈະຫຼຸດລົງ ເນື່ອງຈາກການລົງທຶນຂອງລັດໃນໂຄງການກໍ່ສ້າງຂະໜາດໃຫຍ່. ຄຽງຄູ່ກັນນັ້ນ, ຕ້ອງໄດ້ເພີ່ມຄັງແຮເງິນຕາຕ່າງປະເທດຂຶ້ນ ເພາະວ່າຄັງແຮດັ່ງກ່າວຈະສາມາດຄໍ້າປະກັນການນໍາເຂົ້າສິນຄ້າ. ສ່ວນການອ່ອນຄ່າຂອງເງິນກີບເມື່ອທຽບໃສ່ກັບເງິນບາດ ແລະ ໂດລາ ກໍຍັງຄົງອ່ອນຄ່າ ແລະ ໄປຕາມກົນໄກຂອງຕະຫຼາດ; ຂະນະທີ່ອັດຕາເງິນເຟີ້ຍັງຢູ່ໃນລະດັບ 2% ເນື່ອງຈາກຕົ້ນປີ 2019 ຍັງຢູ່ໃນລະດັບ 1,7% ມາເປັນ 2% ໃນກາງປີນີ.

ທ່ານ ສົມນຶກ ອະທິບາຍຕື່ມອີກວ່າ: ຄາດຄະເນໃນຕໍ່ໜ້າແມ່ນຂະແໜງແຮ່ທາດຍັງຈະປັບຕົວດີຂຶ້ນ ເຮັດໃຫ້ເປັນຜົນດີຕໍ່ການສົ່ງອອກ, ໂຄງການເຂື່ອນໄຟຟ້ານໍ້າຕົກທີ່ກໍາລັງເລີ່ມການຜະລິດ ແລະ ກໍາລັງຈະສໍາເລັດການກໍ່ສ້າງໃນຫຼາຍໆເຂື່ອນທົ່ວປະເທດ ລວມທັງໝົດປະມານ 2 ພັນເມກາວັດ ກໍຈະເປັນແຮງຍູ້ໃຫ້ການສົ່ງອອກຫຼາຍຂຶ້ນ; ສ່ວນໂຄງການທາງລົດໄຟ ລາວ – ຈີນ ແລະ ໂຄງການທາງດ່ວນ ວຽງຈັນ – ວັງວຽງ ກໍຈະເຮັດໃຫ້ເສດຖະກິດຂະຫຍາຍຕົວດີຂຶ້ນ ລວມທັງການສົ່ງອອກສິນຄ້າກະສິກໍາຂອງລາວໄປຍັງ ສປ ຈີນ ນັບມື້ເພີ່ມຂຶ້ນໃນອະນາຄົດ.
ທ່ານ ນາງ ແກ້ວມະນີວອນ ພິມມະຫາໄຊ ນັກເສດຖະສາດປະຈໍາທະນາຄານໂລກ ກ່າວວ່າ: ຈາກການສໍາຫຼວດພົບວ່າການເຂົ້າຫາແຫຼ່ງທຶນຂອງຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ ຍັງມີຄວາມຫຍຸ້ງຍາກຫຼາຍ ເຮັດໃຫ້ມີຂອດຂັ້ນທີ່ເປັນອຸປະສັກໃນການດໍາເນີນທຸລະກິດ, ສ່ວນປະເດັນຮອງລົງມາແມ່ນການດໍາເນີນທຸລະກິດທີ່ບໍ່ເປັນທໍາ, ຄວາມສາມາດໃນການແຂ່ງຂັນຍັງບໍ່ທັນຄຶກຄັກເທົ່າທີ່ຄວນ ເນື່ອງຈາກສີມືແຮງງານ ແລະ ຄວາມສາມາດຂອງພະນັກງານຍັງຕໍ່າ ຫາກທຽບໃສ່ກັບປະເທດເພື່ອນບ້ານ; ປະເດັນສຸດທ້າຍທີ່ສັງຄົມໃຫ້ ຄວາມສົນໃຈຫຼາຍທີ່ສຸດແມ່ນບັນຫາການສະໜອງກະແສໄຟຟ້າທີ່ບໍ່ປົກກະຕິ ອັນສົ່ງຜົນກະທົບຕໍ່ພາກການຜະລິດຂອງທຸລະກິດຂະໜາດນ້ອຍ ແລະ ກາງ.

ໃນທີ່ປະຊຸມຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ກໍໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງທະນາຄານໂລກ ເນື່ອງຈາກອາດຈະບໍ່ບັນລຸຕາມແຜນ 6,5% ຍ້ອນໄພພິບັດທາງທໍາມະຊາດ, ພະຍາດລະບາດໃນຂະແໜງກະສິກຳຢູ່ບັນດາແຂວງພາກເໜືອ ເມື່ອ 2 ເດືອນຜ່ານມາ ແລະ ຕົວເລກນັກທ່ອງທ່ຽວຫຼຸດລົງໃນ 6 ຕົ້ນປີ 2019. ຄຽງຄູ່ກັນນັ້ນ, ຜູ້ຕາງໜ້າຈາກສະພາການຄ້າເອີຣົບ ປະຈໍາລາວ ກໍໄດ້ປະກອບຄຳເຫັນເພີ່ມຕື່ມໃນສ່ວນຂອງຄວາມແຕກໂຕນຂອງການດໍາເນີນທຸລະກິດຂອງພາກເອກະຊົນ ເພື່ອເປັນແນວທາງໃຫ້ພາກລັດປັບປຸງໃນຂັ້ນຕໍ່ໄປ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນຕອນເຊົ້າວັນທີ 12 ສິງຫາ 2019 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນິໂຄລາ ພອນທາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ທະນາຄານ ແຫ່ງ ສປປ ລາວ, ບັນດາກະຊວງທີ່ກ່ຽວຂ້ອງ ແລະ ສະຖານທູດຂອງປະເທດຕ່າງໆປະຈໍາລາວເຂົ້າຮ່ວມ.