ໄຂຂໍ້ຂ້ອງໃຈເລື່ອງແລກປ່ຽນເງິນຕາ! ຂໍ້ຈຳກັດການຊື້ເງິນຢູ່ທະນາຄານ

92

ປັດຈຸບັນ ສັງເກດເຫັນວ່າບັນດາຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ທີ່ມີການເຮັດທຸລະກຳທາງດ້ານການເງິນກັບຕ່າງປະທດ ຫຼື ຜູ້ທີ່ຕ້ອງການເງິນຕາຕ່າງປະເທດໄປໃຊ້ສອຍໃນການຈັບຈ່າຍຊື້ສິນຄ້າຢູ່ຕ່າງປະເທດ ສ່ວນໃຫຍ່ມັກຈະໄປແລກປ່ຽນກັບຮ້ານແລກປ່ຽນເງິນຕາ, ຕະຫຼາດມືດທີ່ບໍ່ມີໃບອະນຸຍາດຫຼາຍກວ່າທະນາຄານ. ເຊິ່ງພຶດຕິກຳເຫຼົ່ານັ້ນ ເຮັດໃຫ້ປະຊາຊົນຖືກເອົາລັດເອົາປຽບກັນຫຼາຍ ຍ້ອນວ່າອັດຕາຊື້ຢູ່ດ້ານນອກແພງກວ່າເລດຢູ່ທະນາຄານຫຼາຍແຕ່ກໍ່ຈຳເປັນຕ້ອງຊື້.

 

 

ຈາກການຖືກເອົາລັດເອົາປຽບເກີນເລດໃນທະນາຄານທີ່ປະຊາຊົນເຫັນແຕ່ຊື້ບໍ່ໄດ້ນັ້ນຈິ່ງເປັນທີ່ມາຂອງຫຼາຍໆຄຳຖາມໃນທົ່ວສັງຄົມລວມທັງນັກທຸລະກິດວ່າ ອັດຕາແລກປ່ຽນທີ່ເຫັນໃນກະດານຂອງທະນາຄານທຸກແຫ່ງເປັນຫຍັງຈິ່ງຊື້ບໍ່ໄດ້ ອັນທີ່ຈິງແລ້ວມີກົດກະຕິກາຂອງມັນເອງ ພຽງແຕ່ວ່າບໍ່ມີການເຜີຍແຜ່ອະທິບາຍໃຫ້ຜູ້ຊົມໃຊ້ເຂົ້າໃຈ.

 

 

ສະນັ້ນ, ເພື່ອເຮັດໃຫ້ການເງິນບ້ານເຮົາມີຄວາມສະຖຽນຫຼາຍຂຶ້ນ ລັດຖະບານ ກໍ່ຄືທະນາຄານແຫ່ງສປປ ລາວ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການຊື້-ຂາຍເງິນຕາກັບມວນຊົນຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ. ເຊິ່ງທຸກຄົນສາມາດແລກປ່ຽນເງິນຕາຕ່າງປະເທດ ກັບທະນາຄານທຸລະກິດໄດ້ ແຕ່ການແລກປ່ຽນເງິນຕາໄດ້ ແຕ່ຕ້ອງມີຈຸດປະສົງເຫດຜົນການໃຊ້ເງິນຕາ ແຕ່ຖ້າຕ້ອງການຊື້ເງິນຕາຕ່າງປະເທດເພື່ອຊຳລະກັບຕ່າງປະເທດ ກໍ່ສາມາດຊື້ໄດ້ໂດຍຕ້ອງນໍາເອົາເອກະສານ ທີ່ກ່ຽວຂ້ອງຕາມຈຸດປະສົງການໃຊ້ເງິນຕາໄປຂໍແລກກັບກັບທະນາຄານທຸລະກິດ ໃນວົງເງິນບໍ່ເກີນ 10ລ້ານກີບ/ຄົນ/ວັນ ໂດຍສໍາເນົາບັດປະຈໍາຕົວ (ຄົນລາວ) ແລະ ໜັງສືຜ່ານແດນ (ຄົນຕ່າງປະເທດ) ໄວ້ເປັນຫຼັກຖານ. ສ່ວນຮ້ານແລກປ່ຽນເງິນຕາສາມາດຂາຍເງິນຕາຕ່າງປະເທດ ໄດ້ທັງໝົດໃນວົງເງິນບໍ່ເກີນທຶນຈົດທະບຽນຂອງຕົນຕໍ່ມື້ເທົ່ານັ້ນ.

 

 

ອີງຕາມຂໍ້ຕົກລົງ ສະບັບເລກທີ 109/ທຫລ ລົງວັນທີ 1 ກຸມພາ 2019 ວ່າດ້ວຍການຊື້-ຂາຍ ເງິນຕາກັບມວນຊົນ ຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ, ຂໍ້ຕົກລົງສະບັບນີ້ໄດ້ລະບຸຢ່າງລະອຽດໃນມາດຕາ2, ມາດຕາ4, ມາດຕາ5 ຂອງທະນາຄານແຫ່ງ ສປປ ລາວດັ່ງນີ້:

ມາດຕາ2 ວ່າດ້ວຍການຊື້-ຂາຍເງິນຕາກັບມວນຊົນ: ການຊື້-ຂາຍ ເງິນຕາກັບມວນຊົນ ແມ່ນການດຳເນີນທຸລະກຳແລກປ່ຽນເງິນຕາ ຈາກສະກຸນເງິນໜຶ່ງ ເປັນສະກຸນເງິນອື່ນຂອງ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ທີ່ບໍລິການໃຫ້ແກ່ມວນຊົນຢູ່ໃນສັງຄົມ.

