ລັດຖະມົນຕີ ກຊສ ເນັ້ນແຂວງຫຼວງນ້ຳທາ ກວດກາບັນດາໂຄງການເຊົ່າ ແລະ ສຳປະທານທີ່ດິນ

35

ລັດຖະມົນຕີ ກຊສ ເນັ້ນໃຫ້ແຂວງຫຼວງນ້ຳທາ ຕິດຕາມກວດກາບັນດາໂຄງການເຊົ່າ ແລະ ສຳປະທານທີ່ດິນພາຍໃນແຂວງໃຫ້ຖືກຕ້ອງ, ສອດຄ່ອງ ແລະ ໃຫ້ປະຕິບັດຕາມເງື່ອນໄຂຕົວຈິງ ໂດຍຕິດພັນກັບນິຕິກຳ, ລະບຽບ ແລະ ກົດໝາຍຢ່າງເຂັ້ມງວດ ແລະ ແກ້ໄຂໃຫ້ທັນເວລາ.

ໃນວັນທີ 9 ສິງຫາ 2019 ຜ່ານມາ ທີ່ຫ້ອງປະຊຸມພະແນກການເງິນ          ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມກ່ຽວກັບການປຶກສາຫາລືໃນການກວດກາຄືນບັນດາໂຄງການເຊົ່າ ແລະ ສຳປະທານທີ່ດິນ ແລະ ວຽກງານວາງແຜນຈັດສັນທີ່ດິນ ແລະ ສິ່ງແວດລ້ອມຮອບດ້ານຢູ່ພາຍໃນ    ແຂວງຫຼວງນ້ຳທາ ໂດຍການເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ທ່ານ ສົມມາດ ພົນເສນາ  ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ     ( ກຊສ ) ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ມີການປຶກສາຫາລື ແລະ ທາງຄະນະທີມງານຈາກ ກຊສ ໄດ້ຊີ້ແຈງຈຸດປະສົງ ແລະ ເຫດຜົນໃນການກວດກາຄືນບັນດາໂຄງການລົງທຶນທີ່ເຊົ່າ ແລະ ສຳປະທານທີ່ດິນ ພ້ອມທັງໃຫ້ບັນດາຂະແໜງການຂັ້ນແຂວງ ແລະ ຂັ້ນເມືອງ ຕອບສະໜອງຂໍ້ມູນລະອຽດໃຫ້ຄະນະທີມງານເພື່ອເກັບກຳຂໍ້ມູນຄືນຂອງບັນດາໂຄງການລົງທຶນເຊົ່າ ແລະ ສຳປະທານທີ່ດິນໃຫ້ຄົບຖ້ວນ. ສຳລັບວຽກງານວາງແຜນຈັດສັນທີ່ດິນ ແລະ ສິ່ງແວດຮອບດ້ານຂັ້ນແຂວງແມ່ນໃຫ້ແຕ່ລະພະແນກການພາຍໃນແຂວງ ແລະ ເມືອງ ແຕ່ງຕັ້ງຄະນະຮັບຜິດຊອບຂອງພະແນກການຕົນ ເພື່ອກະກຽມເຂົ້າໃນການຕອບສະໜອງຂໍ້ມູນໃຫ້ຄະນະທີມງານຂຽນແຜນແມ່ບົດການຈັດສັນທີ່ດິນ ແລະ ສິ່ງແວດລ້ອມຮອບດ້ານຂັ້ນແຂວງ. ພ້ອມນັ້ນ, ບັນດາຜູ້ແທນກອງປະຊຸມກໍໄດ້ປຶກສາຫາລື ແລະ ລາຍງານການຈັດຕັ້ງປະຕິບັດໃນການອອກອະນຸຍາດ ແລະ ຄຸ້ມຄອງບັນດາໂຄງການລົງທຶນຢູ່ຂັ້ນເມືອງ ແລະ ຂັ້ນແຂວງ ພ້ອມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ທ່ານ ສົມມາດ ພົນເສນາ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດກ່ຽວກັບການຕິດຕາມກວດກາບັນດາໂຄງການເຊົ່າ ແລະ ສຳປະທານທີ່ດິນຢູ່ພາຍໃນແຂວງໃຫ້ຖືກຕ້ອງ, ສອດຄ່ອງ ແລະ ໃຫ້ປະຕິບັດຕາມເງື່ອນໄຂຕົວຈິງ ໂດຍຕິດພັນກັບນິຕິກຳ, ລະບຽບ ແລະ ກົດໝາຍຢ່າງເຂັ້ມງວດ ແລະ ແກ້ໄຂໃຫ້ທັນເວລາ ພ້ອມທັງຮຽກຮ້ອງໃຫ້ບັນດາຂະແໜງການຕ່າງໆ ໃຫ້ເອົາໃຈໃສ່ຂອດປະສານງານລະຫວ່າງສາຍຕັ້ງ, ສາຍຂວາງ ແລະ ພະແນກການພາຍໃນແຂວງໃຫ້ກົມກຽວຢ່າງເລິກເຊິ່ງ ເພື່ອແນໃສ່ໃນການກວດກາຕິດຕາມ ແລະ ແກ້ໄຂບັນຫາຮ່ວມກັນໃຫ້ຖືກຕ້ອງ ແລະ ທັນເວລາ.

[ ຂ່າວ: ພສຊ ແຂວງຫຼວງນ້ຳທາ ]