ມາດຕາ4: ການຊື້ເງິນຕາຕ່າງປະເທດ: ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສາມາດຊື້ເງິນຕາຕ່າງປະເທດຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີການເຄື່ອນໄຫວທຸລະກິດ ຫຼື ດຳເນີນທຸລະກຳໃດໜຶ່ງຢູ່ ສປປ ລາວ, ຮ້ານແລກປ່ຽນເງິນຕາ ສາມາດຊື້ເງິນຕາຕ່າງປະເທດໄດ້ທັງໝົດ ໃນວົງເງິນບໍ່ເກີນທຶນຈົດທະບຽນຂອງຕົນຕໍ່ມື້ເທົ່ານັ້ນ.

 

 

ມາດຕາ5: ການຂາຍເງິນຕາຕ່າງປະເທດ: ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສາມາດເງິນຕາຕ່າງປະເທດໃຫ້ກັບບຸກຄົນໃນວົງເງິນບໍ່ເກີນທຽບເທົ່າ 10 ລ້ານກີບຕໍ່ປີ, ຕໍ່ວັນ, ຕໍ່ຄົນ ເຊິ່ງລູກຄ້າຕ້ອງລະບຸຈຸດປະສົງໃນການແລກປ່ຽນເງິນຕາຢ່າງຈະແຈ້ງ ພ້ອມທັງສຳເນົາບັດປະຈຳຕົວ (ສຳລັບຄົນລາວ) ຫຼື ໜັງສືຜ່ານແດນ (ສຳລັບຄົນຕ່າງປະເທດ) ໄວ້ເປັນຫຼັກຖານ; ຮ້ານແລກປ່ຽນເງິນຕາ ສາມາດຂາຍເງິນຕາຕ່າງປະເທດ ໄດ້ທັງໝົດໃນວົງເງິນບໍ່ເກີນທຶນຈົດທະບຽນຂອງຕົນຕໍ່ມື້ເທົ່ານັ້ນ.

ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສາມາດຂາຍເງິນຕາຕ່າງປະເທດ ໃຫ້ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງເພື່ອຊຳລະສະສາງກັບຕ່າງປະເທດ ໂດຍຕ້ອງໄດ້ພິຈາລະນາຂາຍໃຫ້ຜູ້ມີເປົ້າໝາຍຊໍາລະຄ່າສິນຄ້າບຸລິມະສິດກ່ອນເປັນຕົ້ນ: ນໍ້າມັນເຊື້ອໄຟ, ຢາປົວພະຍາດ, ສິນຄ້າອຸປະໂພກ-ບໍລິໂພກທີ່ມີຄວາມຈຳເປັນ. ຈາກນັ້ນ, ຈຶ່ງພິຈາລະນາໃຫ້ລູກຄ້າທີ່ຕ້ອງການຊຳລະສິນຄ້າອື່ນ (ປັດໃຈອື່ນ) ແລະ ບຸກຄົນທີ່ໄດ້ກຳນົດໄວ້ໃນວັກໜຶ່ງຂອງມາດຕານີ້ ຫຼື ຕາມເປົ້າໝາຍທີ່ໄດ້ກຳນົດໄວ້ໃນມາດຕາ 10 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດດັ່ງນີ້:

 

 

ຊຳລະຄ່າສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ; ຊຳລະຄ່າບໍລິການທີ່ຕິດພັນກັບສິນຄ້າຂາເຂົ້າ-ຂາອອກ ໂດຍກົງກັບຕ່າງປະເທດເຊັ່ນ: ຄ່າຂົນສົ່ງຜ່ານແດນ, ຄ່າປະກັນໄພ, ຄ່າຝາກສາງຜ່ານແດນ ແລະ ຄ່າບໍລິການອື່ນໆ. ຊຳລະໜີ້ເງິນກູ້ ແລະ ສິນເຊື່ອການຄ້າກັບຕ່າງປະເທດ; ໃຫ້ການຊ່ວຍເຫຼືອແກ່ຕ່າງປະເທດ ຕາມການຕົກລົງຂອງລັດຖະບານ; ໂອນເງິນກຳໄລ, ເງິນປັນຜົນ, ທຶນຕົ້ນ, ດອກເບ້ຍ, ຄ່າບໍລິການອື່ນ ຂອງນັກລົງທຶນຕ່າງປະເທດ ແລະ ຄ່າແຮງງານຂອງຄົນຕ່າງປະເທດ ກັບຄືນປະເທດ ຫຼື ໄປປະເທດທີສາມ.

ໂອນເງິນໄປລົງທຶນກັບຕ່າງປະເທດ; ສຶກສາ, ທ່ອງທ່ຽວ, ຢ້ຽມຢາມ ແລະ ປິ່ນປົວສຸຂະພາບຢູ່ຕ່າງປະເທດ ແລະ ປະຕິບັດເປົ້າໝາຍອື່ນ ຕາມລະບຽບການທີ່ທະນາຄານຕ່າງປະເທດແຫ່ງ ສປປ ລາວວາງອອກ. ການຂາຍເງິນຕາຕ່າງປະເທດທຸກຄັ້ງ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ຕ້ອງໃຫ້ລູກຄ້າປະກອບເອກະສານທີ່ກ່ຽວຂ້ອງຕາມເປົ້າໝາຍຢ່າງຖືກຕ້ອງ ແລະ ຄົບຖ້ວນ ເພື່ອສະເໜີຂໍຊື້ເງິນຕາຕ່າງປະເທດກັບທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ.

 

 

ສຳລັບເງິນຕາຕ່າງປະເທດທີ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໄດ້ຈາກການຊື້ເງິນຕາຕ່າງປະເທດກັບທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ຕ້ອງໂອນເຂົ້າບັນຊີເງິນຝາກຂອງຕົນ ເພື່ອຊຳລະສະສາງກັບຕ່າງປະເທດເທົ່ານັ້ນ.